ລັດດາວັນ ແກ້ວດາລາ ຫຼື ມາຣິນາ ໄວໜຸ່ມຜູ້ທີ່ສົນໃຈ ແລະ ຮັກສິ່ງແວດລ້ອມ ຈົນມີແບຣນສິນຄ້າເປັນຂອງຕົນເອງ ເຊິ່ງເປັນຈອກກິນໄດ້ ເປັນການຮັກສາສິ່ງແວດລ້ອມ, ນອກຈາກນີ້ ກໍຍັງເປັນຄົນທີ່ຊອກຫາຄວາມຮູ້ສິ່ງໃໝ່ໆຢູ່ສະເໝີ. ທາງ LaoX ເຮົາກໍມີໂອກາດໄດ້ສຳພາດນ້ອງ ຈະເປັນແນວໃດເຮົາມາເບິ່ງໄປພ້ອມໆກັນໄດ້ເລີຍ.
1.ແນະນຳຊື້ໃຫ້ແດ່?
– ຊື່ນ້ອງເເມ່ນ ລັດດາວັນ ຫຼື ເອີ້ນສັ້ນໆວ່າ ມາຣິນາ.
2.ປັດຈຸບັນກຳລັງສຶກສາຢູ່ໃສ?
– ປັດຈຸບັນນ້ອງກຳລັງສຶກສາຢູ່ ຄະນະພົວພັນສາກົນ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ
3.ປົກກະຕິເປັນຄົນສົນໃຈສິ່ງແວດລ້ອມບໍ່?
– ປົກກະຕິເເຕ່ກ່ອນ ນ້ອງບໍ່ຮູ້ ເເລະ ບໍ່ໄດ້ເຕີບໃຫຍ່ໃນຄອບຄົວທີ່ຮັກສາສິ່ງເເວດລ້ອມ ແຕ່ເນື່ອງຈາກວ່ານ້ອງໄດ້ຮັບໂອກາດເປັນອາສາສະໝັກເຮັດວຽກນຳຜູ້ກໍ່ຕັ້ງ Zero Waste Laos ເອື້ອຍສຸກສະເຫວີຍ ແກ້ວທຽມຈັນ ເຊິ່ງນ້ອງກໍໄດ້ຮັບເເຮງບັນດານໃຈຈາກເອື້ອຍລາວໃນຫຼາຍໆຢ່າງ ເຊິ່ງເຮັດໃຫ້ນ້ອງຮູ້ວ່າ ການຮັກສາສິ່ງເເວດລ້ອມເປັນຫຍັງທີ່ສຳຄັນ ເເລະ ເຮົາຍັງຂາດທາງເລືອກໃນຫຼາຍໆດ້ານ ໂດຍສະເພາະຖ້າເວົ້າເຖິ່ງ eco-packaging ເຊິ່ງນ້ອງກໍເລີ່ມໃຫ້ຄວາມສົນໃຈຕັ້ງເເຕ່ຕອນນັ້ນເປັນຕົ້ນມາ.

4.ຈຸດເລີ່ມຕົ້ນ ທີ່ຢາກສ້າງແບຣນຈອກກາເຟກິນໄດ້ແມ່ນຫຍັງ?
– ນ້ອງເປັນຄົນທີ່ມີຄວາມຄິດຢາກເປັນຜູ້ປະກອບການມາຕັ້ງເເຕ່ນ້ອງ ຢູ່ ມ.ປາຍເເລ້ວ ເພາະວ່ານ້ອງເປັນຄົນໜຶ່ງທີ່ມັກອ່ານ ຈຶ່ງມີຄວາມຝັນຕັ້ງເເຕ່ຕອນນັ້ນເລີຍວ່າເຮົາຢາກເປັນຜູ້ປະກອບການເເລ້ວ ເຊິ່ງຈອກກິນໄດ້ນັ້ນ ນ້ອງໄດ້ເຫັນທຳອິດເເມ່ນຈາກທາງປະເທດ ອອສເຕຣເລຍ ເພິ່ນໄດ້ຜະລິດມາຕັ້ງເເຕ່ນ້ອງຮຽນຢູ່ ມ.7, ນ້ອງຮູ້ສຶກວ່າມັນເປັນຫຍັງທີ່ໜ້າສົນໃຈຫຼາຍ ເເຕ່ນ້ອງກໍບໍ່ຮູ້ວ່ານ້ອງຈະສາມາດຜະລິດມາໄດ້ເເນວໃດ. ຈົນນ້ອງໄດ້ໄປປະເທດຍີ່ປຸ່ນ ເຊິ່ງເປັນຕອນທີ່ນ້ອງໄດ້ຄົ້ນຫາຕົນເອງ ເເລະ ຮຽນຮູ້ສິ່ງໃໝ່ໆຢູ່ຕະຫຼອດໃນໄລຍະທີ່ເຮົາຢູ່ຍີ່ປຸ່ນ. ແລະກໍເປັນໂຊກດີຂອງນ້ອງ ທີ່ໄດ້ອາໄສຢູ່ກັບຄອບຄົວຍີ່ປຸ່ນ ທີ່ມັກການເຮັດເຂົ້າໜົມ ນ້ອງຈຶ່ງໄດ້ມີໂອກາດໃຊ້ເວລາກັບຄອບຄົວຍີ່ປຸ່ນ ເເລະ ໄດ້ຮຽນຮູ້ Basic baking. ຈາກນັ້ນຫຼັງຈາກກັບມາເເຕ່ຍີ່ປຸ່ນ ນ້ອງກໍໄດ້ກັບມາຄົ້ນຄວ້າ ເເລະ ໄດ້ລົງເເຂ່ງຂັນໃນງານ Toyota, ມັນເລີຍເຮັດໃຫ້ນ້ອງຕ້ອງໄດ້ເລີ່ມຈິງຈັງໃນການເຮັດຈອກກິນໄດ້ ໂດຍທີ່ເຮົາມີເວລາພຽງ 3 ເດືອນເທົ່ານັ້ນ ເພື່ອເຮັດໃຫ້ມັນກາຍເປັນເເທ້.

5.ປັດຈຸບັນແມ່ນເຮັດຄົນດຽວບໍ?
– ປັດຈຸບັນແມ່ນເຮັດນຳຄອບຄົວ.
6.ເປັນຫຍັງຄືສົນໃຈຢາກເຮັດຜະລິດຕະພັນນີ້?
– ຈອກກາເຟທີ່ກິນໄດ້ຖືກສ້າງຂຶ້ນດ້ວຍເຈດຕະນາທີ່ຈະລົດຜ່ອນສິ່ງເສດເຫຼືອພລາສຕິກຈາກຈອກກາເຟທີ່ໃຫ້ບໍລິການຄັ້ງດຽວ ໂດຍການກິນຈອກຫຼັງຈາກດື່ມກາເຟ ຫຼື ເຄື່ອງດື່ມ ເຊິ່ງມີການຄາດຄະເນວ່າ ຈອກພລາສຕິກທີ່ໃຊ້ໄດ້ຄັ້ງດຽວຫຼາຍກວ່າ 100 ລ້ານຈອກຖືກນຳໃຊ້ ແລະ ຖິ້ມໃນງານຕ່າງໆໃນແຕ່ລະປີ.

7.ມີວາງຈຳໜ່າຍຢູ່ໃສແດ່?
– ຕອນນີ້ສາມາດສັ່ງຊື້ໄດ້ທາງ Facebook page EAT YOUR CUPS ຫຼື ໄປສັ່ງຊື້ໄດ້ທາງ Cafe Onnjai ເເລະ Once Upon a time Cafe.
8.ສຸດທ້າຍ ຢາກຝາກຫຍັງໃຫ້ຄົນທີ່ສົນໃຈສິ່ງແວດລ້ອມ?
– ຢາກຝາກໃຫ້ທຸກຄົນທີ່ສົນໃຈໃນບັນຫາສິ່ງແວດລ້ອມ ເເລະ ມີແນວຄິດທີ່ຈະເຮັດບາງຢ່າງ ໃຫ້ມີຄວາມກ້າທີ່ຈະສ້າງ ຫຼື ປ່ຽນລະບົບໃນສັງຄົມໃຫ້ກົງກັບຄວາມຕ້ອງການຂອງສັງຄົມ, ເສດຖະກິດ ເເລະ ສິ່ງແວດລ້ອມ.

ຂອບໃຈບົດສຳພາດໂດຍ: ລັດດາວັນ
ສາມາດຕິດຕາມເພຈຈອກໄດ້ທີ່:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/