ລາວ ກຽມພັດທະນາປຶ້ມຜ່ານແດນເປັນແບບອີເລັກໂທຣນິກຝັງຊິບທີ່ທັນສະໄໝ

ລາວ

ເພື່ອພັດທະນາປຶ້ມຜ່ານແດນແບບທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບອີເລັກໂທຣນິກຝັງຊິບ (E-Border pass) ທີ່ກວດອ່ານດ້ວຍເຄື່ອງມືທັນສະໄໜ ອີງຕາມຂ່າວຄວາມສະຫງົບ ໄດ້ລາຍງານວ່າ: ວັນທີ 29 ພະຈິກ 2022 ຜ່ານມາ ໄດ້ມີພິທິເຊັນບົດບັກທຶກຄວາມເຂົ້າໃຈ (MOU) ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ຕາງໜ້າໂດຍກົມໃຫຍ່ພະລາທິການ ກັບ ໂຮງພິມ ໂຊກພາໄຊ ຈຳກັດ ໃນໂຄງການພັດທະນາປຶ້ມຜ່ານແດນທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບອີເລັກໂທຣນິກຝັງຊິບ (E-Border pass) ມູນຄ່າການລົງທຶນ 18.666.000 ໂດລາ, ເຊັນລົງນາມໂດຍ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ ແລະ ທ່ານ ນາງ ສຸນັດຕາ ລິດປັນຍາ ອຳນວຍການໂຮງພິມໂຊກພາໄຊ ຈຳກັດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ-ຄະນະບັນຊາອ້ອມຂ້າງກະຊວງ, ກົມໃຫຍ່ພະລາທິການ ແລະ ບໍລິສັດເຂົ້າຮ່ວມ.

ລາວ

ການຈັດຕັ້ງປະຕິບັດການລົງທຶນ ເພື່ອພັດທະນາໂຄງການດັ່ງກ່າວ ມີຄວາມປະສົງຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໃນການພັດທະນາປຶ້ມຜ່ານແດນແບບທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບອີເລັກໂທຣນິກຝັງຊິບ (E-Border pass) ທີ່ກວດອ່ານດ້ວຍເຄື່ອງມືທັນສະໄໜ. ພາຍຫຼັງໄດ້ຮັບຜິດຊອບຊີ້ນຳກົມວິຊາສະເພາະ ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດຕາມທິດຊີ້ນໍາຂອງຂັ້ນເທິງບົນພື້ນຖານ ລະບຽບກົດໝາຍທີ່ກ່ຽວຂ້ອງ ໄດ້ຄົ້ນຄວ້າປຶກສາຫາລືຮ່ວມກັບ ບໍລິສັດ ເພື່ອເອກະພາບເນື້ອໃນຂອງແຕ່ລະຝ່າຍທີ່ມີຄວາມສົນໃຈຮ່ວມກັນ, ໄດ້ສັງລວມເອົາເຂົ້າຄົ້ນຄວ້າໃນກອງປະຊຸມຄະນະ ຄລທ ປກສ ຄັ້ງວັນທີ 6 ກັນຍາ 2012, ຜົນກອງປະຊຸມແມ່ນ ເຫັນດີໃຫ້ໂຮງພິມປັບປຸງເຈດຈຳນົງ ລະອຽດຄືນໃໝ່ ແລ້ວໃຫ້ກົມໃຫຍ່ພະລາທິການເປັນໃຈກາງປະສານງານ.

ມາຮອດວັນທີ 3 ພະຈິກ 2022, ໄດ້ມີຄຳເຫັນຂອງທ່ານຮອງລັດຖະມົນຕີ ໃສ່ໜັງສືລາຍງານໂຮງພິມໂຊກພາໄຊ ສະບັບເລກທີ 067/ຊຊ, ລົງວັນທີ 17 ຕຸລາ 2022 ມີຄຳເຫັນໃຫ້ ກົມໃຫຍ່ພະລາທິການ ຄົ້ນຄວ້າສຶກສາຄວາມເປັນໄປໄດ້ຮ່ວມກັບອຳນວຍການໂຮງພິມ ເພື່ອນຳມາລາຍງານຄະນະນໍາກະຊວງພິຈາລະນາ, ສ່ວນຮູບແບບການລົງທຶນແມ່ນກົມໃຫຍ່ສັນຕິບານ ເປັນເຈົ້າຂອງໂຄງການໂຮງພິມໂຊກພາໄຊ ເປັນຜູ້ລົງທຶນ 100% ມູນຄ່າການລົງທຶນ 18.666.000 ໂດລາ; ການແບ່ງປັນຜົນປະໂຫຍດກະຊວງປ້ອງກັນຄວາມສະຫງົບ 30%; ໂຮງພິມ 70%, ໄລຍະການຮ່ວມທຸລະກິດ 40 ປີ.

ມາຮອດວັນທີ 28 ພະຈິກ 2022 ຈຶ່ງໄດ້ຮັບການອະນຸມັດຂໍ້ຕົກລົງຈາກທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2107/ປກສ ວ່າດ້ວຍການເຫັນດີ ໃຫ້ກົມໃຫຍ່ພະລາທິການເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັບໂຮງພິມໂຊກພາໄຊ ຈຳກັດ ຢ່າງເປັນທາງການ.

ລາວ

ຂອບໃຈຂໍ້ມູນຈາກ: https://cutt.ly/i1E916Y

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/