NATO ສັນຍາວ່າຈະມອບອາວຸດໃຫ້ຢູເຄຣນຫຼາຍຂຶ້ນ ແລະຊ່ວຍສ້ອມແຊມໂຄງສ້າງພື້ນຖານທີ່ໄດ້ຮັບຄວາມເສຍຫາຍຈາກການໂຈມຕີຂອງຣັດເຊຍ

NATO

NATO

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຢນ ສະໂຕລເບີກ (Jens Stoltenberg) ເລຂາທິການອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫຼື NATO ໄດ້ກ່າວໃນກອງປະຊຸມທີ່ນະຄອນບູຄາເຣສ ປະເທດໂຣມາເນຍ ເມື່ອວັນທີ 29 ພະຈິກ 2021 ວ່າ ທາງ NATO ສັນຍາຈະມອບອາວຸດໃຫ້ຢູເຄຣນຫຼາຍຂຶ້ນ ແລະຊ່ວຍສ້ອມແຊມໂຄງສ້າງພື້ນຖານທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກຈາກການໂຈມຕີຂອງຣັດເຊຍໃນໄລຍະຫຼາຍເດືອນທີ່ຜ່ານມາ.

ພ້ອມນັ້ນ ເຢນ ສະໂຕລເບີກ ຍັງໄດ້ກ່າວ ວ່າ ຣັດເຊຍກຳລັງພະຍາຍາມໃຊ້ລະດູໜາວເປັນອາວຸດໃນການເຮັດສົງຄາມ ເພາະເນື່ອງຈາກການໂຈມຕີຂອງຣັດເຊຍເຮັດໃຫ້ຊາວຢູເຄຣນຫຼາຍລ້ານຄົນບໍ່ມີໄຟຟ້າແລະນ້ຳປະປາໃຊ້ໃນສະຖານະການທີ່ສະພາບອາກາດໜາວເຢັນ.

NATO

ຂະນະດຽວກັນ ບັນດາລັດຖະມົນຕີວ່າການກະຊວງຍຸຕິທຳຂອງປະເທດອຸດສາຫະກໍາຊັ້ນນຳຂອງໂລກທັງ 7 ປະເທດ ຫຼືກຸ່ມ G7 ທີ່ໄດ້ໄປຮ່ວມທີ່ນະຄອນເບີລິນ ປະເທດເຢຍລະມັນກໍກ່າວວ່າ ພວກເຂົາຈະຮ່ວມກັນສືບສວນຂໍ້ກ່າວຫາເລື່ອງການກໍ່ອາຊະຍາກຳສົງຄາມໃນຢູເຄຣນ ໂດຍຄາດວ່າຂະບວນການອາດຈະໃຊ້ເວລາຫຼາຍປີ ຫຼືຫຼາຍສິບປີ ແຕ່ພວກເຂົາກໍບອກວ່າຈະສືບສວນເລື່ອງລາວນີ້ໃຫ້ເຖິງທີ່ສຸດ.

ໂດຍກ່ອນໜ້ານີ້ໄອຍະການສູງສຸດຂອງຢູເຄຣນໄດ້ອອກມາກ່າວຫາຣັດເຊຍວ່າກໍ່ອາດຊະກຳສົງຄາມດ້ວຍການໂຈມຕີປະຊາຊົນແລະທຳລາຍໂຄງສ້າງພື້ນຖານ ພ້ອມນັ້ນຍັງໄດ້ລະບຸວ່າການໂຈມຕີດັ່ງກ່າວແມ່ນທຽບເທົ່າກັບການຂ້າລ້າງເຜົ່າພັນ ຢ່າງໃດກໍຕາມ ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງຣັດເຊຍ ແລະເຈົ້າໜ້າທີ່ລະດັບສູງຄົນອື່ນໆ ກໍໄດ້ອອກມາປະຕິເສດຂໍ້ກ່າວຫາອາຊະຍາກຳສົງຄາມ.

NATO

ທັງນີ້ດ້ານສະຖານະການໃນຢູເຄຣນເຈົ້າໜ້າທີ່ຜູ້ຮັບຜິດຊອບດ້ານພະລັງງານທົ່ວປະເທດ ແມ່ນກຳລັງພະຍາຍາມສ້ອມແຊມລະບົບໄຟຟ້າແລະນ້ຳປະປາໃຫ້ແກ່ປະຊາຊົນຫຼາຍລ້ານຄົນ ທ່າມກາງຄໍາຂູ່ຂອງຣັດເຊຍທີ່ວ່າ ພວກເຂົາກຳລັງກຽມການຍິງຈະຫຼວດມິສໄຊລ໌ໂຈມຕີຮອບໃໝ່ ໃນຂະນະທີ່ລະດູໜາວກຳລັງມາເຖິງ ເຮັດໃຫ້ເກີດຄວາມກັງວົນວ່າ ຊາວຢູເຄຣນຈໍານວນຫຼາຍອາດໜາວຕາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/