ລມຕ ກະຊວງສຶກສາທິການ ແລະ ກິລາ ລະບຸ ຈີນຊ່ວຍປັບປຸງຄຸນະພາບການສຶກສາຂອງ ສປປ ລາວ ໃນຫຼາຍດ້ານ


ສປ ຈີນ ຖືເປັນອີກໜຶ່ງປະເທດຄູ່ຄ້າ ຄູ່ຮ່ວມມືສຳຄັນໃນການຊ່ວຍເຫຼືອປະເທດລາວ ທັງດ້ານສັງຄົມ-ເສດຖະກິດ ພື້ນໂຄງລ່າງ ລວມທັງການສຶກສາ ເພາະຫຼ້າສຸດ ໃນໃນພິທີເປີດໂຄງການຊ່ວຍການສຶກສາທາງໄກລາວ ຢູ່ທີ່ນະຄອນຫຼວງວຽງຈັນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກມາລະບຸວ່າ ຈີນຊ່ວຍປັບປຸງຄຸນະພາບການສຶກສາຂອງ ສປປ ລາວ ໃນຫຼາຍດ້ານ.

ທ່ານ ພຸດ ສິມມາລາວົງ  ລະບຸວ່າ: ຜ່ານມາ ສປ ຈີນໃຫ້ການຊ່ວຍເຫຼືອຊ່ວຍ ສປປ ລາວ ຍົກລະດັບດ້ານການສຶກໄດ້ກວມເອົາຫຼາຍຂົງເຂດ ເປັນຕົ້ນ, ການສ້າງໂຄງລ່າງພື້ນຖານ, ບຸກຄະລາກອນ, ເຕັກນິກ, ທຶນການສຶກສາ ແລະ ອື່ນໆ ເຊິ່ງແຕ່ລະປີ ສປ ຈີນ ຈະສະໜັບສະໜູນໃນການໄປເຝິກອົບຮົມ, ສໍາລັບໄລຍະສັ້ນ ເພື່ອຍົກລະດັບໃຫ້ພະນັກງານລັດຖະກອນ ສປປ ລາວ,​ໃຫ້ທຶນການສຶກສາໄປສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພື່ອພັດທະນາຊັບພະຍາກອນມະນຸດເປັນຈໍານວນຫຼວງຫຼາຍ ທີ່ມີຜົນປະໂຫຍດໃຫຍ່ຫຼວງຕໍ່ ສປປ ລາວ ເຊິ່ງສາມາດແກ້ໄຂການເຂົ້າເຖິງ ແລະ ການປັບປຸງຄຸນະພາບການສຶກສາ ຄວາມແຕກໂຕນທາງດ້ານການສຶກສາລະຫວ່າງເຂດຊົນນະບົດເຂດຫ່າງໄກສອກຫຼີກ ແລະ ເຂດຕົວເມືອງໃຫຍ່ໃຫ້ໄດ້ຫຍັບມໍ່ເຂົ້າຫາກັນຫຼາຍຂຶ້ນ.

ທ່ານກ່າວອີກວ່າ, ໂຄງການ ICT ໄລຍະທີ I (2011-2013) ໄດ້ກໍ່ສ້າງພື້ນຖານໂຄງລ່າງທາງດ້ານໄອຊີທີສໍາລັບການສຶກສາ ການນໍາໃຊ້ ICT ເຂົ້າໃນການຮຽນ-ການສອນ ການສ້າງທັກສະໃຫ້ແກ່ຜູ້ຮຽນ ແລະ ຄູ-ອາຈານ, ເຊິ່ງໂຄງການດັ່ງກ່າວປະກອບມີ ສູນ ICT ສູນກາງ ຕັ້ງຢູ່ກະຊວງສຶກສາທິການ ແລະ ກິລາ ແຕ່ລະສູນປະກອບດ້ວຍສິ່ງອໍານວຍຄວາມສະດວກທາງດ້ານ ICT ສໍາລັບການສຶກສາພ້ອມກັບຫ້ອງທົດລອງວິທະຍາສາດຈໍານວນໜຶ່ງ.

ນອກຈາກນີ້, ມີໂຄງການກໍ່ສ້າງໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ, ໂຮງຮຽນມັດທະຍົມສຶກສາສົມບູນນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ໂຄງການກໍ່ສ້າງວິທະຍາໄລເຕັກນິກການລົດໄຟ ທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານສປ ຈີນ ເຊິ່ງຈະເຮັດໃຫ້ຄຸນະພາບການສຶກສາຂອງລາວດີຂຶ້ນ ທັງເປັນສັນຍະລັກແຫ່ງຄວາມສາມັກຄີຮັກແພງ ລະຫວ່າງປະຊາຊົນສອງຊາດລາວ-ຈີນ,ຈີນ-ລາວ.

ອີງຕາມແຫຼ່ງຂ່າວ ຍັງໃຫ້ຮູ້ອີກວ່າ ໃນຕໍ່ໜ້າ ລັດຖະບານຈີນຈະຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງເຊັ່ນ: ໂຄງການປຸກສ້າງໂຮງຮຽນມັດທະຍົມສົມບູນຢູ່ 3 ແຂວງຂອງ ສປປ ລາວ ຄື: ໂຮງຮຽນມັດທະຍົມສົມບູນສັນຕິພາບ ແຂວງຫຼວງພະບາງ, ໂຮງຮຽນມັດທະຍົມສົມບູນແຂວງສະຫວັນນະເຂດ, ໂຮງຮຽນມັດທະຍົມສົມບູນປາກເຊ ແຂວງຈໍາປາສັກ ແລະ ໂຄງການປຸກສ້າງວິທະຍາໄລເຕັກນິກວິຊາຊີບເຂດກວມລວມໄຊເສດຖາ.

ຂອບໃຈຂ້ໍມູນຈາກ: https://bit.ly/3FGbQKw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/