ຖິ່ນລໍາພອນ ສິລະປິນລາວ ສວມໃສ່ຊຸດທີ່ອອກແບບຈາກແບຣນຄົນລາວ “VINUS” ຂຶ້ນສະແດງເວທີລະດັບສາກົນ


ຈົບໄປແລ້ວກັບການສະແດງຂອງສິລະປິນລາວ ໃນເທສະການສະບາຍດີເຟສທີ່ແຄລິຟໍເນຍ ເຊິ່ງເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ມີແຟນໆໄປຮັບຊົມກັນຢ່າງຫຼວງຫຼາຍປະມານ 10.000 ກວ່າຄົນ. ສິລະປິນລາວທັງໝົດໄດ້ສະແດງກັນຢ່າງເຕັມທີ່ ມອບຄວາມສຸກໃຫ້ແຟນໆຢ່າງມ່ວນມັນ ກັບບົດເພງທີ່ໂດ່ງດັງໄປຮອດຕ່າງແດນ. ພິເສດໄປກວ່ານີ້ ຖິ່ນລຳພອນ ນັກຮ້ອງສຽງດີ ໄດ້ມີສຸດງາມໆໂດດເດັ່ນ ໄປໂຊເທິງເວທີໃຫ້ຜູ້ຄົນໄດ້ເຫັນ ເຊິ່ງເປັນຊຸດຈາກແບຣນ “VINUS” ແບຣນຂອງຄົນລາວ ທີ່ເຮັດອອກມາດ້ວຍຄວາມຕັ້ງໃຈ.

“ແຄນດີ້” ເຈົ້າຂອງແບຣນ ກໍບອກວ່າມີຄວາມຮູ້ສຶກຕື່ນເຕັ້ນ ແລະ ດີໃຈ ທີ່ຖິ່ນລຳພອນມີຄວາມສົນໃຈປະກອບສ່ວນເນື່ອງໃນໂອກາດພິເສດໆແບບນີ້ ເຊິ່ງໄດ້ອອກແບບຊຸດທີ່ມີຄວາມເຊີໄພຣໄປໃນຕົວ ແລະ ດີໃຈແບບສຸດໆ ຕອນທີ່ນ້ອງໄດ້ຕິດຕໍ່ມາ ແລະ ເປັນຄັ້ງທຳອິດທີ່ແສນຈະພິເສດ ທີ່ມີໂອກາດອອກແບບຊຸດໃຫ້ຖິ່ນລຳພອນ.

ໃນການອອກແບບໃຊ້ເວລາອອກແບບບໍ່ດົນ ເພາະດ້ວຍຄວາມທີ່ນ້ອງເພິ່ນ ມີສະໄຕທີ່ຊັດເຈນ ບວກກັບແບຣນເຊິ່ງກໍຄື VINUS ມີສະໄຕທີ່ເປັນເອກະລັກຢູ່ແລ້ວ ເລີຍນຳຄວາມເປັນລາວ ປະສົມປະສານກັບຜ້າໜັງ ແລະ ກິ່ນອາຍຂອງ Punk ເລັກນ້ອຍ ເລີຍຜະລິດເປັນຊຸດນີ້ຂຶ້ນມາ. ຖືໄດ້ວ່າເປັນເລື່ອງລາວດີໆ ທີ່ຄົນລາວສະໜັບສະໜູນຄົນລາວດ້ວຍກັນ.

ຂອບໃຈຮູບພາບ ແລະ ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/