Microsoft ເປີດຕົວ Microsoft Bing Image Creator ເຊິ່ງໃຊ້ AI ສ້າງຮູບຕາມຄຳອະທິບາຍຂອງເຮົາ ແບບງ່າຍໆ ຜ່ານເວັບໄຊ


ພາຍຫຼັງ Microsoft ບໍລິສັດ ເທັກໂນໂລຢີອັນດັບຕົ້ນໆຂອງໂລກ ໄດ້ໂດດເຂົ້າມາໃນວົງການ AI ໂດຍການເປີດຕົວ AI Chatbot ຜ່ານ Microsoft Bing ແບບຟຣີໆ ແລະ ຫຼ້າສຸດເບິ່ງຄືວ່າຈະເອົາ AI ຂອງຕົນເອງມາລຸຍໃນວົງການສິລະປະຕື່ມອີກ ໂດຍການເປີດຕົວ Microsoft Bing Image Creator ເຊິ່ງເປັນການໃຊ້ AI ສ້າງຮູບຕາມຄຳອະທິບາຍຂອງເຮົາ ຄ້າຍໆກັບ DALL·E ຫຼື AI ທີ່ສ້າງຮູບພາບອື່ນໆ.

(lao new year festival)

Bing Image Creator ນີ້ ສາມາດໃຊ້ໄດ້ຜ່ານເວັບໄຊ https://www.bing.com/images/create ໂດຍວິທີການໃຊ້ງານກໍຄື ພິມຄຳສັ່ງ ຫຼື ຄຳອະທິບາຍຕ່າງໆ ທີ່ເຮົາຢາກໃຫ້ AI ສ້າງ ລົງໄປໃນຊ່ອງແຊັດ ຈາກນັ້ນລະບົບກໍຈະເຮັດການປະມວນຜົນ ແລະ ສ້າງຮູບອອກມາໃຫ້ເຮົາເລືອກ ປະມານ 3 ​ຫາ 4 ຮູບ. ປັດຈຸບັນ ລະບົບຍັງຮອງຮັບພຽງ ພາສາອັງກິດເທົ່ານັ້ນ.

(Luang prabang)

ທາງ Microsoft ໄດ້ກຳນົດຂໍ້ຈຳກັດຂອງ Bing Image Creator ໄວ້ວ່າ ບໍ່ສາມາດສ້າງຮູບທີ່ມີຄວາມຮຸນແຮງ ຫຼື ບໍ່ປອດໄພ ລວມທັງລະບົບຈະສົ່ງຄຳເຕືອນມາຫາຜູ້ໃຊ້ງານ ຖ້າໃນກໍລະນີພະຍາຍາມຈະປ້ອນລາຍລະອຽດທີ່ມີເນື້ອຫາ ດັ່ງກ່າວ. ແລະ ທຸກພາບທີ່ສ້າງຂຶ້ນ ຈະມີ ໂລໂກ້ ຫຼື ກາໝາຍຂອງ Bing ຢູ່ມຸມລຸ່ມດ້ານຊ້າຍມື ເພື່ອເປັນສັນຍະລັກວ່າ ຮູບນີ້ຖືກສ້າງໂດຍ Bing Image Creator.

(Laos Elephant Art Style)

ນອກຈາກນີ້ທາງ Microsoft ຍັງປະກາດປັບປຸງ Stories and Knowledge Cards 2.0 ສໍາລັບຜູ້ໃຊ້ Bing ໂດຍຈະສະແດງຂໍ້ມູນກ່ຽວກັບສິ່ງທີ່ຄົ້ນຫາ ໃນຮູບແບບຂອງຂໍ້ຄວາມຕົວໜັງສື ພ້ອມພາບ ແລະ ວິດີໂອ ທີ່ສົມບູນຫຼາຍຂຶ້ນ ໂດຍອາໄສຄວາມສາມາດ AI ເຂົ້າມາຊ່ວຍໃນການຮຽບຮຽງ.

(lao moon light)
(lao railway)

ຂອບໃຈຂໍ້ມູນຈາກ:​ https://bit.ly/3TBfD1e

ທົດລອງໃຊ້ໄດ້ທີ່: https://binged.it/40rojcF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/