ຣັດເຊຍເຜີຍ ຢູເຄຣນສົ່ງເຮືອບິນໄຮ້ຄົນຂັບເຂົ້າມາໂຈມຕີ ຮອດນະຄອນຫຼວງ Moscow ເປັນເຫດໃຫ້ມີຜູ້ບາດເຈັບ 2 ຄົນ


ທາງການຣັດເຊຍເປີດເຜີຍວ່າ ຕອນເຊົ້າວັນທີ 30 ພຶດສະພາ ຢູເຄຣນ ໄດ້ສົ່ງເຮືອບິນໄຮ້ຄົນຂັບ ເຂົ້າມາໂຈມຕີເລິກເຂົ້າມາຮອດ ນະຄອນຫຼວງມອສໂຄ ຈຳນວນ 8 ລຳ ແຕ່ທາງການຣັດເຊຍໄດ້ສະກັດກັ້ນປ່ຽນທິດທາງໄດ້ສຳເລັດທັງໝົດ ແຕ່ຍັງສົ່ງຜົນເສຍຕໍ່ອາຄານບາງແຫ່ງໃຫ້ໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ບາດເຈັບອີກ 2 ຄົນ.

ເຫດການດັ່ງກ່າວ ເກີດຂຶ້ນໃນລະຫວ່າງທີ່ສະຖານະການສູ້ຮົບຂອງທັງສອງປະເທດກຳລັງຢູ່ໃນຂັ້ນຕອນທີ່ດຸເດືອດ ໂດຍໃນຫຼາຍອາທິດທີ່ຜ່ານມາ ທາງຣັດເຊຍ ແລະ ຢູເຄຣນ ໄດ້ມີການເປີດສາກໂຈມຕີກັນຢ່າງໜັກ ໃນແຕ່ລະສະໜາມຮົບ. ແຕ່ຄັ້ງນີ້ ຖືເປັນຄັ້ງທຳອິດ ມີເຮືອບິນໄຮ້ຄົນຂັບ ບິນເຂົ້າມາໂຈມຕີຮອດເມືອງຫຼວງຂອງຣັດເຊຍແບບນີ້.

ເຫດການທີ່ເກີດຂຶ້ນເຮັດໃຫ້ມີຜູ້ບາດເຈັບ 2 ຄົນ ຂະນະທີ່ມີການສັ່ງອົບພະຍົບຄົນໃນອາຄານບາງແຫ່ງ ຊາວບ້ານໃນ ມອສໂຄ ເປີດເຜີຍວ່າພວກເຂົາໄດ້ຍິນສຽງດັງ ຕາມດ້ວຍກິ່ນນໍ້າມັນ ບາງຄົນຖ່າຍພາບເຮືອບິນໄຮ້ຄົນຂັບທີ່ຖືກຍິງຕົກໄວ້ໄດ້. ໂດຍທາງການຣັດເຊຍມີເປົ້າໝາຍໂຈມຕີໄປທີ່ສະຖານທີ່ທີ່ມີຊື່ສຽງຕ່າງໆຂອງ ມອສໂຄ ເຊິ່ງລວມເຖິງເຂດທີ່ພັກອາໄສຂອງປະທານາທິບໍດີ ປູຕິນ ນຳ.

ໂດຍ ຜູ້ນຳສູງສຸດຂອງ ຣັດເຊຍ ວາລາດິເມຍ ປູຕິນ ລະບຸຕໍ່ເຫດການຄັ້ງນີ້ວ່າ: ການໂຈມຕີດ້ວຍເຮືອບິນໄຮ້ຄົນຂັບ ຄັ້ງໃຫຍ່ຄັ້ງນີ້ຕໍ່ ນະຄອນຫຼວງມອສໂຄ ຂອງຢູເຄຣນ  ແມ່ນຄວາມພະຍາຍາມທີ່ຈະຍຸແຍ່ ແລະ ຂູ່ຂວັນ ຣັດເຊຍ ເຊິ່ງ ຣັດເຊຍຈະເພີ່ມການປ້ອງການທາງອາກາດອ້ອມເມືອງຫຼວງໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ຢ່າງໃດກໍຕາມ ກ່ຽວກັບເຫດການຄັ້ງນີ້ ຫຼາຍຝ່າຍກໍຍັງຕັ້ງຄຳຖາມກ່ຽວກັບລະບົບປ້ອງກັນໄພທາງອາກາດຂອງຣັດເຊຍ ເຊັ່ນດຽວກັນວ່າ ກອງທັບ ປ່ອຍໃຫ້ ເຮືອບິນໄຮ້ຄົນຂັບຂອງສັດຕູ ບຸກເຂົ້າມາຮອດເມືອງຫຼວງໄດ້ແນວໃດ ແລະ ເຮືອບິນໄຮ້ຄົນຂັບເຫຼົ່ານີ້ ຖືກປ່ອຍມາຈາກໃສກັນແທ້ ເພາະຖ້າປ່ອຍມາຈາກຟາກດິນແດນຂອງ ຢູເຄຣນ ແມ່ນມີໄລຍະທາງທີ່ໄກຫຼາຍ ແລະ ບໍ່ໜ້າມາເດີນທາງມາຮອດເມືອງຫຼວງແບບນີ້.

ທາງດ້ານຂອງ ມິຄາອິໂລ ໂປໂດຣຍັກ ທີ່ປຶກສາປະທານາທິບໍດີຂອງ ຢູເຄຣນ ກໍໄດ້ອອກມາເປີດເຜີຍວ່າ ຕໍ່ກັບເຫດການດັ່ງກ່າວທາງການຢູເຄຣນ ແມ່ນບໍ່ມີສ່ວນກ່ຽວຂ້ອງໂດຍກົງ ແຕ່ກ່າວວ່າ ເຮົາຍິນດີທີ່ຈະເຝົ້າເບິ່ງເຫດການຕ່າງໆ ແລະ ຄາດການວ່າຈະເກີດການໂຈມຕີລັກສະນະນີ້ຫຼາຍຂຶ້ນໃນອະນາຄົດ.

ນັບແຕ່ ຣັດເຊຍ ເລີ່ມປະຕິບັດການພິເສດທາງທະຫານ ໃນຢູເຄຣນ ເມື່ອໄລຍະເດືອນກຸມພາ ປີ 2022 ການສູ້ຮົບສ່ວນໃຫຍ່ກໍມັກເກີດຂຶ້ນໃນດິນແດນຂອງ ຢູເຄຣນເທົ່ານັ້ນ ແຕ່ໄລຍະຫຼັງໆມານີ້ ເລີ່ມມີການສູ້ຮົບທາງອາກາດ ແລະ ມີເປົ້າໝາຍການໂຈມຕີທາງອາກາດທີ່ຫ່າງໄກຈາກສະໜາມຮົບນັ້ນເລີ່ມຂະຫຍາຍ ອອກເປັນວົງກວ້າງຂຶ້ນເລື້ອຍໆ ແລະ ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ບໍ່ຕ່າງຫຍັງກັບ ສະໜາມຮົບຫຼັກໆ ໃນພາກພື້ນດິນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/