ຢູ່ ສປປ ລາວ ມີຜູ້ເສຍຊີວິດ 18 ຄົນຕໍ່ມື້ ຈາກການສູບຢາ


ໃນວັນທີ 29 ພຶດສະພາ ຜ່ານມາ ທີ່ກະຊວງ ສາທາລະນະສຸກ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2023 ເຊິ່ງທ່່ານໄດ້ກ່າວວ່າ: ຢາສູບ ແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ທີ່ເຮັດໃຫ້ເຄິ່ງໜຶ່ງຂອງຜູ້ທີ່ສູບຢາເປັນປະຈໍາ ກາຍເປັນພິການ ແລະ ເສຍຊີວິດກ່ອນໄວອັນຄວນ. ໃນແຕ່ລະປີ ທົ່ວໂລກມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບເຖິງ 8 ລ້ານຄົນ ແລະ ຄົນລາວເສຍຊີວິດເຖິງ 6.700 ຄົນ ຫຼືສະເລ່ຍ 18 ຄົນຕໍ່ມື້. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ.

ທ່ານ ກ່າວອີກວ່າ: ສິ່ງທີ່ໜ້າເປັນຫ່ວງທີ່ສຸດໃນຂະນະນີ້ ແມ່ນຢາສູບໄຟຟ້າ ເຊິ່ງກໍາລັງລະບາດໜັກໃນເດັກ ແລະ ໄວໜຸ່ມ ທັງໃນ ສປປ ລາວ ແລະ ທົ່ວໂລກ; ຢາສູບຮູບແບບນີ້ໄດ້ນໍາໃຊ້ ອຸປະກອນເສີມທີ່ມີສີສັນຫຼາກຫຼາຍ, ມີຄວາມທັນສະໄໝ ແລະ ໃສ່ສານປຸງແຕ່ງກິ່ນ ແລະ ຣົດຊາດ ທີ່ເດັກ ແລະ ໄວໜຸ່ມຄຸ້ນເຄີຍ ແລະ ນິຍົມຊົມຊອບ ສ້າງຄວາມເຂົ້າໃຈຜິດວ່າ ນີ້ບໍ່ແມ່ນຢາສູບ ແລະ ບໍ່ອັນຕະລາຍຕໍ່ສຸຂະພາບ. ຄວາມຈິງ ຢາສູບໄຟຟ້າ ມີຄວາມອັນຕະລາຍ ຫຼາຍກວ່າຢາສູບທໍາມະດາ ຍ້ອນການສູບນິໂຄຕິນສົດໆ ລວມທັງສານປຸງແຕ່ງກິ່ນ ແລະ ຣົດຊາດທີ່ມີຜົນກະທົບຕໍ່ສຸຂະພາບ ແລະ ອຸປະກອນຍັງສາມາດນໍາໃຊ້ໃນເສບສານເສບຕິດອື່ນໆໄດ້ອີກ.

ທີ່ສໍາຄັນ ຜູ້ສູບເກືອບທັງໝົດ ແມ່ນໄວໜຸ່ມ ແລະ ເດັກ ທີ່ບໍ່ເຄີຍສູບຢາມາກ່ອນ. ສະນັ້ນ ຮຽກຮ້ອງຍັງທຸກພາກສ່ວນ ໃຫ້ສະກັດກັ້ນ ແລະ ປາບປາມ ສິ່ງເສບຕິດປະເພດນີ້ ອອກຈາກສັງຄົມລາວ, ຂໍໃຫ້ທົ່ວສັງຄົມ ໄດ້ເອົາໃຈໃສ່ ດູແລລູກຫຼານ ໃຫ້ຫ່າງໄກຈາກສິ່ງເສບຕິດເຫຼົ່ານີ້.

ໃນໂອກາດສະເຫຼີມສະຫຼອງວັນງົດຢາສູບໂລກ ວັນທີ 31 ພຶດສະພາ ພາຍໃຕ້ຫົວຂໍ້ “ປູກພືດທີ່ກິນໄດ້ ແທນການປູກຢາສູບ” ເພື່ອເຕືອນໃຫ້ພວກເຮົາຄໍານຶງເຖິງຜົນກະທົບອັນຫຼວງຫຼາຍທີ່ເກີດຈາກການປູກຢາສູບ ເຊິ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການປູກພືດກະສິກໍາຊະນິດອື່ນ ທົດແທນການປູກຢາສູບ, ເນື່ອງຈາກ ການປູກຢາສູບໄດ້ສົ່ງຜົນກະທົບຫຼາຍດ້ານ ບໍ່ວ່າຈະເປັນສຸຂະພາບຂອງຊາວສວນ ທີ່ຕ້ອງທົນທຸກທໍລະມານກັບພະຍາດໃບຂຽວ ແລະ ຍັງສົ່ງກະທົບຕໍ່ສິ່ງແວດລ້ອມ ທີ່ຕ້ອງສູນເສຍເນື້ອທີ່, ນໍ້າ ແລະ ດິນທີ່ໃຊ້ປູກຢາສູບ ຈະສູນເສຍຄວາມອຸດົມສົມບູນຂອງດິນ ເຮັດໃຫ້ບໍ່ສາມາດ ນໍາໃຊ້ດິນດັ່ງກ່າວປູກພືດທີ່ເປັນອາຫານໄດ້.

ຂໍ້ມູນຈາກ: https://cutt.ly/hwqVh2mj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/