ຖ້ຽວບິນເກົາຫຼີໃຕ້ລະທຶກ! ຜູ້ໂດຍສານເປີດປະຕູສຸກເສີນອ້າງມືໄປຖືກ ຫຼ້າສຸດຖືກຈັບແລ້ວ


ວັນທີ 26​ ພຶເດສະພາ 2023 ເກີດເຫດລະທຶກຂວັນ ເມື່ອປະຕູເຮືອບິນ Airbus A321-200 ຂອງສາຍການບິນ Asiana Airlines ທີ່ມີຜູ້ໂດຍສານ 194 ຊີວິດ ຈາກເຊຈູ ໄປ ແທກູ ໂດຍມີຜູ້ໂດຍສານ ເປັນເພດຊາຍຄົນໜຶ່ງ ເປີດປະຕູສຸກເສີນ ໃນຂະນະເຮືອບິນລົງຈອດ ທີ່ຄວາມສູງ 200 ແມັດ.

ຫຼັງຈາກອອກເດິນທາງຈາກເກາະເຊຈູ ເຮືອບິນກຳລັງເດີນທາງໄປຍັງແທກູ ເຊິ່ງຢູ່ຫ່າງຈາກກຸງໂຊໄປທາງຕາເວັນອອກສຽງໃຕ້ 237 ກິໂລແມັດ ເມື່ອເຮືອບິນໃກ້ຈະລົງຈອດ ແຕ່ປະຕູກໍໄດ້ຖືກເປີດອອກເມື່ອເວລາ 12:45 ຂໍ້ມູນຈາກເຈົ້າໜ້າທີ່ Asiana Airlines ລະບຸວ່າ ຄົນທີ່ນັ່ງໃກ້ປະຕູທາງອອກບອກວ່າ ມືໄປຖືກຄັນໂຍກປະຕູ.

ແຕ່ຫຼ້າສຸດທາງສາຍການ Asiana Airlines ອອກມາເປີດເຜີຍກັບສຳນັກງາຍຂ່າວ AFP ວ່າເຫດທີ່ເກີດຂຶ້ນບໍ່ແມານເພາະລະບົບຂັດຂ້ອງ ແຕ່ໃນຂະນະທີ່ເຮືອບິນກຳລັງບິນຢູ່ທີ່ລະດັບຄວາມສູງ 250 ແມັດ ທີມີຜູ້ໂດຍສານຊາຍໄວ 33 ປີ ຄົນໜຶ່ງ ທີ່ນັ່ງຕິດກັບປະຕູສຸກເສິນຂອງເຮືອບິນ ຈົງໃຈເປີດປະຕູດ້ວຍຕົນເອງ ເຊິ່ງຊາຍຄົນດັງກ່າວຄົນດັ່ງກ່າວຖືກຈັບ ແລະ ເຈົ້າໜ້າທີ່ຕຳຫຼວດກຳລັງດຳເນີນການສືບສວນຕໍ່ໄປ

ດ້ານຜູ້ເຫັນເຫດການເລົ່າວ່າ ຫຼັງຈາກເປີດປະຕູສຸກເສີນແລ້ວ ຊາຍຄົນດັ່ງກ່າວພະຍາຍາມຈະໂດດອອກໄປນຳ ແລະ ພະນັກງານຕ້ອນຮັບເທິງເຮືອບິນຮ້ອງຂໍຄວາມຊ່ວຍເຫຼືອໃຫ້ຜູ້ໂດຍສານຊາຍ ແລະ ຄົນອື່ນໆ ໃນບໍລິເວນນັ້ນພະຍາຍາມຈັບຊາຍຄົນດັ່ງກ່າວໄວ້ ແລະ ດຶງເຂົ້າມາຢູ່ໃນຫ້ອງໂດຍສານ ພ້ອມກັບສຽງຮ້ອງຈາກຄວາມຢ້ານກົວຂອງຜູ້ໂດຍສານ ບາງຄົນກໍເປັນລົມໄປ ແຕ່ໃນສຸດກັບຕັນກໍສາມາດເຄື່ອງລົງຈອດໄດ້ຢ່າງປອດໄພ ແລະ ລູກເຮືອພ້ອມຜູ້ໂດຍສານ 194 ຄົນບໍ່ໃຜຫຼຸດອອກຈາກເຄື່ອງ ຫຼື ໄດ້ຮັບບາດເຈັບໜັກ ແຕ່ມີຜູ້ໂດຍສານ 12 ຄົນຕ້ອງເຂົ້າໂຮງໝໍເນື່ອງຈາກ ມີອາການຫາຍໃຈບໍ່ອອກ ແລະ ຊ໋ອກກັບເຫດການທີ່ເກີດຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/