ນັກກິລາລອຍນໍ້າຄົນພິການທີມຊາດລາວ ພ້ອມເຮັດຜົນງານໃຫ້ດີທີ່ສຸດ ເພື່ອສ້າງຊື່ສຽງໃຫ້ປະເທດຊາດ ໃນການແຂ່ງຂັນອາຊຽນພາຣາເກມ


ຄະນະນັກກິລາລອຍນໍ້າຄົນພິການທີມຊາດລາວ ພ້ອມແລ້ວທີ່ຈະເຂົ້າຮ່ວມສ້າງຜົນງານໃຫ້ແກ່ປະເທດຊາດ ໃນການແຂ່ງຂັນກິລາລອຍນ້ຳ ງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ທີ່ປະເທດກຳປູເຈຍ ລະຫວ່າງວັນທີ 3-9 ມິຖຸນາ ນີ້.

ທ່ານ ວອນລະຈິດ ລັດດາໄຊ ຜູ້ຊ່ວຍຄູເຝິກລອຍນໍ້າຄົນພິການທີມຊາດລາວ ໃຫ້ສຳພາດວ່າ: ພາຍຫຼັງທີ່ໄດ້ມີການແຂ່ງຂັນສຳເລັດ ໃນງານກິລາ ຊຽງຂວາງ ພາຣາເກມ ຜ່ານມາ ພວກເຮົາກໍໄດ້ມີການຄັດລືອກເອົານັກກິລາໃນຈຳນວນ 7 ຄົນ, ຍິງ 2 ຄົນ ທີ່ມີຜົນງານພົ້ນເດັ່ນໃນການຄວ້າຫຼຽນຄຳ ໃນງານກິລາດັ່ງກ່າວ ມາຮັບໃຊ້ທີມຊາດ ເພື່ອກຽມເຂົ້າຮ່ວມ ອາຊຽນ ພາຣາເກມ ທີ່ປະເທດກຳປູເຈຍ ມີການເກັບຕົວເຝິກຊ້ອມຢ່າງເປັນປົກກະຕິຈົນມາຮອດປັດຈຸບັນ ສາມາດເວົ້າໄດ້ວ່ານັກກິລາມີການພັດທະນາດີຂຶ້ນຫຼາຍ ໂດຍມາເບິ່ງສະຖິຕິຂອງເຂົາເຈົ້າແມ່ນດີຂຶ້ນຫຼາຍ ແລະ ມີໂອກາດທີ່ຈະສ້າງຜົນງານໃຫ້ແກ່ປະເທດຊາດໃນການຄວ້າຫຼຽນໃດຫຼຽນໜຶ່ງ.

ສ່ວນ ນາງ ປອງສະຫວັນ ຫງົບສະຫວັນ ນັກກິລາລອຍນໍ້າຄົນພິການຂາ ຈາກແຂວງເຊກອງ ທີ່ສາມາດສ້າງຜົນງານຄວ້າ 2 ຫຼຽນຄຳ ຈາກລາຍການ 100 ແມັດຍິງ ແລະ 200 ແມັດຍິງ ແລະ 1 ຫຼຽນເງິນ ລອຍທ່າກົບ 50 ແມັດຍິງ ໃນຊຽງຂວາງ ພາຣາເກມ ກໍໃຫ້ສຳພາດວ່າ: “ໂດຍສ່ວນຕົວນ້ອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ຮັບໃຊ້ປະເທດຊາດ ແລະ ກໍໄດ້ຕັ້ງຄວາມຫວັງໄວ້ສູງຢາກຈະສ້າງຜົນງານໃຫ້ແກ່ປະເທດຊາດ ນ້ອງ ແລະ ໝູ່ເພື່ອນອ້າຍເອື້ອຍໃນນາມທີມຊາດທຸກຄົນແມ່ນໄດ້ມີຄວາມມຸ່ງໝັ້ນ ແລະ ເປັນຈິດໜຶ່ງໃຈດຽວຕັ້ງໜ້າເຝິກຝົນຫຼໍ່ຫຼອມ ເພື່ອພັດທະນາຕົນເອງໃຫ້ມີສະຖິຕິທີ່ດີຂຶ້ນໄປທີ່ລະຂັ້ນ ເວລານີ້ ສາມາດເວົ້າໄດ້ວ່ານັກກິລາທຸກຄົນແມ່ນພ້ອມທີ່ຈະລົງສະ ເພື່ອໄລ່ຫຼຽນເປັນຜົນງານໃຫ້ແກ່ປະເທດຊາດ”. 

ໂດຍການແຂ່ງຂັນ ອາຊຽນພາຣາເກມ ຄັ້ງທີ 12 ທີ່ກຳລັງຈະຈັດຂຶ້ນນີ້ ທີມຊາດລາວ ແມ່ນຈະສົ່ງນັກກິລາໄປທັງໝົດ 7 ຄົນ, ຍິງ 2 ຄົນ ຮ່ວມຊິງໄຊ 35 ລາຍການ.

ນອກຈາກນີ້ ໃນການແຂ່ງຂັນຄັ້ງນີ້ ທັບນັກກິລາຄົນພິການທີມຊາດລາວ ກໍຈະລົງແຂ່ງຂັນທັງໝົດ 7 ປະເພດກິລາ ປະກອບມີ ຄື: ແລ່ນ-ລານ ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ; ລອຍນ້ຳ ລວມ 11 ຄົນ, ນັກກິລາ 7 ຄົນ, ຍິງ 2 ຄົນ; ຍົກນ້ຳໜັກ ລວມ 6 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ; ໂກນບານຍິງ ລວມ 10 ຄົນ, ນັກກິລາ 6 ຄົນ; ບັອດເຊຍ ລວມ 7 ຄົນ, ນັກກິລາ 3 ຄົນ, ຍິງ 1 ຄົນ; ບານບ້ວງລໍ້ເລື່ອນຍິງ ລວມ 13 ຄົນ, ນັກກິລາ 9 ຄົນ ແລະ ກິລາບານເຕະຄົນພິການຕາ ລວມ 15 ຄົນ, ນັກກິລາ 10 ຄົນ ລວມຜູ້ເຂົ້າຮ່ວມທັງໝົດ 89 ທ່ານ, ຍິງ 36 ທ່ານ, ໃນນັ້ນ ຄະນະນຳ 11 ທ່ານ, ຍິງ 6 ທ່ານ, ແພດ-ນັກຂ່າວ 5 ທ່ານ, ຍິງ 2 ທ່ານ, ຄູເຝິກ-ຜູ້ຊ່ວຍຄູເຝິກ 28 ທ່ານ, ຍິງ 7 ທ່ານ ແລະ ນັກກິລາທັງໝົດ 45 ຄົນ, ຍິງ 21 ຄົນ.

ຂອບໃຈຂໍ້ມູນຈາກ: https://cutt.ly/2wqNo8A4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/