Stalker ທີ່ຮ້ອງໂດຍ Cha Eun Woo ມອບໃຫ້ແກ່ Moon Bin


ການຈາກໄປຂອງ Moon Bin ASTRO ເຮັດໃຫ້ຄອບຄົວ ແລະ ແຟນຄລັບຕ່າງໂສກເສົ້າກັບການຈາກໄປ ບໍ່ພຽງແຕ່ແຟນຄລັບເທົ່ານັ້ນ ສະມາຊິກທຸກຄົນກໍຕ່າງເສຍໃຈໃນການຈາກໄປຂອງ Moon Bin.

ວັນທີ 30 ພຶດສະພາ 2023 ທີ່ຜ່ານມາ ເວລາ 02:23 ຕາມເວລາເກົາຫຼີໃຕ້ ເຊິ່ງກົງກັບວັນທີ່ໜຶ່ງໃນສະມາຊິກ ASTRO ຢ່າງ Cha Eun Woo ໄດ້ອັບວິດີໂອເພງ Cover “Stalker” ຂອງສິລະປິນ 10cm ລົງໃນຊ່ອງ ເຊິ່ງເພງນີ້ຫຼາຍຄົນກໍຕ່າງຮູ້ດີກັນໃນກຸ່ມແຟນໆຂອງ ASTRO ໃນຖານະເພງທີ່ມັກຂອງ  Moon Bin ເຊິ່ງຮ້ອງເພງນີ້ໃນລາຍການ.

ກ່ອນໜ້າທີ່ຈະອັບໂຫຼດເພງ Cover ທາງ Cha Eun Woo ໄດ້ແຊຄລິບລົງໄປທີ່ Instagram Stories ສ່ວນຕົວທີ່ມີ Cha Eun Woo ແລະ Moon Bin ຮ້ອງເພງດຽວກັນລະຫວ່າງການຮ້ອງຄາຣາໂອເກະ ພ້ອມແຄບຊ່ນທີ່ເຮັດໃຫ້ແຟນໆດີໃຈ ແລະ ຍິ້ມຕາມ “ໝູ່ຂອງຂ້ອຍ” Cha Eun Woo ຍັງໄດ້ແຊຣ໌ຮູບໂພລາຣອຍກັບ Moon Bin ທີ່ຖ່າຍໄວ້ນຳກັນໃນຄືນນັ້ນ.

ຢ່າງທີ່ເຮົາຮູ້ກັນດີວ່າ ຫຼັງຈາກການຈາກໄປຢ່າງກະທັນຂອງ Moon Bin ໃນເດືອນເມສາ 2023 ທີ່ຜ່ານມາ ສະມາຊິກ ແລະ ໝູ່ຂອງ Moon Bin ຫຼາຍຄົນໃຊ້ໂຊຊຽວມີເດຍ ເພື່ອແບ່ງປັນຂໍ້ຄວາມ ແລະ ຮູບພາບຈາກໃຈຫາ Moon Bin ເຖິງແມ່ນວ່າຈະຈາກໄປແລ້ວ ແຕ່ເຊື່ອວ່າ Moon Bin ຍັງຢູ່ໃນໃຈຂອງແຟນໆຢູ່ສະເໝີມາ.

ໂດຍທີ່ມີທ່ອນໜຶ່ງໃນເພງ Stalker ໄດ້ຮ້ອງໄວ້ວ່າ “나도 알아 나의 문제가 무엇인지 난 못났고 별 볼일 없지” ໂດຍມີຄວາມໝາຍວ່າ “ຂ້ອຍຮູ້ວ່າ ຂ້ອຍມີບັນຫາ ຂ້ອຍບໍ່ຫຼໍ່ ບໍ່ມີຫຍັງພິເສດ” ແຕ່ Moon Bin ເປັນຄົນພີເສດຂອງທຸກຄົນ ແລະ ຈະເປັນຕະຫຼອດໄປ.

[Cover] 스토커 (10cm) l Sung by CHA EUN-WOO (youtu.be)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/