ຢູທູບເບີເກົາຫຼີຖືກເອເຈນຊີປະເທດຈີນໄລ່ອອກເພາະເວົ້າວ່າ “ກິມຈິ” ເປັນອາຫານເກົາຫຼີ


ກາຍເປັນບັນຫາທີ່ຍັງຍືດເຍື້ອມາດົນ ກັບເສິກຍາດ “ກິມຈິ” ລະຫວ່າງປະເທດຈີນ ແລະ ເກົາຫຼີ ທີ່ຕ່າງຝ່າຍກໍອອກມາບອກວ່າກິມຈິນັ້ນເປັນຂອງປະເທດຕົນເອງ ເຮັດໃຫ້ເກີດເສິກເທິງໂຊຊຽວມີເດຍກັນຢ່າງດຸເດືອດ.

(ສາມາດອ່ານເພີ່ມເຕີມໄດ້ທີ່: https://laox.la/world-news/6184/)

ເຊິ່ງເລື່ອງນີ້ເອງມີສ່ວນເຮັດໃຫ້ເອເຈນຊີຈາກປະເທດຈີນທີ່ເຮັດລາຍການກິນໂຊ “ຍົກເລີກສັນຍາ” ກັບຢູທູບເບີຊາວເກົາຫຼີທີ່ຊື່ວ່າ “Hamzy” ຫຼັງຈາກທີ່ລາວໄດ້ເວົ້າວ່າ ກິມຈິ ແລະ ຊຳ ເປັນອາຫານເກົາຫຼີ.

ເຫດການກ່ອນໜ້ານີ້ແມ່ນຢູທູບເບີຊາວຈີນທີ່ຊື່ວ່າ Dianxi Xiaoge ໄດ້ຖືກຊາວເນັດເກົາຫຼີວິພາກວິຈານ ຫຼັງຈາກທີ່ລາວອັບວີດີໂອຕອນກິນ “ຊຳ” ເຊິ່ງປະເທດຈີນເອງກໍມີວິທີກິນແບບຫໍ່ຜັກ ເຊິ່ງກໍເປັນວັດທະນະທຳທີ່ມີໃນຫຼາຍປະເທດໃນອາຊີ ລວມເຖິງລາວເອງກໍມີ, ແຕ່ໃນວິດີໂອລາວໄດ້ກິນຊີ້ນ, ໝາກເຜັດ ແລະ ກະທຽມຫໍ່ຜັກ ເຊິ່ງຄ້າຍຄືກັບການກິນຊຳຂອງເກົາຫຼີ.

ຕໍ່ມາ Hamzy ໄດ້ກົດຖືກໃຈຄອມເມັ້ນໜຶ່ງທີ່ຂຽນວ່າ “ໂອ໊ຍ! ຫຼັງຈາກເບິ່ງວິດີໂອທີ່ຄົນຈີນທີ່ບອກວ່າຊຳເປັນອາຫານຂອງພວກເຂົາເຈົ້າ ຂ້ອຍຮູ້ສຶກໃຈຮ້າຍຂຶ້ນມາເລີຍ” ຫຼັງຈາກນັ້ນ ຂໍ້ຄວາມດັ່ງກ່າວກໍຖືກແປໄປເປັນພາສາຈີນ ແລະ ເກີດກະແສດ້ານລົບຂຶ້ນ.

ຫຼັງຈາກຈາກນັ້ນ Hamzy ກໍອອກມາຂໍໂທດຜ່ານ Weibo Livestream ແລະ ອະທິບາຍວ່າໃນຄວາມຄິດຂອງລາວນັ້ນ ກິມຈິ ແລະ ຊຳ ເປັນອາຫານເກົາຫຼີ.​ ຈາກຄຳຕອບດັ່ງກ່າວເຮັດໃຫ້ເກີດເປັນກະແສຮອບສອງ ຈົນນຳໄປສູ່ການຍົກເລີກສັນຍາຈາກເອເຈນຊີຂອງປະເທດຈີນ,​ ໂດຍເອເຈນຊີໃຫ້ເຫດຜົນວ່າ Hamzy ດູໝິ່ນປະເທດຈີນ.

ດ້ານ Hamzy ກໍໄດ້ອອກມາຂຽນໃນຊ່ອງ YouTube  ຂອງຕົວເອງວ່າ “ຖ້າຄົນຈີນໃຈຮ້າຍຍ້ອນການສື່ສານຜິດພາດ ຫຼື ການທີ່ໃຊ້ຄຳເວົ້າບໍ່ເໝາະສົມ ຂ້ອຍກໍຈະຂໍໂທດ” ແລະ ຍັງເວົ້າຕໍ່ອີກວ່າ “ແຕ່ຖ້າຂ້ອຍຕ້ອງເວົ້າວ່າກິມຈິເປັນອາຫານຈີນ ເພື່ອໃຫ້ໄດ້ເຮັດວຽກທີ່ຈີນ ຂ້ອຍກໍຈະບໍ່ເຮັດວຽກທີ່ນັ້ນອີກຕໍ່ໄປ”

ຂອບໃຈຂໍ້ມູນຈາກ:

https://www.creatrip.com/th/blog/9658?fbclid=IwAR0DmxqATdAEqHzgOuuHfxXX-KSDuiuZvpncwTWxKvvj1V5tRjUOqHZWLaY