ມ້ານ້ຳ ເປັນສັດທີ່ຕິດແຟນ ເພາະເວລາມັນເລືອກຄູ່ມັນຈະເກາະຫາງກັນໄປຕະຫຼອດຊີວິດ


ມ້ານ້ຳ ຖືກຈັດເປັນປາ ບໍ່ແມ່ນສັດລ້ຽງລູກດ້ວຍນ້ຳນົມ ພວກມັນມີຊີວິດປະມານ 1 ປີ ເຖິງ 5 ປີ ແລະ ພວກມັນເປັນເປັນສັດຄູ່ສົມຣົດດຽວ ຮັກດຽວໃຈດຽວ ເມື່ອມັນເລືອກຄູ່ແລ້ວ ມັນຈະເກາະຫາງກັນໄປທຸກບ່ອນ.

ສິ່ງທີ່ແປກຂອງມ້ານ້ຳອີກຢ່າງໜຶ່ງກໍຄື ໂຕຜູ້ຈະຖືພາແທນໂຕແມ່ ໂດຍໂຕຜູ້ຈະມີອະໄວຍະວະຢູ່ໜ້າທ້ອງຄ້າຍໆຖົງຂອງຈິງໂຈ້ ທີ່ໃຊ້ສຳລັບເກັບໄຂ່ ແລະ ຟັກເປັນໂຕ.

ໃນຕອນທີ່ຮອດລະດູປະສົມພັນ ມ້ານ້ຳໂຕຜູ້ຈະປ່ຽນສີຂອງຕົນເອງ ເພື່ອວ່ານສະເໜ່ໃສ່ໂຕແມ່ ຈາກນັ້ນໂຕຜູ້ຈະໃຊ້ຫາງໂອບກອດໂຕແມ່ ພ້ອມກັບແອ່ນທ້ອງເຂົ້າຫາກັນ ໂຕແມ່ຈະອອກໄຂ່ໃສ່ຖົງໜ້າທ້ອງຂອງຕົວຜູ້ ແລະ ມ້ານ້ຳໂຕຜູ້ຈະປ່ອຍນ້ຳເຊື້ອເຂົ້າປະສົມກັບໄຂ່ ແລະ ຟັກເປັນຕົວອ່ອນໃນຖົງໜ້າທ້ອງ ຈົນລູກນ້ອຍສາມາດອອກສູ່ພາຍນອກໄດ້.

ມ້ານ້ຳ ເປັນສັດຄູ່ດຽວຕະຫຼອດທັງຊີວິດ ຈະຈັບຄູ່ພຽງຄັ້ງດຽວ ຖ້າຫາກຝ່າຍໃດຝ່າຍໜຶ່ງຕາຍຈາກໄປ ມັນກໍຈະບໍ່ມີຄູ່ອີກຕະຫຼອດຊີວິດ

ທີ່ມາ:

https://th.wikipedia.org

https://www.divessi.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/