Vietjet ເລີ່ມ​ເປີດເສັ້ນ​ທາງ​ບິນກົງທຳ​ອິດ​ເຊື່ອມຕໍ່​ນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ໂຮ່​ຈີ​ມິນ *ລາຄາປະຢັດພຽງແຕ່ 0 ໂດລາ ເລີ່ມຕົ້ນວັນທີ 1-8 ມີນານີ້


(ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2024) – ສາຍການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມ Vietjet, ໄດ້ເປີດຖ້ຽວບິນທຳອິດທີ່ເຊື່ອມຕໍ່ນະຄອນຫຼວງຂອງ ສປປ ລາວ ກັບ ສູນກາງດ້ານເສດຖະກິດຂອງຫວຽດນາມ ນະຄອນໂຮ່ຈີມິນ. ຄາດວ່າຈະເປັນເສັ້ນທາງທີ່ປະຢັດເວລາ ແລະ ຄ່າໃຊ້ຈ່າຍສໍາລັບການເດີນທາງລະຫວ່າງສອງປະເທດ, ພ້ອມທັງມອບໂອກາດໃນການທ່ອງທ່ຽວ, ການຄ້າຂາຍ ແລະ ການພັດທະນາເສດຖະກິດ.

​ພິທີ​ສະເຫຼີມ​ສະຫຼອງ​ຈັດຂຶ້ນທີ່ ສະໜາມ​ບິນ​ສາກົນ ​Tan Son Nhat ​ແລະ ສະໜາມ​ບິນ​ສາກົນ​ວັດ​ໄຕ, ເປັນກຽດເຂົ້າຮ່ວມໂດຍ ​ທ່ານ ສຸວັນນະ​ແສງ ອຳໄພ, ຮອງ​ກົງສຸນ​ໃຫຍ່ ສປປ ລາວ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ທ່ານ ບຸນ​ແຕງ ສີ​ມູນ, ຮອງ​ຫົວໜ້າ​ກົມ​ການບິນ​ພົນລະ​ເຮືອນ​ລາວ (DCAL), ທ່ານ ສັກດາ ສຸລິສັກ ຮອງຜູ້ອໍານວຍການໃຫຍ່ສະໜາມບິນລາວ (AOL), ທ່ານ ແກ້ວສຸລີ ນູຟອງສະໝຸດ, ຮັກສາການຜູ້ອໍານວຍການສະໜາມບິນສາກົນວັດໄຕ, ການນໍາສາຍການບິນລາວ ແລະ Vietjet. ຮ່ວມ​ສະຫຼອງຖ້ຽວບິນໃໝ່​ ແລະ ​ຕ້ອນ​ຮັບ​ຜູ້​ໂດຍ​ສານ​ທ່ານ​ທໍາ​ອິດ​ໃນ​ຖ້ຽວ​ບິນ​​ທໍາ​ອິດ.

ໃຫ້ບໍລິການ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ. ນັກ​ທ່ອງ​ທ່ຽວ​ສາມາດ​ບິນ​ໂດຍ​ກົງ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ໄປ​ ນະຄອນ​ໂຮ່ຈິ​ມິນ​ໃນ​ເວລາ​ບໍ່​ຮອດ 2 ຊົ່ວ​ໂມງ. ຖ້ຽວ​ບິນ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ​ໃນ​ເວ​ລາ 18:45 ໂມງ ແລະ ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Tan Son Nhat ນະ​ຄອນ​ໂຮ່​ຈິ​ມິນ​ໃນ​ເວ​ລາ 20:45 ໂມງ. ໃນຂະນະທີ່, ຖ້ຽວບິນຈາກນະຄອນໂຮ່ຈີມິນ ຫາ ນະຄອນຫຼວງວຽງຈັນ ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 17:45 ໂມງ (ຕາມເວລາທ້ອງຖິ່ນ).

ທ່ານ Nguyen Thanh Son, ຮອງປະທານບໍລິສັດ Vietjet ໃຫ້ຮູ້ວ່າ: “ຖ້ຽວບິນໃໝ່ເຊື່ອມຕໍ່ນະຄອນ ໂຮ່ຈີມິນ ຫາ ນະຄອນຫຼວງວຽງຈັນ ບໍ່ພຽງແຕ່ເຮັດໃຫ້ເວລາໃນການເດີນທາງລະຫວ່າງ ຫວຽດນາມ ແລະ ລາວ ສັ້ນລົງເທົ່ານັ້ນ, ແຕ່ຍັງໄດ້ຂະຫຍາຍການເຊື່ອມຕໍ່ທາງອາກາດຂອງ ນະຄອນຫຼວງວຽງຈັນ ໄປເຖິງບັນດາຈຸດໝາຍປາຍທາງໃນພາກພື້ນ ແລະ ໃນໂລກຜ່ານເຄືອຂ່າຍການບິນສາກົນຂອງ Vietjet. ພວກ​ເຮົາ​ຈະ​ສືບ​ຕໍ່​ມອບປີ້​ຍົນ​ທີ່​ມີ​ລາ​ຄາ​ຖືກ​ກວ່າ​ໃນ​ເຮືອ​ບິນ​ໃໝ່, ທັນ​ສະ​ໄໝ ແລະ​ ການ​ບໍ​ລິ​ການ​ທີ່​ດີ​ເລີດ​ຂອງ​ພວກ​ເຮົາ.”

ເພື່ອສະເຫຼີມສະຫຼອງເສັ້ນທາງໃໝ່, ແຕ່ວັນທີ 1 ຫາ 8 ມີນາ 2024, Vietjet ມອບປີ້ຍົນລາຄາໂປໂມຊັ່ນ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທໍານຽມ) ສໍາລັບເສັ້ນທາງ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິນ ແລະ ໄປເຖິງຈຸດໝາຍປາຍທາງໃນອອສເຕຣເລຍ, ເກົາຫຼີໃຕ້, ຍີ່ປຸ່ນ, ຮົງກົງ, ໄຕ້ຫວັນ, ອິນເດຍ ແລະ ອື່ນໆ. ນັກທ່ອງທ່ຽວສາມາດຮັບປີ້ບິນຟຣີ ໄດ້ທີ່ www.vietjetair.com ຫຼື ແອັບ Vietjet Air ແລະ ວາງແຜນທ່ອງທ່ຽວໃນລະຫວ່າງວັນທີ 01 ເມສາ ຫາ 31 ຕຸລາ 2024 (ຕາມຂໍ້ກໍານົດ ແລະ ເງື່ອນໄຂ)

ທ່ອງທ່ຽວທົ່ວໂລກກັບ Vietjet, ໃຫ້ຮາງວັນກັບທ່ານດ້ວຍການບິນທີ່ມີຄວາມສຸກ ແລະ ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ເພີດເພີນກັບການບໍລິການຂອງລູກເຮືອທີ່ເປັນມືອາຊີບ ແລະ ເປັນມິດ, ມີປະສົບການໃນການມອບບໍລິການທີ່ດີເລີດ ແລະ ໄດ້ຊີມລົດຊາດອາຫານພື້ນເມືອງຫວຽດນາມ ເຊັ່ນ: ເຂົ້າຈີ່ຫວຽດນາມ, ເຝີ ແລະ ອາຫານຈາກທົ່ວໂລກ ບິນຢ່າງມີຄວາມສຸກ ບິນກັບ Vietjet!

ຂໍ້ມູນເພີ່ມເຕີ່ມ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath) or  

Vietjet

Kieu Duong (Amy) | kieuduong@vietjetair.com | +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/