Bitcoin, ຄໍາ ແລະ ເງິນຈະເປັນບ່ອນປອດໄພສໍາລັບວິກິດການເສດຖະກິດໃນປີ 2024


Bitcoin, ຄໍາ ແລະ ເງິນໄດ້ກາຍມາເປັນທາງເລືອກທີ່ໜ້າສົນໃຈສຳລັບການແຈກຢາຍຂອງຫຼັກຊັບການລົງທຶນໃນສະພາບແວດລ້ອມເສດຖະກິດມະຫາພາກ. ເນື່ອງຈາກວ່າອັດຕາເງິນເຟີ້ຍັງຄົງຢູ່ໃນລະດັບທີ່ສູງ.

ນັກວິ​ເຄາະ​ຄົນ​ໜຶ່ງ​ກ່າວ​ວ່າ ອັດຕາເງິນເຟີ້ທີ່ເພີ່ມຂຶ້ນໃນສະຫະລັດໄດ້ເຮັດໃຫ້ Bitcoin ຖືກເບິ່ງວ່າເປັນໜຶ່ງໃນທາງເລືອກທີ່ໜ້າສົນໃຈສໍາລັບການກະຈາຍຄວາມສ່ຽງຂອງຫຼັກຊັບການລົງທຶນ.

Jag Kooner, ຫົວໜ້າຝ່າຍອະນຸພັນຂອງ Bifinex ໄດ້ແນະນໍາວ່າ Bitcoin, ພ້ອມດ້ວຍຄໍາ ແລະ ເງິນ, ຈະເປັນບ່ອນປອດໄພສໍາລັບວິກິດການເສດຖະກິດໃນປີ 2024.

“ອັດຕາເງິນເຟີ້ທີ່ຄວບຄຸມໂດຍທະນາຄານທົ່ວໂລກຈະເຮັດໃຫ້ອັດຕາດອກເບ້ຍສູງຂຶ້ນເປັນເວລາດົນນານ”.

ສະຖານະ​ການ​ໃນ​ປັດຈຸ​ບັນ​ອາດ​ຈະ​ໝາຍ​ຄວາມ​ວ່າ​ນະ​ໂຍບາຍ​ການ​ເງິນ​ມີ​ຊ່ອງ​ວ່າງ​ໜ້ອຍ​ກວ່າ​ທີ່​ຈະ​ຜ່ອນຄາຍ ນີ້ຈະເຮັດໃຫ້ນັກລົງທຶນປະເຊີນກັບຄວາມຜິດຫວັງ.

Jag Kooner ຍັງໄດ້ເວົ້າເຖິງປັດໄຈບາງຢ່າງທີ່ສາມາດຂັດຂວາງການເຕີບໂຕຂອງຕະຫຼາດໃນປີທີ່ຈະມາເຖິງ. ໂດຍລາວຄິດວ່າຕະຫຼາດໃນປີ 2024 ຈະປະເຊີນກັບສິ່ງທ້າທາຍຕ່າງໆເຊັ່ນວ່າ: ກໍາໄລທີ່ໜ້ອຍລົງ, ບັນຫາ​ການ​ເມືອງ… ເຊິ່ງສິ່ງເຫຼົ່ານີ້ຈະເຮັດໃຫ້ຕະຫຼາດຫຼັກຊັບຫຼຸດລົງ.

Jag Kooner ຄາດການວ່າເສດຖະກິດຈະເຕີບໂຕເລັກນ້ອຍໃນປີ 2024, ໂດຍດັດຊະນີ S&P 500 ຈະເພີ່ມຂຶ້ນປະມານ 2-3%, ແຕ່ວ່າມັນກໍອາດຈະຫຼຸດລົງຫຼາຍເຖິງ 4,200 ຈຸດ.

Tal Zackon, ຜູ້ຮ່ວມກໍ່ຕັ້ງຂອງ TRES ໄດ້ບອກກັບ The Block ວ່າ Spot Bitcoin ETF ທີ່ໄດ້ຮັບການອະນຸມັດ ຈະຊ່ວຍເຮັດໃຫ້ນັກລົງທຶນໃນຕະຫຼາດການເງິນແບບດັ້ງເດີມໃຊ້ Bitcoin ເພື່ອປ້ອງກັນຄວາມສ່ຽງຕໍ່ກັບອັດຕາເງິນເຟີ້ໄດ້ງ່າຍຂຶ້ນ. ເນື່ອງຈາກ Bitcoin ມີທ່າແຮງທີ່ຈະເປັນບ່ອນປອດໄພທ່າມກາງສະພາບເສດຖະກິດທີ່ບໍ່ແນ່ນອນ ແລະ ປາກົດການ Bitcoin Halving ທີ່ຈະມາເຖິງໃນເດືອນເມສາຈະເສີມສ້າງທ່າແຮງຂອງ Bitcoin ໃນການປ້ອງກັນອັດຕາເງິນເຟີ້.

ທີ່ມາ:

theblock

Bitcoin-halving

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/