ມຽນມາ ອອກປະກັນໄພລົດຂ້າມແດນ ສຳລັບປະເທດໃນອາຊຽນ


ສະຖານີວິທະຍຸໂທລະພາບແຫ່ງຊາດມຽນມາລາຍງານວ່າ ມຽນມາໄດ້ເປີດປະກັນໄພຂ້າມພົມແດນສຳລັບລົດຂົນສົ່ງປະເທດກຸ່ມອາຊຽນຜ່ານລະບົບປະກັນໄພພາກບັງຄັບ (ACMI) ໂດຍງານເປີດຕົວຈັດຂຶ້ນທີ່ບໍລິສັດ  Myanma Insurance ໃນນະຄອນຢ້າງກຸ້ງ.

U Lwin Oo ຜູ້ຈັດການທົ່ວໄປບໍລິສັດ Myanma Insurance ເປີດເຜີຍວ່າ ບໍລິສັດໄດ້ຈັດຕັ້ງສຳນັກງານບໍລິເວນດ່ານຊາຍແດນຫຼາຍແຫ່ງ ເພື່ອຮັບຮອງບັນດາລົດທີ່ເຂົ້າສູ່ມຽນມາຜ່ານລະບົບດັ່ງກ່າວ. ພ້ອມກັນນີ້ ຈະອຳນວຍຄວາມສະດວກໃນການຮັບຮອງປະກັນລົດຈາກກຸ່ມປະເທດສະມາຊິກອາຊຽນຜ່ານແພລັດຟອມດິຈິຕອນ ໂດຍສາມາດຊຳລະຄ່າເບ້ຍປະກັນໄພຜ່ານຊ່ອງທາງອອນລາຍໄດ້ ແຕ່ຕ້ອງເປັນສະກຸນເງິນຈ໊າດຂອງມຽນມາ ຕາມຂໍ້ບັງຄັບຂອງບໍລິສັດ ແລະ ໃນກໍລະນີທີ່ເກີດອຸບັດຕິເຫດໃນມຽນມາ ກໍຈະໄດ້ຮັບການຄຸ້ມຄອງ.

ໃນຂະນະທີ່ລົດຈາກມຽນມາຈະຕ້ອງຊຳລະຄ່າເບ້ຍປະກັນໄພທີ່ດ່ານຊາຍແດນຂອງແຕ່ລະປະເທດສະມາຊິກ ຕາມຄ່າເບ້ຍປະກັນທີ່ປະເທດເຫຼົ່ານັ້ນກຳນົດໄວ້. ຕາມຂໍ້ຕົກລົງອາຊຽນວ່າດ້ວຍການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າຂ້າມແດນ (AFAFGIT) ລະບຸວ່າລົດຂົນສົ່ງສິນຄ້າ ລວມເຖິງລົດທຸກປະເພດທີ່ແລ່ນຜ່ານຊາຍແດນຂອງກຸ່ມປະເທດສະມາຊິກ ປະເທດໃດກໍຕາມຈຳເປັນຕ້ອງເຮັດປະກັນພາຍໃຕ້ການປະກັນລົດພາກບັງຄັບຂອງປະເທດນັ້ນ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/