ຊີຣີ້ໃນຕຳນານ! ແດຈັງກຶມ ຈະສ້າງພາກຕໍ່ພ້ອມກຽມອອກອາກາດໃນປີ 2025


ເປັນການສ້າງພາກຕໍ່ທີ່ຕ້ອງຖ້າຍາວນານກວ່າ 50 ປີ ກັບຊີຣີ້ໃນຕຳນານທີ່ສ້າງຄວາມຮືຮາໄປທົ່ວໂລກກັບເລື່ອງ ແດຈັງກຶມ (Dae Jang Geum) ເຊິ່ງອອກອາກາດເທື່ອທຳອິດໃນປີ 2003 ພ້ອມກັບກວາດເຣດຕິ້ງໃນປະເທດເກົາຫຼີ ແລະ ມີການປະກາດຢ່າງເປັນທາງການວ່າຈະກັບມາສ້າງພາກຕໍ່ ພ້ອມກຳນົດອອກອາກາດໃນປີ 2025.

ໂດຍຕົ້ນສັງກັດຂອງນັກສະແດງ Lee Young Ae ນັກສະແດງຜູ້ຮັບບົດ ແດຈັງກຶມ (Dae Jang Geum) ກຳລັງກຽມຄວາມພ້ອມໃນການຖ່າຍທຳຊີຣີ້ຢ້ອນຍຸກເລື່ອງ Uinyeo Dae Jang Geum (ຊື່ບໍ່ເປັນທາງການ) ພ້ອມກັບເປັນທີ່ຈັບຕາ ເພາະຍັງມີນັກສະແດງຄົນເກົ່າມາຮັບບົດບາດເກົ່າທີ່ເຄີຍສ້າງປາກົດການມາທົ່ວໂລກແລ້ວວ່າຈະເປັນແບບໃດ!

Dae Jang Geum ເປັນຊີຣີ້ທີ່ກວາດເຣດຕິ້ງສູງຮອດ 57,8% ແລະ ຍັງຖືກໄປນຳອອກອາກາດອີກ 91 ປະເທດທົ່ວໂລກ ເຊິ່ງສາມາດເຮັດລາຍໄດ້ລວມກວ່າ 103,4 ລ້ານໂດລາ ແລະ ຍັງກາຍເປັນທີ່ຮູ້ຈັກໄປທົ່ວໂລກໃນຖານະຊີຣີ້ທີ່ເຜີຍແຜ່ວັດທະນະທຳເກົາຫຼີໃນຕ່າງປະເທດອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/