Visa ປະກາດເປີດຕົວ “ບໍລິການຖອນ crypto ເປັນເງິນສົດ” ໂດຍບໍ່ຕ້ອງຜ່ານກະດານເທຣດໃນ 145 ປະເທດ


Visa ໜຶ່ງໃນບໍລິສັດຍັກໃຫຍ່ດ້ານການຊຳລະເງິນລະດັບໂລກ ໄດ້ປະກາດຮ່ວມມືກັບ Transak ຜູ້ໃຫ້ບໍລິການໂຄງສ້າງພື້ນຖານຂອງ Web3, ເພື່ອເພີ່ມລະບົບການຖອນເງິນສະກຸນເງິນດິຈິຕອນ ແລະ ລະບົບການຈ່າຍເງິນຜ່ານໂຊລູຊັນ Visa Direct.

ການປະສົມປະສານກັນໃນຄັ້ງນີ້ຈະເຮັດໃຫ້ຜູ້ໃຊ້ສາມາດຖອນ crypto ເຊັ່ນ: Bitcoin ໄດ້ໂດຍກົງຈາກກະເປົາເງິນເຊັ່ນ: MetaMask, Ledger ແລະ Trust Wallet ໄປຫາບັດເດບິດ Visa ໄດ້ໃນທັນທີ, ເຊິ່ງລວມທັງການຊື້ຂາຍ Crypto ນຳ. ນອກຈາກນີ້, ຍັງອະນຸຍາດໃຫ້ສາມາດແລກປ່ຽນ crypto ເປັນເງິນ fiat ໄດ້ ແລະ ຊໍາລະເງິນທີ່ຮ້ານຄ້າຫຼາຍກວ່າ 130 ລ້ານແຫ່ງທີ່ຍອມຮັບ Visa.

Yanilsa Gonzalez-Ore ຫົວໜ້າປະຈຳອາເມຣິກາເໜືອຂອງ Visa Direct ກ່າວວ່າ “ໂດຍການເປີດໃຊ້ງານການຖອນບັດແບບ real-time ຜ່ານ Visa Direct, Transak ຈະມອບປະສົບການທີ່ໄວຂຶ້ນ ງ່າຍຂຶ້ນ ແລະ ເຊື່ອມຕໍ່ກັນຫຼາຍຂຶ້ນກວ່າເກົ່າໃຫ້ກັບຜູ້ໃຊ້ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການແປງຍອດເງິນຄົງເຫຼືອ crypto ໃຫ້ກາຍເປັນເງິນ Fiat”

ໂດຍການຮ່ວມມືກັນໃນຄັ້ງນີ້ ຈະອະນຸຍາດໃຫ້ຜູ້ໃຊ້ VISA ໃນ 145 ປະເທດສາມາດແປງສະກຸນເງິນດິຈິຕອນຢ່າງໜ້ອຍ 40 ສະກຸນໃຫ້ກາຍເປັນເງິນ fiat ໄດ້ໂດຍກົງ ໂດຍບໍ່ຕ້ອງຜ່ານເວັບເທຣດສຳລັບບາງປະເທດທີ່ໄດ້ຮັບການສະໜັບສະໜູນຄື: Cyprus, Malta, ສິງກະໂປ, ຕຸຣກີ, ໂປຣຕຸເກດ, ປະເທດໄທ ແລະອື່ນໆ.

Lorenzo Santos ຜູ້ຈັດການຜະລິດຕະພັນອາວຸໂສຂອງ MetaMask ກ່າວວ່ “ການຮ່ວມມືກັນລະຫວ່າງ Visa ແລະ Transak ໃນຄັ້ງນີ້ ຈະເປີດໂລກໃນມຸມມອງໃໝ່ໆໃຫ້ກັບຜູ້ໃຊ້ MetaMask ທົ່ວໂລກ ທີ່ຈະເພີ່ມຄວາມຍືດຫຍຸ່ນຫຼາຍຂຶ້ນໃນການແປງສະກຸນເງິນດິຈິຕອນໃຫ້ກາຍເປັນກາຍເປັນເງິນ Fiat”

ຢ່າງໃດກໍຕາມ, ການເຄື່ອນໄຫວຂອງ Visa ໃນຄັ້ງນີ້ ຖືເປັນຕົວແທນຂອງການສໍາຫຼວດຢ່າງຫ້າວຫັນໃນກໍລະນີການນໍາໃຊ້ສໍາລັບ cryptocurrencies ໃນຊຸມປີທີ່ຜ່ານມາ. ເຊິ່ງນີ້ລວມທັງການຮ່ວມມືກັນກັບ Circle ແລະ Solana ໃນການສະໜັບສະໜູນ USDC ເພື່ອສາມາດຮອງຮັບຄວາມຕ້ອງການທີ່ເພີ່ມຂຶ້ນຂອງ Stablecoin ທີ່ຫຼາຍຂຶ້ນໃນອະນາຄົດ.

ທີ່ມາ:

transak.global-coverage

cointelegraph

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/