ໃນສະຖານະການຂອງການລະບາດເຊື້ອພະຍາດໂຄວິດ-19 ນີ້ ວັກຊີນໂຄວິດ-19 ເປັນສິ່ງໜຶ່ງທີ່ສຳຄັນ ທີ່ຫຼາຍປະເທດຍອມຮັບວ່າເປັນທາງອອກທີ່ແນ່ນອນທີ່ສຸດ ເຊິ່ງເຮັດໃຫ້ລັດຖະບານທຸກປະເທດທົ່ວໂລກຕ້ອງເລັ່ງຈັດຫາວັກຊີນຟຣີໃຫ້ປະຊາຊົນຂອງຕົນເອງ ແລະ ຖືເປັນຄວາມຮັບຜິດຊອບຂອງລັດຕໍ່ປະຊາຊົນໃນໄລຍະວິກິດແບບນີ້.

ແນວໃດກໍຕາມ, ສະຖິຕິການສັກວັກຊີນຂອງບາງປະເທດອາດຈະຕ່ຳຈົນໜ້າຕົກໃຈ ເປັນເຫດຜົນໃຫ້ພາກລັດຂອງປະເທດເຫຼົ່ານັ້ນຕ້ອງຍອມເປີດທາງໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນການຈັດຫາ ແລະ ຈຳໜ່າຍວັກຊີນໃຫ້ແກ່ປະຊາຊົນ ເຊິ່ງບັນຫາຫຼັກ ແມ່ນເກີດຈາກການທີ່ພາກລັດຂອງປະເທດນັ້ນໆ ຈັດຫາວັກຊີນໄດ້ບໍ່ທັນຕາມຄວາມຕ້ອງການ ຈຶ່ງເຮັດໃຫ້ປະຊາຊົນຕ້ອງໄດ້ເສຍເງິນເພື່ອສັກວັກຊີນດ້ວຍຕົນເອງ. ນອກຈາກນັ້ນ, ການສຳຫຼວດຍັງພົບວ່າ ມີພຽງບາງປະເທດຈຳນວນໜ້ອຍເທົ່ານັ້ນທີ່ເປີດທາງໃຫ້ພາກເອກະຊົນຈັດຫາ ແລະ ຈຳໜ່າຍວັກຊີນໂຄວິດ-19 ໃຫ້ປະຊາຊົນໂດຍກົງ ເຊິ່ງມີປະເທດດັ່ງນີ້:
1. ປາກີສະຖານ
ໃນໄລຍະເດືອນມີນາ-ເມສາທີ່ຜ່ານມາ ປາກີສະຖານໄດ້ປະສົບກັບບັນຫາການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຮອບທີ 3 ເຊິ່ງມີຜູ້ຕິດເຊື້ອໃໝ່ສະເລ່ຍ 5,000 ຄົນຕໍ່ມື້. ແຕ່ເມື່ອທຽບກັບຈຳນວນວັກຊີນທີ່ລັດຖະບານຈັດຫາ ແລະ ໄດ້ຮັບບໍລິຈາກມາແມ່ນມີພຽງຈຳນວນໜ້ອຍເທົ່ານັ້ນ ຈຶ່ງເປັນສາເຫດໃຫ້ ປາກີສະຖານເປັນປະເທດລຳດັບຕົ້ນໆ ທີ່ອະນຸຍາດໃຫ້ເອກະຊົນນຳເຂົ້າ ແລະ ຂາຍວັກຊີນໃຫ້ປະຊາຊົນໂດຍກົງ ເຊິ່ງນຳໃຊ້ວັກຊີນ Sputnik-V (ສະປຸດນິກວີ) ຂອງລັດເຊຍ.
ແນວໃດກໍຕາມ, ສຳລັບລາຄາຂອງວັກຊີນປ້ອງກັນໂຄວິດ-19 ສະປຸດນິກວີ ທີ່ພາກເອກະຊົນໃນປາກີສະຖານນຳມາຈຳໜ່າຍນັ້ນ ມີລາຄາປະມານ 6,000 ລູປີປາກີສະຖານ ຫຼື ປະມານ 400.000 ກີບ ຕໍ່ໂດສ ແລະ ຖ້າຈະສັກໃຫ້ຄົບທັງສອງໂດສກໍຕ້ອງຈ່າຍລວມທັງໝົດ 12.000 ລູປີປາກີສະຖານ ຫຼື ປະມານ 800.000 ກີບ.
ໜ່ວຍງານກຳກັບດູແລຢາປາກີສະຖານ ກ່າວວ່າ ລາຄາດັ່ງກ່າວແມ່ນຂ້ອນຂ້າງສູງ ສາມາດຕີເປັນຈຳນວນ 30% ຂອງລາຍໄດ້ສະເລ່ຍຕໍ່ຄົວເຮືອນຂອງພົນລະເມືອງໃນປາກີສະຖານ ເຊິ່ງຢູ່ປະມານ 41.545 ລູປີປາກີສະຖານ ຫຼື ປະມານ 2.805.000 ກີບຕໍ່ເດືອນ.

ປັດຈຸບັນ, ປາກີສະຖານໄດ້ສັກວັກຊີນໃຫ້ແກ່ປະຊາຊົນໄປແລ້ວ 17,4% ເຊິ່ງຄາດວ່າປະຊາຊົນທີ່ໄດ້ຮັບວັກຊີນໂດສທຳອິດມີຢ່າງໜ້ອຍປະມານ 4% ຈາກປະຊາກອນປະມານ 216 ລ້ານຄົນ ສ່ວນຕົວເລກຜູ້ຕິດເຊື້ອສະສົມຢູ່ທີ່ 964.000 ຄົນ ແລະ ເສຍຊີວິດແລ້ວ 22.400 ຄົນ.
2. ອິນເດຍ
ໄລຍະເດືອນມິຖຸນາທີ່ຜ່ານມາ ແມ່ນໄລຍະທີ່ລັດຖະບານອິນເດຍໄດ້ປະກາດແບ່ງສັດສ່ວນການຮັບຜິດຊອບວັກຊີນໂດຍພາກລັດຈະຮັບຜິດຊອບ 75% ແລະ ພາກເອກະຊົນຈະຮັບປະມານ 25% ເພື່ອເລັ່ງການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນ.
ສຳລັບວັກຊີນປ້ອງກັນໂຄວິດ-19 ທີ່ເອກະຊົນໄດ້ຮັບອະນຸຍາດໃຫ້ນຳເຂົ້າ ແລະ ຈຳໜ່າຍແມ່ນ ວັກຊີນແອສຕຣາເຊເນກາ ເຊິ່ງໄດ້ກຳນົດລາຄາຢູ່ທີ່ 780 ລູປີອິນເດຍ ຫຼື ປະມານ 110.000 ກີບ ຕໍ່ໂດສ,ວັກຊີນສະປຸດນິກວີ ກຳນົດລາຄາ 1,145 ລູປີອິນເດຍ ຫຼື ປະມານ 165.000 ກີບຕໍ່ໂດສ ແລະ ວັກຊີນໂຄວາຊິນ ກຳນົດລາຄາປະມານ 1.410 ລູປີ ຫຼື ປະມານ 203.000 ກີບ.
ປັດຈຸບັນ, ປະຊາກອນໃນອິນເດຍສັກວັກຊີນໄປແລ້ວ 347 ລ້ານໂດສ ໄດ້ຮັບເຂັມທຳອິດປະມານ 288 ລ້ານຄົນ ໃນຈຳນວນປະຊາກອນທັງໝົດ 1.380.004.385 ຫຼື ປະມານ 21% ຂອງຈຳນວນປະຊາກອນທັງໝົດ.
3. ໄທ

ສຳລັບປະເທດໄທ ແມ່ນໃຊ້ວັກຊີນຊີໂນຟາມ ແລະ ໂມເດີນາ ສ່ວນລາຄາວັກຊີນຊີໂນຟາມ ແມ່ນ 888 ບາດ ຫຼື ປະມານ 296.000 ກີບ ໂດຍລວມຄ່າວັກຊີນ,ຄ່າຂົນສົ່ງ, ຄ່າເກັບຮັກສາ ພ້ອມກັບປະກັນຜົນຂ້າງຄຽງທີ່ອາດຈະສາມາດເກີດຂຶ້ນໄດ້ ແຕ່ບໍ່ລວມຄ່າບໍລິການຂອງແຕ່ລະໂຮງໝໍ. ສາມາດສັກໄດ້ສະເພາະ ອົງກອນນິຕິບຸກຄົນ, ໜ່ວຍງານລັດຖະບານ, ອົງກອນການກຸສົນ ແລະ ໜ່ວຍງານເອກະຊົນເທົ່ານັ້ນ. ສ່ວນວັກຊີນໂມເດີນາ ແມ່ນກຳນົດໃນລາຄາ 1.100 ບາດ ຫຼື ປະມານ 367.000 ກີບ ຕໍ່ໂດສ ລວມຄ່າພາສີ, ຄ່າຂົນສົ່ງ ແລະ ຄ່າປະກັນສ່ວນບຸກຄົນ.
ປັດຈຸບັນປະເທດໄທສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄປແລ້ວ 10.7 ລ້ານໂດສ ໃນຈຳນວນປະຊາກອນທັງໝົດ 7.8 ລ້ານຄົນ ຫຼື ປະມານ 11% ຂອງປະຊາກອນທົ່ວປະເທດ.
ທີ່ມາ: https://www.pptvhd36.com/news/ต่างประเทศ/151000
ພາບ: pptvhd36
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/