ມີປະເທດໃດແດ່? ເມື່ອຕ້ອງການສັກວັກຊີນປ້ອງກັນໂຄວິດ-19 ແລ້ວຕ້ອງຈ່າຍເງິນ


ໃນສະຖານະການຂອງການລະບາດເຊື້ອພະຍາດໂຄວິດ-19 ນີ້ ວັກຊີນໂຄວິດ-19 ເປັນສິ່ງໜຶ່ງທີ່ສຳຄັນ ທີ່ຫຼາຍປະເທດຍອມຮັບວ່າເປັນທາງອອກທີ່ແນ່ນອນທີ່ສຸດ ເຊິ່ງເຮັດໃຫ້ລັດຖະບານທຸກປະເທດທົ່ວໂລກຕ້ອງເລັ່ງຈັດຫາວັກຊີນຟຣີໃຫ້ປະຊາຊົນຂອງຕົນເອງ ແລະ ຖືເປັນຄວາມຮັບຜິດຊອບຂອງລັດຕໍ່ປະຊາຊົນໃນໄລຍະວິກິດແບບນີ້.

ประเทศใดบ้างในโลก ที่ประชาชนต้องเสียเงินซื้อวัคซีนโควิด-19 เอง

ແນວໃດກໍຕາມ, ສະຖິຕິການສັກວັກຊີນຂອງບາງປະເທດອາດຈະຕ່ຳຈົນໜ້າຕົກໃຈ ເປັນເຫດຜົນໃຫ້ພາກລັດຂອງປະເທດເຫຼົ່ານັ້ນຕ້ອງຍອມເປີດທາງໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນການຈັດຫາ ແລະ ຈຳໜ່າຍວັກຊີນໃຫ້ແກ່ປະຊາຊົນ ເຊິ່ງບັນຫາຫຼັກ ແມ່ນເກີດຈາກການທີ່ພາກລັດຂອງປະເທດນັ້ນໆ ຈັດຫາວັກຊີນໄດ້ບໍ່ທັນຕາມຄວາມຕ້ອງການ ຈຶ່ງເຮັດໃຫ້ປະຊາຊົນຕ້ອງໄດ້ເສຍເງິນເພື່ອສັກວັກຊີນດ້ວຍຕົນເອງ. ນອກຈາກນັ້ນ, ການສຳຫຼວດຍັງພົບວ່າ ມີພຽງບາງປະເທດຈຳນວນໜ້ອຍເທົ່ານັ້ນທີ່ເປີດທາງໃຫ້ພາກເອກະຊົນຈັດຫາ ແລະ ຈຳໜ່າຍວັກຊີນໂຄວິດ-19 ໃຫ້ປະຊາຊົນໂດຍກົງ ເຊິ່ງມີປະເທດດັ່ງນີ້:

1. ປາກີສະຖານ

ໃນໄລຍະເດືອນມີນາ-ເມສາທີ່ຜ່ານມາ ປາກີສະຖານໄດ້ປະສົບກັບບັນຫາການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຮອບທີ 3 ເຊິ່ງມີຜູ້ຕິດເຊື້ອໃໝ່ສະເລ່ຍ 5,000 ຄົນຕໍ່ມື້. ແຕ່ເມື່ອທຽບກັບຈຳນວນວັກຊີນທີ່ລັດຖະບານຈັດຫາ ແລະ ໄດ້ຮັບບໍລິຈາກມາແມ່ນມີພຽງຈຳນວນໜ້ອຍເທົ່ານັ້ນ ຈຶ່ງເປັນສາເຫດໃຫ້ ປາກີສະຖານເປັນປະເທດລຳດັບຕົ້ນໆ ທີ່ອະນຸຍາດໃຫ້ເອກະຊົນນຳເຂົ້າ ແລະ ຂາຍວັກຊີນໃຫ້ປະຊາຊົນໂດຍກົງ ເຊິ່ງນຳໃຊ້ວັກຊີນ Sputnik-V (ສະປຸດນິກວີ) ຂອງລັດເຊຍ.

ແນວໃດກໍຕາມ, ສຳລັບລາຄາຂອງວັກຊີນປ້ອງກັນໂຄວິດ-19 ສະປຸດນິກວີ ທີ່ພາກເອກະຊົນໃນປາກີສະຖານນຳມາຈຳໜ່າຍນັ້ນ ມີລາຄາປະມານ 6,000 ລູປີປາກີສະຖານ ຫຼື ປະມານ 400.000 ກີບ ຕໍ່ໂດສ ແລະ ຖ້າຈະສັກໃຫ້ຄົບທັງສອງໂດສກໍຕ້ອງຈ່າຍລວມທັງໝົດ 12.000 ລູປີປາກີສະຖານ ຫຼື ປະມານ 800.000 ກີບ.

ໜ່ວຍງານກຳກັບດູແລຢາປາກີສະຖານ ກ່າວວ່າ ລາຄາດັ່ງກ່າວແມ່ນຂ້ອນຂ້າງສູງ ສາມາດຕີເປັນຈຳນວນ 30% ຂອງລາຍໄດ້ສະເລ່ຍຕໍ່ຄົວເຮືອນຂອງພົນລະເມືອງໃນປາກີສະຖານ ເຊິ່ງຢູ່ປະມານ 41.545 ລູປີປາກີສະຖານ ຫຼື ປະມານ 2.805.000 ກີບຕໍ່ເດືອນ.

ประเทศใดบ้างในโลก ที่ประชาชนต้องเสียเงินซื้อวัคซีนโควิด-19 เอง

ປັດຈຸບັນ, ປາກີສະຖານໄດ້ສັກວັກຊີນໃຫ້ແກ່ປະຊາຊົນໄປແລ້ວ 17,4% ເຊິ່ງຄາດວ່າປະຊາຊົນທີ່ໄດ້ຮັບວັກຊີນໂດສທຳອິດມີຢ່າງໜ້ອຍປະມານ 4% ຈາກປະຊາກອນປະມານ 216 ລ້ານຄົນ ສ່ວນຕົວເລກຜູ້ຕິດເຊື້ອສະສົມຢູ່ທີ່ 964.000 ຄົນ ແລະ ເສຍຊີວິດແລ້ວ 22.400 ຄົນ.

2. ອິນເດຍ

ໄລຍະເດືອນມິຖຸນາທີ່ຜ່ານມາ ແມ່ນໄລຍະທີ່ລັດຖະບານອິນເດຍໄດ້ປະກາດແບ່ງສັດສ່ວນການຮັບຜິດຊອບວັກຊີນໂດຍພາກລັດຈະຮັບຜິດຊອບ 75% ແລະ ພາກເອກະຊົນຈະຮັບປະມານ 25% ເພື່ອເລັ່ງການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນ.

ສຳລັບວັກຊີນປ້ອງກັນໂຄວິດ-19 ທີ່ເອກະຊົນໄດ້ຮັບອະນຸຍາດໃຫ້ນຳເຂົ້າ ແລະ ຈຳໜ່າຍແມ່ນ ວັກຊີນແອສຕຣາເຊເນກາ ເຊິ່ງໄດ້ກຳນົດລາຄາຢູ່ທີ່ 780 ລູປີອິນເດຍ ຫຼື ປະມານ 110.000 ກີບ ຕໍ່ໂດສ,​ວັກຊີນສະປຸດນິກວີ ກຳນົດລາຄາ 1,145 ລູປີອິນເດຍ ຫຼື ປະມານ 165.000 ກີບຕໍ່ໂດສ ແລະ ວັກຊີນໂຄວາຊິນ ກຳນົດລາຄາປະມານ 1.410 ລູປີ ຫຼື ປະມານ 203.000 ກີບ.

ປັດຈຸບັນ, ປະຊາກອນໃນອິນເດຍສັກວັກຊີນໄປແລ້ວ 347 ລ້ານໂດສ ໄດ້ຮັບເຂັມທຳອິດປະມານ 288 ລ້ານຄົນ ໃນຈຳນວນປະຊາກອນທັງໝົດ 1.380.004.385 ຫຼື ປະມານ 21% ຂອງຈຳນວນປະຊາກອນທັງໝົດ.

3. ໄທ

ประเทศใดบ้างในโลก ที่ประชาชนต้องเสียเงินซื้อวัคซีนโควิด-19 เอง

ສຳລັບປະເທດໄທ ແມ່ນໃຊ້ວັກຊີນຊີໂນຟາມ ແລະ ໂມເດີນາ ສ່ວນລາຄາວັກຊີນຊີໂນຟາມ ແມ່ນ 888 ບາດ ຫຼື ປະມານ 296.000 ກີບ ໂດຍລວມຄ່າວັກຊີນ,​ຄ່າຂົນສົ່ງ, ຄ່າເກັບຮັກສາ ພ້ອມກັບປະກັນຜົນຂ້າງຄຽງທີ່ອາດຈະສາມາດເກີດຂຶ້ນໄດ້ ແຕ່ບໍ່ລວມຄ່າບໍລິການຂອງແຕ່ລະໂຮງໝໍ. ສາມາດສັກໄດ້ສະເພາະ ອົງກອນນິຕິບຸກຄົນ, ໜ່ວຍງານລັດຖະບານ, ອົງກອນການກຸສົນ ແລະ ໜ່ວຍງານເອກະຊົນເທົ່ານັ້ນ. ສ່ວນວັກຊີນໂມເດີນາ ແມ່ນກຳນົດໃນລາຄາ 1.100 ບາດ ຫຼື ປະມານ 367.000 ກີບ ຕໍ່ໂດສ ລວມຄ່າພາສີ, ຄ່າຂົນສົ່ງ ແລະ ຄ່າປະກັນສ່ວນບຸກຄົນ.

ປັດຈຸບັນປະເທດໄທສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄປແລ້ວ 10.7 ລ້ານໂດສ ໃນຈຳນວນປະຊາກອນທັງໝົດ 7.8 ລ້ານຄົນ ຫຼື ປະມານ 11% ຂອງປະຊາກອນທົ່ວປະເທດ.

ທີ່ມາ: https://www.pptvhd36.com/news/ต่างประเทศ/151000

ພາບ: pptvhd36

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/