ມີຂ່າວລືອອກມາວ່າ Apple ອາດເປີດຕົວ AirTags ອຸປະກອນຕິດຕາມຕຳແໜ່ງທີ່ຄ້າຍຄືກັບ SmartTags ໃນເດືອນມີນານີ້


ຖືວ່າມີຂ່າວກັນມາດົນພໍສົມຄວນກັບອຸປະກອນເສີມຮຸ່ນໃໝ່ທີ່ໃກ້ຈະເປີດຕົວຂອງ Apple ຄື AirTags ອຸປະກອນຕິດຕາມຕຳແໜ່ງ (ຄ້າຍຄືກັບ Samsung SmartTags ທີ່ແຊງຄິວເປີດຕົວໄປກ່ອນໜ້າເມື່ອຕົ້ນປີທີ່ຜ່ານມາ)  ກໍອາດໄດ້ໂອກາດເໝາະສົມທີ່ຈະເປີດຕົວອອກມາແລ້ວ.

Jon Prosser ຜູ້ປ່ອຍຂ່າວລືຊື່ດັງ ໄດ້ໂພສຂໍ້ຄວາມລົງໃນທະວິດເຕີ້ສ່ວນຕົວຂອງຕົນເອງວ່າ ອຸປະກອນເສີມຮຸ່ນໃໝ່ຈາກ Apple ເຊັ່ນ AirTags (ອຸປະກອນຕິດຕາມແໜ່ງຄ້າຍໆກັບ Smart Tags ສຳລັບການຕິດຕາມອຸປະກອນທີ່ຕ້ອງການ ໂດຍສາມາດໃຊ້ງານຜ່ານແອັບພຣິເຄຊັນ Find My Phone ເທິງ iPhone, iPad ແລະ Mac) ທີ່ທາງ Apple ກຽມຈະເປີດຕົວໃນເດືອນມີນາ 2021 ທີ່ຈະມາຮອດນີ້ ລວມໄປເຖິງ iPad Pro (2021) ຮຸ່ນໃໝ່ກໍຈະເປີດຕົວພ້ອມວາງຈຳໜ່າຍໃນເດືອນນີ້ຄືກັນ.

ແລະ ໃນສ່ວນຂອງ ​iPad Pro 2021 ນັ້ນກໍມີຂ່າວລືອອກມາຫຼາຍໃນກ່ອນໜ້ານີ້ ເຊັ່ນວ່າ: ຈະແບ່ງເປັນ 2 ໂມເດວ ສອງຂະໜາດໜ້າຈໍຄືເກົ່າ ແຕ່ຕົວຮຸ່ນຂະໜາດໜ້າຈໍ 12.9 ນິ້ວ ຈະເປັນຮຸ່ນທຳອິດທີ່ມາພ້ອມກັບໜ້າຈໍ Mini – LED ແບບໃໝ່ ຂັບເຄື່ອນດ້ວຍ A14X Bionic ພ້ອມກັບຮອງຮັບ 5G ຂະນະທີ່ Design ເກືອບຈະກັອບ Design ຈາກຮຸ່ນເກົ່າມາເຕັມໆ.

ໂດຍໜ້າຈໍ Mini – LED ຈະມີພື້ນຖານມາຈາກຈໍ LCD ແຕ່ຂໍ້ດີຂອງໜ້າຈໍຊະນິດນີ້ ຈະຄືກັບຈໍ OLED ທົ່ວໄປ ຕ່າງກັນຢູ່ບ່ອນວ່າປະສິດທິພາບລວມໆຈະດີກວ່າ ດັນຄ່າຄວາມແຈ້ງໄດ້ສູງກວ່າ ອີກທັງອັດຕາການເກີດຈໍເບີນຈະຍາກກວ່າຈໍ OLED  ປົກກະຕິອີກດ້ວຍ.

ແຕ່ເຖິງຢ່າງໃດກໍຕາມ ເຫຼືອເວລາອີກບໍ່ເກີນ 2 – 3 ອາທິດ ພວກເຮົາກໍຈະໄດ້ຮູ້ກັນແລ້ວວ່າຂ່າວລືທີ່ອອກມາຈະແມ່ນແທ້ ຫຼື ບໍ່? ເຊິ່ງຖ້າຫາກທາງເຮົາໄດ້ຂໍ້ມູນລາຍລະອຽດເພີ່ມເຕີມພວກເຮົາຈະມາອັບເດດໃຫ້ພວກທ່ານໄດ້ຮູ້ອີກເທື່ອໜຶ່ງ.

ຂອບໃຈຂໍ້ມູນຈາກ: