ມາໄວໄປໄວ! ກະແສ Threads ກຳລັງຕົກຢ່າງໄວວາ ຈຳນວນຜູ້ໃຊ້ລາຍວັນລົດໄປແລ້ວກວ່າ 20% ເວລາໃນການໃຊ້ງານລົດລົງອີກກວ່າ 50%


ເບິ່ງຄືກະແສທີ່ຮ້ອນແຮງທີ່ຂອງແອັບພິເຄຊັນໃໝ່ຂອງ ມາກ ຊັກເກີເບີກ ຢ່າງແອັບ Threads ທີ່ມາແຮງແບບຢຸດບໍ່ຢູ່ເມື່ອ 1-2 ອາທິດທີ່ຜ່ານມານີ້ ຈະຄ່ອຍໆລົດຄວາມຮ້ອນແຮງລົງ ແລະ ກຳລັງປະເຊີນກັບຄວາມຊົບເຊົາຢ່າງໜັກ ຫຼັງມີລາຍງານເປີດເຜີຍວ່າ ປັດຈຸບັນຈຳນວນຜູ້ໃຊ້ລາຍວັນລົດໄປແລ້ວກວ່າ 20% ເວລາໃນການໃຊ້ງານລົດລົງອີກກວ່າ 50% ແຖມ ມາກ ຊັກເກີເບີກ ຍັງບໍ່ເຄື່ອນໄຫວໃນແອັບນີ້ມາແລ້ວ 5 ມື້ຕິດຕໍ່ກັນ.

ໂດຍໃນອາທິດທີ່ຜ່ານມາ ສັງຄົມໂລກອອນລາຍກຳລັງຮືຮາ ແລະ ທຸກສື່ໃນສັງຄົມອອນລາຍເຕັມໄປດ້ວຍຂ່າວຂອງ Meta ທີ່ເປີດຕົວແອັບພິເຄຊັນໃໝ່ ມາແຂ່ງກັບ Twitter ຢ່າງແອັບ Threads ຈົນມີຍອດການເປີດບັນຊີທີ່ໜ້າຕົກໃຈຢູ່ທີ່ 100 ລ້ານບັນຊີ ຫຼັງເປີດຕົວແອັບມາໄດ້ພຽງ 5 ມື້.

ແອັນໂທນີ ບາໂຕລາຊີ (Anthony Bartolacci) ກໍາມະການຜູ້ຈັດການບໍລິສັດ Sensor Tower ບໍລິສັດວິເຄາະການຕະຫຼາດຊື່ດັງກ່າວວ່າ: “ຕະຫຼອດ 10 ປີທີ່ຜ່ານມາ Sensor Tower ໄດ້ປະເມີນການຕິດຕັ້ງແອັບຂອງຄົນທົ່ວໂລກ ແລະ ພຽງແຕ່ 72 ຊົ່ວໂມງຫຼັງ Threads ແອັບດັ່ງກ່າວໄດ້ຕິດອັນດັບເປັນ 1 ​ໃນແອັບທີ່ຄົນຕ້ອງຕິດຕັ້ງຫຼາຍທີ່ສຸດ”.

ແຕ່ຢ່າງໃດກໍຕາມ ໃນໄລຍະ 3-4 ມື້ຫຼັງມານີ້ ຈຳນວນຜູ້ໃຊ້ ແອັບດັ່ງກ່າວມີການລົດລົງຢ່າງໜ້າຕົກໃຈ ໂດຍແອັນໂທນີ ເຜີຍວ່າ: “ໃນວັນອັງຄານ ແລະ ວັນພຸດ ທີ 11-12 ທີ່ຜ່ານມາ ຈຳນວນຜູ້ໃຊ້ງານລາຍວັນລົດລົງເຖິງ 20% ຈາກວັນເສົາ ແລະ ເວລາໃນການໃຊ້ງານລົດລົງອີກກວ່າ 50% ຈາກ 20 ນາທີ ລົງມາເປັນ 10 ນາທີ”.

ນອກຈາກນີ້ ຂໍ້ມູນຈາກ Similarweb ບໍລິສັດດ້ານຂໍ້ມູນດິຈິຕອລ ແລະ ການວິເຄາະຍັງເຜີຍໃຫ້ເຫັນເຖິງທ່າອ່ຽງດຽວກັນກໍຄື ມີຜູ້ໃຊ້ງານລາຍວັນ  ທີ່ໃຊ້ງານ ແອັບ Threads ຜ່ານໂທລະສັບມືຖືລະບົບ Android ລົດລົງເຖິງ 25% ຈາກຈຸດສູງສຸດເມື່ອວັນທີ 7 ກໍລະກົດ. ສ່ວນໃນລະບົບ iOS ນັ້ນຍັງບໍ່ເປີດເຜີຍຂໍ້ມູນນັ້ນອອກມາ.

ຂໍ້ມູນຈາກ Similarweb ຍັງເຜີຍອີກວ່າ ເວລາໃນການໃຊ້ງານລາຍວັນຂອງຜູ້ໃຊ້ງານຍັງລົດລົງອີກ ຈາກຈຸດສູງສຸດ ສະເລ່ຍມື້ລະ 20 ນາທີ ໃນວັນທີ 6 ກໍລະກົດ ມາເຫຼືອພຽງ 8 ນາທີ ຕໍ່ມື້ໃນວັນທີ 10 ກໍລະກົດທີ່ຜ່ານມາ.

ນັບຕັ້ງແຕ່ການເປີດຕົວແອັບ Threads ເປີດຕົວໃນວັນທີ 5 ກໍລະກົດໂດຍການໃຫ້ເຊື່ອມຕໍ່ບັນຊີຈາກ Instagram ມັນໄດ້ສ້າງກະແສທາງບວກໃຫ້ກັບການໂຄສະນາຂອງຕົວແອັບ ເຊິ່ງຮອດປັດຈຸບັນ ແອັບດັ່ງກ່າວມີຈຳນວນໂພສໄປແລ້ວ ຫຼາຍກວ່າ 95 ລ້ານໂພສ ແລະ ມີການກົດຖືກໃຈໃນທຸກໂພສລວມກັນແລ້ວ ຫຼາຍກວ່າ 190 ລ້ານ.

ຂອບໃຈຂໍ້ມູນຈາກ: cnbc, theverge

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/