ຄື້ນລູກໃໝ່! Carlos Alcaraz ນັກເທັນນິສ ອາຍຸ 20 ຜ່ານເຂົ້າຮອບຊິງ Wimbledon ຄັ້ງທຳອິດ ພ້ອມທ້າຍາດແຊ້ມ ຈາກ Novak Djokovic


ຄາລອສ ອາວຄາຣາຊ ນັກເທັນນິສມື 1 ຂອງໂລກ ອາຍຸ 20 ປີ ຈາກສະເປນ ເພີ່ມສະຖິຕິໃໝ່ໃຫ້ຕົນເອງໃນແກຣນສະແລມ Wimbledon ຫຼ້າສຸດເຂົ້າຊິງຊະນະເລີດຄັ້ງທຳອິດ ພາຍຫຼັງເອົາຊະນະ ດານິວ ແມັດເວເດັຟ ມື 3 ຂອງລາຍການ ຈາກຣັດເຊຍ ໃນຮອບ 4 ຄົນສຸດທ້າຍ 3-0 ເຊັດ: 6-3 ທັງສາມເຊັດ. ໂດຍທີ່ຜ່ານມາ ສຳລັບລາຍການນີ້ ຜົນງານດີສຸດຂອງ ອາວຄາຣາຊ ແມ່ນເຮັດໄດ້ພຽງຮອບ 16 ຄົນສຸດທ້າຍ.

ຈາກການຊະນະດັ່ງກ່າວ ເຮັດໃຫ້ ນັກເທັນນິສ ອາຍຸ 20 ປີຄົນນີ້ ຜ່ານເຂົ້າໄປຮອບຊິງຊະນະເລີດເສິກ Wimbledon 2023 ທ້າຊິງກັບ ໂນວັກ ໂຈໂຄວິສ ແຊ້ມເກົ່າ ລາຍການນີ້ ເມື່ອປີທີ່ແລ້ວ ແລະ ເຈົ້າແຊ້ມລາຍການນີ້ 7 ສະໄໝ.

ສຳລັບຜົນງານຂອງ ໂຈໂຄວິສ ໃນປີນີ້ ກໍເອີ້ນໄດ້ວ່າຮ້ອນແຮງພໍສົມຄວນ ຫຼັງເຮັດສະຖິຕິຜ່ານເຂົ້າຮອບຊິງການແຂ່ງຂັນເທັນນິສ ລະດັບ ແກຣນສະແລມໄດ້ຫຼາຍທັງໝົດ 35 ເທື່ອ ຫຼັງ ແຊ້ມເກົ່າ ມື 2 ຂອງລາຍການ ຈາກເຊີເບຍ ເອົາຊະນະ ຢານນິກ ຊິນເນີ ມື 8 ຂອງລາຍການ ຈາກອິຕາລີ ໃນຮອບຮອງຊະນະເລີດ ຫຼື ຮອບ 4 ຄົນສຸດທ້າຍ 3-0 ເຊັດ: 6-3, 6-4 ແລະ 7-6(7/4).

ໂຈໂຄວິສ ຄວ້າໄຊ 34 ນັດຕິດຕໍ່ກັນໃນແກຣນສະແລມ Wimbledon ແລະ ຍັງມີໂອກາດລຸ້ນສ້າງສະຖິຕິຄອງແຊ້ມລາຍການນີ້ສູງສຸດ 8 ສະໄໝ ທຽບເທົ່າກັບ ໂຣເຈີ ເຟດເດີເຣີ ຈາກສະວິດເຊີແລນ.

ສຳລັບນັດຊິງຊະນະເລີດໃນ ການແຂ່ງຂັນເທັນນິສ Wimbledon 2023 ນີ້ ຈະຈັດຂຶ້ນໃນວັນທີ 16 ກໍລະກົດ ທີ່ເມືອງຫຼວງ ລອນດອນປະເທດ ອັງກິດ.

ຂອບໃຈຂໍ້ມູນຈາກ: marca

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/