Donghae, Kyuhyun ແລະ Eunhyuk ວົງ Super Junior ອອກຈາກຄ້າຍເກົ່າ ພ້ອມເດີນໜ້າໃນເສັ້ນທາງຂອງຕົນເອງ


ສະມາຊິກວົງ Super Junior ທັງ 3 ຄົນ Donghae, Kyuhyun ແລະ Eunhyuk ໄດ້ຕັດສິນໃຈອອກຈາກຄ້າຍເກົ່າຢ່າງ SM Entertainment ຫຼັງຈາກເດບິວມາເປັນໄລຍະເວລາ 17 ປີ ພ້ອມເດີນໜ້າກັບກິດກຳຈະດ່ຽວເຖິງເສັ້ນທາງຂອງຕົນເອງ.

ວັນທີ 14 ກໍລະກົດ 2023 ທາງຄ້າຍ SM Entertainment ໄດ້ເປີດເຜີຍເຖິງການສິ້ນສຸດສັນຍາຂອງທັງ 3 ໜຸ່ມຢ່າງສະມາຊິກວົງ Super Junior ວ່າ “Donghae, Kyuhyun ແລະ Eunhyuk ໄດ້ຕັດສິນໃຈບໍ່ຕໍ່ສັນຍາກັບທາງຄ້າຍ ເພື່ອເດີນໜ້າເຖິງເສັ້ນທາງຂອງແຕ່ລະຄົນ” ທາງຄ້າຍຍັງກ່າວເພີ່ມວ່າ ສະມາຊິກທັງ 3 ຍັງຈະເຮັດກິດຈະກຳກັບສະມາຊິກທີ່ເຫຼືອພາຍໃຕ້ SM Entertainment ຕໍ່ໄປ.

ໂດຍມີລາຍງານໜຶ່ງໄດ້ເປີດເຜີຍຂໍ້ມູນວ່າ Donghae ແລະ Eunhyuk ຫຼື ຈະຮູ້ຈັກໃນນາມຊັບຍູນິດ D&E ຂອງວົງ Super Junior ຈະເປີດຕົວຄ້າຍໃໝ່ທີ່ມີພວກເຂົາທັງສອງເປັນຜູ້ກໍ່ຕັ້ງຮ່ວມກັນໃນໄວໆນີ້ ເຊິ່ງໃນຕອນນີ້ ຍັງບໍ່ເປັນທີ່ຊັດເຈນວ່າຊັບຍູນິດ D&E ຈະຍັງຄົງເຮັດກິດຈະກຳພາຍໃຕ້ຄ້າຍ SM Entertainment ຕໍ່ໄປ ຫຼື ຈະໄປຢູ່ໃນຄ້າຍໃໝ່ທີ່ກໍ່ຕັ້ງດ້ວຍພວກເຂົາເອງ.

ນອກຈາກ 2 ໜຸ່ມທີ່ຈະກໍ່ຕັ້ງຄ້າຍຂອງຕົນເອງນັ້ນ ອີກ 1 ໜຸ່ມ Kyuhyun ໄດ້ຮັບການຕິດຕໍ່ຈາກຄ້າຍ Antenna ທີ່ໄດ້ຢືນຢັນກັບສື່ເກົາຫຼີໃຕ້ວ່າກຳລັງຢູ່ໃນລະຫວ່າງການໂອ້ລົມເຖິງການເຊັນສັນຍາເພື່ອເຮັດກິດຈະກຳດ່ຽວກັບທາງຄ້າຍ ໂດຍການໂອ້ລົມເປັນໄປໄດ້ດ້ວຍດີ.

ຢ່າງໃດກໍຕາມ ເຖິງແມ່ນວ່າ 3 ໜຸ່ມ Donghae, Kyuhyun ແລະ Eunhyuk ຈະສິ້ນສຸດສັນຍາກັບທາງຕົ້ນສັງກັດເກົ່າແລ້ວ ແຕ່ຕົວແທນຂອງທາງຄ້າຍ SM Entertainment ກໍໄດ້ອອກມາຊີ້ແຈງວ່າທັງ 3 ຍັງຄົງເປັນສະມາຊິກວົງ ແລະ  ຮ່ວມກິດຈະກຳວົງພາຍໃຕ້ສັງກັດຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/