ມາເລເຊຍ ສັ່ງແບນໂມງສີຮຸ້ງ ຫາກມີໃນການຄອບຄອງຈະຖືກໂທດ 3 ປີ


ກະຊວງພາຍໃນປະເທດມາເລເຊຍໄດ້ປະກາດວ່າ ຫ້າມຈຳໜ່າຍ ແລະ ຄອບຄອງໂມງຂອງຍີ່ຫໍ້ Swatch ຮຸ່ນໜ້າປັດສີຮຸ້ງ ເພາະເປັນສັນຍະລັກຂອງຄວາມຫຼາກຫຼາຍທາງເພດ ອາດຈະເກີດຜົນກະທົບຕໍ່ສິນທຳອັນດີງາມຂອງປະເທດ,

ເມື່ອວັນທີ 10 ສິງຫາ 2023 ກະຊວງພາຍໃນຂອງປະເທດມາເລເຊຍ ໄດ້ອອກຖະແຫຼງການ ວ່າໃຜກໍຕາມທີ່ມີໂມງສີຮຸ້ງໄວ້ໃນການຄອບຄອງອາດຈະຕິດຄຸກເປັນເວລາ 3 ປີ ໂດຍອາດເປັນອີກໜຶ່ງຄວາມພະຍາຍາມຂອງທາງການມາເລເຊຍເພື່ອປາບປາມກຸ່ມຄົນຫຼາກຫຼາຍທາງເພດ ຫຼື LGBTQ+.

ໃນເນື້ອຫາຍັງລະບຸອີກວ່າ  ໂມງຮຸ່ນດັ່ງກ່າວມີສ່ວນປະກອບ ແລະ ສັນຍະລັກທີ່ອາດຈະສົ່ງຜົນກະທົບຕໍ່ຄວາມສະຫງົບສຸກ, ສິນທຳ ແລະ ຄວາມໝັ້ນຄົງ (ທີ່ຄາດວ່າຈະກ່ຽວຂ້ອງກັບທາງສາສະໜາ) ໂດຍລະບຸເອົາໄວ້ວ່າ ຖ້າໃຜມີຄອບຄອງ, ຈຳໜ່າຍ ຫຼື ແຈກຈ່າຍ ຈະຖືກຈຳຄຸກບໍ່ເກີນ 3 ປີ ຫຼື ຖືກປັບບໍ່ເກີນ 20.000 ຣິງກິດ (ປະມານ 90 ລ້ານກີບ) ພ້ອມຍັງລະບູອີກວ່າ “ລັດຖະບານມາເລເຊຍ ມຸ່ງໝັ້ນທີ່ຈະປ້ອງກັນການແຜ່ກະຈາຍຂອງອົງປະກອບທີ່ອາດເປັນອັນຕະລາຍຕໍ່ສິນທຳ ໂມງສີຮຸ້ງນີ້ອາດຈະເປັນບ່ອນທຳລາຍຜົນປະໂຫຍດຂອງປະເທດຕົນເອງ ດ້ວຍການສົ່ງເສີມ ແລະ ສະໜັບສະໜູນການເຄື່ອນໄຫວຂອງ LGBTQ+ ເຊິ່ງບໍ່ເປັນທີ່ຍອມຮັບຈາກສາທາລະນະ”

ໂດຍກ່ອນໜ້ານີ່ທາງການຂອງມາເລເຊຍໄດ້ບຸກຄົ້ນຮ້ານສິນຄ້າຂອງ Swatch ມາແລ້ວໃນເດືອນພຶດສະພາທີ່ຜ່ານມາ ພ້ອມກັບຢຶດໂມງສີຮຸ້ງໄປ 172 ໜ່ວຍ ມີມູນຄ່າຫຼາຍກວ່າ 14.000 ໂດລາ ຈາກສູນການຄ້າ 11 ແຫ່ງທົ່ວປະເທດ ການບຸກຢຶດໃນຄັ້ງນັ້ນ ທາງການມາເລເຊຍ ອ້າງເຫດຜົນວ່າ ເປັນເພາະໂມງດັ່ງກ່າວມີອົງປະກອບຄວາມເປັນ LGBTQ+ ເຊິ່ງທາງການເບິ່ງວ່າສັນຍະລັກທີ່ກ່ຽວຂ້ອງກັບ LGBTQ+ ອາດຈະທຳລາຍສິນທຳອັນດີງາມຂອງສັງຄົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/