ເສດຖະກິດຈີນ ສົ່ງສັນຍານເຂົ້າສູ່ສະພາວະເງິນຝືດ ນັກວິເຄາະຊີ້ ລັດຖະບານຕ້ອງໃຊ້ນະໂຍບາຍທາງການເງິນ ກະຕຸ້ນການໃຊ້ຈ່າຍ


ຈີນ ​ປະເທດທີ່ມີ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກຮອງຈາກ​ສະຫະລັດ ໄດ້ກ້າວເຂົ້າສູ່ພາວະເງິນຝືດຫຼັງຈາກລະດັບລາຄາສິນຄ້າ ແລະການບໍລິການໂດຍທົ່ວໄປ ທັງ​ໃນ​ຂະ​ແໜງ​ການ​ບໍລິ​ໂພ​ກ ​ແລະ ​ດ້ານ​ການ​ຜະລິດ​ຂອງ​ພາກ​ທຸລະ​ກິດ​ໄດ້​ລົດ​ລົງ​ເທື່ອ​ລະ​ກ້າວ. ກາຍເປັນຄວາມກົດດັນຕໍ່ລັດຖະບານ ໃນຖານະເປັນຜູ້ກຳນົດນະໂຍບາຍເພີ່ມການສະໜັບສະໜູນດ້ານການເງິນ ເຖິງແມ່ນວ່າມີສັນຍານວ່າການລົດລົງຂອງລາຄານີ້ແມ່ນຊົ່ວຄາວ ແຕ່ອາດເຮັດໃຫ້ຈີນໃຊ້ມາດຕະການກະຕຸ້ນຢ່າງເຕັມທີ່ໄດ້.

ໂດຍສຳນັກງານສະຖິຕິແຫ່ງຊາດ ຈີນເປີດເຜີຍວ່າ ດັດຊະນີລາຄາຜູ້ບໍລິໂພກລົດລົງ 0,3% ໃນເດືອນ ກໍລະກົດທີ່ຜ່ານມາ ເຊິ່ງຖືເປັນການລົດລົງຄັ້ງທຳອິດນັບຕັ້ງແຕ່ເດືອນ ກຸມພາ ປີ 2022 ຂະນະທີ່ດັດຊະນີລາຄາຂອງຜູ້ຜະລິດປັບຕົວລົງຕິດຕໍ່ກັນເປັນເດືອນທີ 10 ໂດຍຫົດຕົວລົງ 4,4%.

ລາຍ​ງານ​ລະບຸວ່າ ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ​ໃນ​ຈີນ​ຊ້າ​ລົງ​ບວກ​ກັບ​ການ​ລົດ​ລົງ​ຂອງ​ອະສັງຫາລິມະ​ຊັບ ລວມທັງການລົດລົງຢ່າງຫຼວງຫຼາຍຂອງການສົ່ງອອກ ເຊິ່ງມັນ​ເປັນກຳລັງ​ການ​ຊຸກ​ຍູ້​ໃຫ້​ບັນ​ດາ​ຜູ້​ຜະ​ລິດ​ຈີນ​ລົດ​ລາ​ຄາ​ເພື່ອກຳຈັດສິນຄ້າທີ່ຍັງຄົງຄ້າງຢູ່.

ໂດຍບັນດານັກເສດຖະສາດເບິ່ງວ່າພາວະເງິນຟືດໃນຈີນເປັນສັນຍານເຕືອນກ່ຽວກັບການເຕີບໃຫຍ່ຂອງເສດຖະກິດ ຈີນ ເນື່ອງຈາກວ່າການສະໜອງຜະລິດຕະພັນຍັງເກີນຄວາມຕ້ອງການ. ແລະ ໃນຂະນະທີ່ຜູ້ກຳນົດນະໂຍບາຍ ໄດ້ໃຫ້ສົ່ງສັນຍານວ່າພວກເຂົາຈະບໍ່ກະຕຸ້ນເສດຖະກິດຫຼາຍເທົ່າກັບໄລຍະເສດຖະກິດຂາລົງ ຄືທີ່ຜ່ານໆມາ.

ທ່ານ Robin Xing ຫົວໜ້າ​ນັກ​ເສດຖະສາດ​ຂອງ​ຈີນ ​ຂອງ​ບໍລິສັດ Morgan Stanley ກ່າວ​ວ່າ “ຈີນ​ກຳລັງປະເຊີນກັບສະພາວະເງິນຝືດຢ່າງແນ່ນອນ ແລະ​ ຜູ້​ວາງ​ນະ​ໂຍບາຍ​ຂອງ​ຈີນ ຈຳເປັນຕ້ອງເລັ່ງການໃຊ້ຈ່າຍຂອງລັດຖະບານທັງໝົດ ເພີ່ມໜີ້ສິນພາກລັດ ແລະ ​ດຳ​ເນີນ​ການ​ຜ່ອນ​ຜັນ​ດ້ານການເງິນ ເພື່ອທໍາລາຍກັບດັກເງິນຝືດນີ້”

ໂດຍມາດຕະການ ການກະຕຸ້ນເສດຖະກິດຂະໜາດໃຫຍ່ ແມ່ນເຫດຜົນທີ່ນັກເສດຖະສາດທົ່ວໂລກປັບລົດການຄາດການ ເຖິງການເຕີບໂຕຂອງ GDP ຈີນໃນປີນີ້ໃຫ້ໃກ້ຄຽງກັບເປົ້າໝາຍຢ່າງເປັນທາງການຂອງຈີນທີ່ປະມານ 5% ໂດຍບາງຄົນເຫັນວ່າເປົ້າໝາຍດັ່ງກ່າວມີຄວາມສ່ຽງ ເນື່ອງຈາກການສົ່ງອອກລົດລົງໄວກວ່າທີ່ຄາດການໄວ້ ແລະ ຕະຫຼາດທີ່ຢູ່ອາໄສທີ່ອ່ອນແອລົງ.

ຂໍ້ມູນຈາກ: https://www.bloomberg.com/news/articles/2023-08-09/china-slides-into-deflation-as-consumer-producer-prices-decline?fbclid=IwAR3pQAVRTxP1mGbt5eNplPPMDyv4DPjHxcF-mB1qPaxjIytBDVkOkk1ZIq8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/