ມາເລເຊຍ ກຳລັງຫາຂໍ້ສະເໜີຈາກບໍລິສັດເອກະຊົນ ໃນການພັດທະນາເສັ້ນທາງລົດໄຟ


ມາເລເຊຍກຳລັງຫາຂໍ້ສະເໜີຈາກບໍລິສັດເອກະຊົນ ໃນການພັດທະນາເສັ້ນທາງລົດໄຟຄວາມໄວສູງ ທີ່ອອກຈາກກົວລາລໍາເປີໄປຮອດສິງກະໂປ ເຊິ່ງຈະເປັນການຮື້ຟື້ນໂຄງການມູນຄ່າຫຼາຍກວ່າພັນລ້ານໂດລາສະຫະລັດ ທີ່ເຄີຍຖືກຍົກເລີກໄປແລ້ວກວ່າ 2 ປີກ່ອນ.

ມາເລເຊຍ ແລະ ສິງກະໂປ ໄດ້ຍົກເລີກແຜນສ້າງເສັ້ນທາງລົດໄຟຄວາມໄວສູງ ໄລຍະທາງ 350 ກິໂລແມັດໄປໃນປີ 2021 ຫຼັງຈາກທີ່ບໍ່ສາມາຕົກລົງເລື່ອງການປ່ຽນແປງຂໍ້ສະເໜີລະຫວ່າງກັນໄດ້ ເຊິ່ງໃນເວລານັ້ນຄາດວ່າໂຄງການ ຈະມີຕົ້ນທຶນປະມານ 1,7 ໝື່ນລ້ານໂດລາສະຫະລັດ ໂດຍບໍລິສັດຈາກຈີນ, ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ຢູໂຣບ.​ ລ້ວນແຕ່ສະແດງຄວາມສົນໃຈຕໍ່ສັນຍາຮັບກໍ່ສ້າງ, ດໍາເນີນການ ແລະ ໃຫ້້ເງິນທຶນແກ່ຊັບສິນຂອງລົດໄຟ ແລະ ຮາງລົດໄຟ.

ເຖິງຢ່າງໃດກໍຕາມ ລັດວິສາຫະກິດທີ່ຮັບຜິດຊອບ ໂຄງການດັ່ງກ່າວໄດ້ເປີດໃຫ້ພາກເອກະຊົນສາມາດຍື່ນຂໍ້ສະເໜີໃນການພັດທະນາ ແລະ ດຳເນີນຜ່ານໂຄງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ. ເຊິ່ງໄດ້ເຊີນທັງບໍລິສັດທັງພາຍໃນ ແລະ ຕ່າງປະເທດ ລວມເຖິງສະມາຄົມຕ່າງໆ ໃນການຍື່ນຂໍ້ສະເໜີໃນຄັ້ງນີ້.

ນອກຈາກນີ້ ກະຊວງຄົມມະນາຄົມຂອງສິງກະໂປ ຍັງບໍ່ໄດ້ສະແດງຄວາມຄິດເຫັນໃດໆໃນທັນທີ ແຕ່ໃນປີຕໍ່ມາ ສິງກະໂປໄດ້ເປີດເຜີຍໄວ້ວ່າ ພ້ອມເປີດຮັບຂໍ້ສະເໜີໃໝ່ໆຈາກມາເລເຊຍ ສຳລັບໂຄງການດັ່ງກ່າວ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/