Hero Fiennes ຊາຍທີ່ບໍ່ມັກອັບເດດຊີວິດລົງໂຊຊຽວ ໃຊ້ເວລາກັບສິ່ງທີ່ມັກໃຫ້ເຕັມທີ່ ຢູ່ກັບທຳມະຊາດ ແລະ ຄອບຄົວ


Hero Fiennes Tiffin ພະເອກສຸດເທ້ໃນຕຳນານເລື່ອງ After ແລະ ເລື່ອງ ທີ່ໂດ່ງດັງໃນປີຜ່ານມາ ເຮັດໃຫ້ສາວໆຫຼົງໃຫຼໄປຕາມໆກັນ ແຕ່ໜຸ່ມຄົນນີ້ຈະມີຄວາມແຕກຕ່າງທີ່ໜ້າຄົ້ນຫາອີກແບບ ເນື່ອງຈາກເປັນຄົນທີ່ບໍ່ມັກອັບເດດຊີວິດ ຫຼື ບໍ່ຕິດໂຊຊຽວ. ໂພສ Instagram ແຕ່ໂພສພຽງ 16 ໂພສເທົ່ານັ້ນ ຖ້າບໍ່ແມ່ນເລື່ອງວຽກໜຸ່ມຄົນນີ້ກໍຈະບໍ່ໂພສຫຍັງເລີຍ ເພາະລາວຈະໃຊ້ເວລາວ່າງຢູ່ກັບໝູ່ ຢູ່ກັບສິ່ງທີ່ມັກເປັນຕົ້ນແມ່ນການເຕະບານ ແຕ່ກໍບໍ່ຕົກຂ່າວຮັບຮູ້ສະຖານະການທຸກຢ່າງ ການໂພສຮູບ ຫຼື ອັບເດດລົງໂຊຊ່ຽວ ບໍ່ແມ່ນສິ່ງທີ່ລາວຖະໜັດ ແລະ ມັກ. ພ້ອມກັນນີ້ ຖ້າຮອດອາຍຸທີ່ສູງຂຶ້ນກໍຈະລຶບແອັບຖິ້ມທຸກແອັບ ເຊິ່ງແຟນໆສາມາດຕິດຕາມໃກ້ຊິດທາງລາຍການຕ່າງໆ.

ຍາມວ່າງຂອງລາວແມ່ນຈະໃຊ້ຊີວິດໄປກັບທຳມະຊາດ, ເຕະບານ ຫຼື ວົງການບານ, ຂັບລົດຈັກກັບກຸ່ມໝູ່ເພື່ອນທີ່ສະໜິດກັນ ແລະ ມັກໄປໃສມາໃສກັບອ້າຍຂອງລາວເອງ. ນອກຈາກນີ້ ກໍສະໜິດກັບລູກຂອງລຸງ ສາມາດເວົ້າໄດ້ວ່າໃຊ້ເວລາກັບຄອບຄົວພີ່ນ້ອງ. ຫຼາຍຄົນສົງໄສວ່າ ຮີໂຣ້ ຫາຍໄປໃສບໍ່ເຫັນອັບເດດຫຍັງໃນໂຊຊຽວ ແຕ່ຄວາມເປັນຈິງລາວພຽງບໍ່ມັກອັບເດດເທົ່ານັ້ນເອງ.

ການຮັບບົດໃນເລື່ອງ After ເຮັດໃຫ້ລາວເປັນທີ່ຮູ້ຈັກຢ່າງກວ້າງຂວາງ ສົ່ງຜົນເຮັດໃຫ້ລາວໄດ້ຮັບຮາງວັນຈາກງານ Teen Choice Awards 2019 ແລະ ຮາງວັນ The Ischia Film Festival. ພ້ອມກັນນີ້ ຍັງເປັນນາຍແບບຍອດນິຍົມ ນອກຈາກປະສົບຜົນສຳເລັດໃນຖານະນັກສະແດງແລ້ວ ກໍຍັງໄດ້ເປັນພຣີເຊັນເຕີໃຫ້ກັບອີກຫຼາຍໆແບຣນ.

ໃນເລື່ອງຂອງຄວາມຮັກ ຮີໂຣ້ ກໍຈະມີຄວາມຄິດທີ່ເປັນຂອງຕົນເອງ ຄວາມຄິດທີ່ຫຼາຍຄົນຕ່າງກໍພາກັນມັກ ເນື່ອງຈາກລາວໃຫ້ສຳພາດກັບລາຍການໜຶ່ງວ່າ “ຮູບຮ່າງໜ້າຕາບໍ່ແມ່ນສິ່ງສຳຄັນ ຄຸນຄ່າພາຍໃນສຳຄັນກວ່າ ແລະ ຖ້າຈະເລືອກຄົບກັບໃຜຕ້ອງມີເຄມີເຂົ້າກັນ”. ສໍາລັບແຟນໆທີ່ຖາມຫາ ວ່າຫ່າງຫາຍໄປໃສ ທີ່ຈິງແລ້ວລາວບໍ່ໄດ້ໄປໃສ ພຽງແຕ່ຫຼີກຫ່າງຈາກໂຊຊ່ຽວ ໃຊ້ເວລາກັບສິ່ງທີ່ມັກໃຫ້ກຸ້ມຄ່າທີ່ສຸດ.

ຂໍ້ມູນຈາກ: https://cutt.ly/Ewiy7TCF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/