Live ຂາຍໝາກໄມ້ສົດ ຮູບແບບອອນລາຍ ຂາຍໄດ້ຂາຍດີ ກຳລັງໄດ້ຮັບຄວາມນິຍົມໃນຫວຽດນາມ


ໝາກໄມ້ພືດພັນທີ່ດີສຳລັບຮ່າງກາຍມະນຸດ ການຂາຍໝາກໄມ້ ແລະ ສິນຄ້າ ກະເສດຜ່ານ Live ມີທ່າອ່ຽງກຳລັງເຕີບໂຕເປັນຢ່າງດີໃນຫວຽດນາມ ກະຕຸ້ນໃຫ້ຫວຽດນາມປັບປຸງໂຄງສ້າງພື້ນຖານດ້ານໂລຈິສຕິກ. ກະເສດ ພາກທຸລະກິດ ແລະ ສະຕາດອັບ ຈຳນວນຫຼາຍໃນພູມີພາກເອເຊຍຕາເວັນອອກສຽງໃຕ້ ໄດ້ປ່ຽນວິທີການຂາຍດ້ວຍການປະສົມປະສານການເຮັດຖ່າຍທອດສົດສະຕຣີມມິ່ງ ເພື່ອສົ່ງເສີມການຂາຍ ແລະ ເພື່ອຂາຍສິນຄ້າໃນເຄືອຂ່າຍອອນລາຍ ແລະ ອີຄອມເມີດ.

ເຖິງຢ່າງໃດກໍຕາມ ເພື່ອດຶງດູດລູກຄ້າໃຫ້ມາຊື້ສິນຄ້າຜ່ານ Live, ຮ້ານຄ້າສ່ວນໃຫຍ່ຈຶ່ງລົດລາຄາ ແລະ ອະນຸຍາດໃຫ້ລູກຄ້າສາມາດສົ່ງຄືນສິນຄ້າ ຫຼື ຄືນເງິນໄດ້ຫາກພົບວ່າສິນຄ້າຄຸນະພາບຕ່ຳ.

ທາງຜູ້ຊ່ຽວຊານດ້ານອີຄອມເມີດກ່າວວ່າ ການສົ່ງເສີມການຂາຍສິນຄ້າອອນລາຍນັບເປັນຄວາມນິຍົມ ທີ່ຈະດຶງດູດການລົງທຶນທີ່ເຂັ້ມແຂງໄດ້. ຢ່າງໃດກໍຕາມ ບັນດາສິນຄ້າກະເສດສົດໃໝ່ ຈຳເປັນຕ້ອງມີການຈັດສົ່ງທີ່ວ່ອງໄວ ເຊິ່ງສິນຄ້າທີ່ຖືກສົ່ງຄືນອາດກາຍເປັນຕ້ອງຖືກຖິ້ມໄປ ເນື່ອງຈາກເກີດຄວາມເສຍຫາຍ, ດັ່ງນັ້ນ ຈຶ່ງຕ້ອງໃຫ້ຄວາມສຳຄັນກັບການພັດທະນາໂຄງສ້າງພື້ນຖານດ້ານໂລຈິສຕິກ.

ຂໍ້ມູນຈາກ:

AEC Connect

Xinhua  

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/