ມາຮູ້ຈັກ IF ວິທີການລົດນ້ຳໜັກແບບບໍ່ເສຍສຸຂະພາບ


ໃນຍຸກສະໄໝໃໝ່ນີ້ ຫຼາຍຄົນຫັນມາດູແລເບິ່ງແຍງສຸຂະພາບ ແລະ ຮູບຮ່າງຕົນເອງຫຼາຍຂຶ້ນ ວິທີ IF ກໍເປັນອີກໜຶ່ງວິທີທີ່ຫຼາຍຄົນນຳໃຊ້ກັນ ມື້ນີ້ LaoX ຈະພາມາຮູ້ຈັກກັບ IF ວ່າມັນແມ່ນຫຍັງ.

IF ຫຼື Intermittent Fasting ແມ່ນການຈຳກັດ ຫຼື ອົດອາຫານເປັນເວລາ ເພື່ອລົດນ້ຳໜັກ ເຜົາຜານໄຂມັນສ່ວນເກີນ ໂດຍໃນແຕ່ລະມື້ຈະມີການແບ່ງໄລຍະເວລາທີ່ເອີ້ນວ່າ Fasting ການອົດອາຫານ ແລະ Feeding ແມ່ນການກິນອາຫານ ໃນແຕ່ລະມື້ຂອງແຕ່ລະສູດການກິນ ເຊິ່ງຈະມີຄວາມແຕກຕ່າງແຕ່ລະເວລາ. ຫຼັກການເຮັດວຽກຂອງ IF ຈະມີລະບົບໃນເວລາທີ່ໃຊ້ໃນການກິນ ຮ່າງກາຍຈະໄດ້ຮັບພະລັງງານໃນຮູບແບບທີ່ສາມາດຄາດຄະເນໄດ້ງ່າຍຂຶ້ນ ແລະ ຮ່າງກາຍສາມາດປັບຕົວບໍ່ໃຫ້ໃຊ້ຄາໂບໄຮເດດ ແຕ່ຈະໄປດຶງໄຂມັນມາໃຊ້ແທນ.

ວິທີເຮັດ IF ມີຫຼາຍຮູບແບບແຕ່ທີ່ເປັນທີ່ນິຍົມເຮັດກໍຈະມີຢູ່ 3 ແບບຄື:

  • ສູດ IF 16/8 (Lean Gains) ແມ່ນພາຍໃນ 1 ມື້ຈະອົດອາຫານ 16 ຊົ່ວໂມງ ແລະ ກິນອາຫານໃນໄລຍະເວລາ 8 ຊົ່ວໂມງ
  • ສູດ IF 5/2 ແມ່ນການກິນສະຫຼັບກັບການອົດອາຫານ ໃນ 1 ອາທິດ ກິນ 5 ມື້ ແລະ ອີກ 2 ມື້ແມ່ນອົດອາຫານ
  • ແບບສຸດທ້າຍ ສູດ Fast 5 ແມ່ນພາຍໃນ 1 ມື້ຈະກິນ 5 ຊົ່ວໂມງ ແລະ ອົດອາຫານ 19 ຊົ່ວໂມງ

ສ່ວນອາຫານທີ່ຄົນເຮັດ IF ຫຼື  Intermittent Fasting  ກິນໄດ້ແມ່ນສາມາດກິນໄດ້ທຸກປະເພດ ເນື່ອງຈາກເນັ້ນຈຳກັດພຽງແຕ່ເວລາການກິນ ແຕ່ຖ້າຫາກຢາກເຫັນຜົນໄວກໍຄວນຄຳນຶງພະລັງງານ ແລະ ສານອາຫານທີ່ໄດ້ ເລືອກກິນອາຫານທີ່ເປັນອາຫານເພື່ອສຸຂະພາບ

ຫຼາຍຄົນອາດຈະສົງໄສວ່າການເຮັດ IF ຫຼື  Intermittent Fasting ນັ້ນສາມາດລົດນ້ຳໜັກໄດ້ແທ້ບໍ່? ຄຳຕອບຄືແທ້ ເພາະມັນເຮັດໃຫ້ເຮົາກິນໜ້ອຍລົງ ແລະ ຍັງຄຸມເວລາໃນການກິນອາຫານອີກດ້ວຍ ແຕ່ຖ້າຢາກໃຫ້ມີປະສິດທິພາບກໍຕ້ອງຄຸມເລື່ອງ ແຄລໍຣີໃນອາຫານ ເພື່ອໃຫ້ມີພະລັງງານທີ່ພຽງພໍນັ້ນເອງ.

ການເຮັດ IF ຫຼື  Intermittent Fasting   ເປັນວິທີການຄວບຄຸມອາຫານເພື່ອລົດນ້ຳໜັກ ອາດຈະບໍ່ເໝາະກັບທຸກຄົນ ເນື່ອງຈາກການເຮັດ IF ຫຼື  Intermittent Fasting  ຄວນຈະປຶກສາຜູ້ຊ່ຽວຊານ ຫຼື ແພດກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/