ມາຮູ້ຈັກຂໍ້ຕົກລົງປາຣິສ Paris Agreement ກອບອະນຸສັນຍາວ່າດ້ວຍການປ່ຽນແປງສະພາບພູມອາກາດ


ໃນປັດຈຸບັນ ເຮົາອາດຈະເຄີຍເຫັນຂ່າວຕ່າງປະເທດທີ່ຕອນນີ້ ຫຼາຍໆປະເທດພວມເອົາໃຈໃສ່ເລື່ອງສິ່ງແວດລ້ອມຫຼາຍຂຶ້ນ ລວມເຖິງການຫັນໄປໃຊ້ພະລັງງານທົດແທນແບບຍືນຍົງ ເປົ້າໝາຍເພື່ອລົດແກ໊ສເຮືອນແກ້ວ ແລະ ຄາບອນເປັນສູນ.

ມື້ນີ້ທີມງານ LaoX ຈະພາທ່ານມາຮູ້ຈັກຂໍ້ຕົກລົງປາຣິສ ຂໍ້ຕົກລົງທີ່ວ່າດ້ວຍການປ່ຽນແປງສະພາບອາກາດ ເປົ້າໝາຍທີ່ຫຼາຍໆປະເທດຊ່ວຍກັນໄປໃຫ້ເຖິງ ມັນແມ່ນຫຍັງ? ແລະ ມັນສຳຄັນແນວໃດ?

Paris Agreement ຫຼື ຂໍ້ຕົກລົງປາຣິສ ເປັນຂໍ້ຕົກລົງຕາມກອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ (UNFCCC) ເພື່ອກຳນົດມາດຕະການລົດການປ່ອຍແກ໊ສຄາບອນໄດອອກໄຊ ຕັ້ງແຕ່ປີ 2020.

ຂໍ້ຕົກລົງດັ່ງກ່າວເຈລະຈາກັນໃນຊ່ວງ ການປະຊຸມພາຄີສະມາຊິກຂອງ UNFCCC ຄັ້ງທີ 21 ທີ່ນະຄອນປາຣິສ ປະເທດຝຣັ່ງ ແລະ ໄດ້ຮັບການເຫັນດີໃນວັນທີ 12 ທັນວາ 2015. ໂລຣອງ ຟາບິອຸດ ປະທານທີ່ປະຊຸມ ແລະ ລັດຖະມົນຕີວ່າການຕ່າງປະເທດຂອງຝຣັ່ງກ່າວວ່າ ນີ້ເປັນ “ຈຸດປ່ຽນທາງປະຫວັດສາດ” ໃຫ້ຄວາມພະຍາຍາມລົດພາວະໂລກຮ້ອນ.

ຂໍ້້ຕົກລົງໄດ້ຖືກລົງວັນທີ 22 ເມສາ 2016 ທີ່ມະຫານະຄອນນິວຢອກ ປະເທດສະຫະລັດອາເມຣິກາ.

ເປົ້າໝາຍຂອງອະນຸສັນຍາມີລະບຸໄວ້ໃນຂໍ້ 2 ວ່າ ເພື່ອ “ສົ່ງເສີມການບັງຄັບໃຊ້” UNFCCC ດ້ວຍການ​:

  1. ຄວບຄຸມອຸນຫະພູມອຸນຫະພູມສະເລ່ຍຂອງໂລກ ບໍ່ໃຫ້ເພີ່ມຂຶ້ນເກີນ 2 ອົງສາ ຈາກລະດັບອຸນຫະພູມຊ່ວງກ່ອນຍຸກອຸດສາຫະກຳ ແລະ ພະຍາຍາມຈຳກັດການເພີ່ມຂຶ້ນຂອງອຸນຫະພູມ 1.5 ອົງສາ ຈາກລະດັບອຸນຫະພູມຊ່ວງກ່ອນຍຸກອຸດສາຫະກຳ ໂດຍຄຳນຶງວ່າ ຄວາມພະຍາຍາມນີ້ຈະຊ່ວຍລົດຄວາມສ່ຽງ ແລະ ຜົນກະທົບຂອງການປ່ຽນແປງສະພາບພູມອາກາດລົງ.
  2. ເພີ່ມພູນຄວາມສາມາດໃນການປັບໂຕໃຫ້ເຂົ້າກັບຜົນກະທົບຈາກການປ່ຽນແປງສະພາບພູມອາກາດ ແລະ ປະຄັບປະຄອງຄວາມທົນທານຕໍ່ສະພາບອາກາດ ແລະ ການພັດທະນາທີ່ກໍ່ແກ໊ສເຮືອນແກ້ວໃນລະດັບຕໍ່າ ດ້ວຍແນວທາງທີ່ບໍ່ເປັນໄພຄຸກຄາມຕໍ່ການຜະລິດອາຫານ.
  3. ກໍ່ໃຫ້ເກີດການໄຫຼວຽນຂອງກະແສເງິນທຶນ ເຊິ່ງສອດຄ່ອງກັບແນວທາງໄປສູ່ການພັດທະນາທີ່ກໍ່ແກ໊ສເຮືອນແກ້ວໃນລະດັບຕໍ່າ ແລະ ທົນທານຕໍ່ສະພາບອາກາດ.

ຕາມທີ່ລະບຸໄວ້ໃນກອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດນັ້ນ ອາດຈະມີການຕົກລົງຮັບກາສານທາງກົດໝາຍຫຼາຍສະບັບເພື່ອໃຫ້ເປົ້າໝາຍຂອງອະນຸສັນຍາບັນລຸຜົນກໍໄດ້. ສະນັ້ນ ຈຶ່ງມີການຕົກລົງກ່ຽວກັບມາດຕະການລົດແກ໊ສເຮືອນແກ້ວຕາມຄວາມໃນ ພິທີສານກຽວໂຕ ປີ 1997 ເພື່ອດໍາເນີນງານໃນຊ່ວງປີ 1997 ເຖິງ 2008.

ຕໍ່ມາມີການບັນທຶກ “ຂໍ້ແກ້ໄຂເພີ່ມເຕີມໂດຮາ” (Doha Amendment) ເພື່ອແກ້ໄຂເພີ່ມເຕີມພິທີສານດັ່ງກ່າວໃຫ້ຂະຫຍາຍການດຳເນີນງານອອກໄປຈົນເຖິງປີ 2020.

ໃນລະຫວ່າງການປະຊຸມສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ ປິ 2009 ມີການກຳນົດ “ແຜນງານເດີບັນ” (Durban Platform) ພ້ອມ “ຄະນະເຮັດວຽກສະເພາະກິດວ່າດ້ວຍແຜນງານເດີບັນສຳຫຼັບການດຳເນີນງານເພີ່ມເຕີມ” (Ad Hoc Working Group on the Durban Platform for Enhanced Action) ເພື່ອມຸ່ງໝັ້ນເຈລະຈາກ່ຽວກັບກາສານກົດໝາຍສະບັບໜຶ່ງວ່າດ້ວຍມາດຕະການບັນເທົາຄວາມປ່ຽນແປງຂອງສະພາບພູມອາກາດນັບແຕ່ປີ 2020. ສະນັ້ນ ໃນປີ 2015 ຈຶ່ງມີການຕົກລົງຮັບກາສານດັ່ງກ່າວ.

ທີ່ມາ: https://th.wikipedia.org/wiki/%E0%B8%84%E0%B8%A7%E0%B8%B2%E0%B8%A1%E0%B8%95%E0%B8%81%E0%B8%A5%E0%B8%87%E0%B8%9B%E0%B8%B2%E0%B8%A3%E0%B8%B5%E0%B8%AA