ມາທໍາຄວາມຮູ້ຈັກ BAY6IX ແລະ Lala ເຈົ້າຂອງຜົນງານເພງດັງ “ຕື່ນຈາກຝັນ” ແລະ ເປີດໃຈເຖິງຄວາມຮູ້ສຶກ ຫຼັງຈາກທີ່ເພງສາມາດຮອດ 20 ລ້ານວິວທຳອິດ!!!


ນາທີນີ້ເຊື່ອວ່າ ຫຼາຍໆຄົນຕ້ອງເຄີຍຟັງເພງ ຕື່ນຈາກຝັນ ມາແລ້ວຢ່າງແນ່ນອນ, ເຊິ່ງເພງນີ້ປ່ອຍອອກມາໄດ້ບໍ່ພໍເທົ່າໃດກໍກາຍເປັນເປັນກະແສໂດ່ງດັງໄປທົ່ວໂຊຊຽວ ແລະ ມີຍອດວິວຮອດ 20 ລ້ານວິວພາຍໃນໄລຍະເວລາ 3 ອາທິດເທົ່ານັ້ນ! ເອີ້ນໄດ້ວ່າເປັນເພງດັງສົ່ງທ້າຍປີ 2021 ເລີຍກໍວ່າໄດ້.

ມື້ນີ້ທາງທີມງານ LaoX ຂອງພວກເຮົາໄດ້ມີໂອກາດສຳພາດເຈົ້າຂອງບົດເພງນີ້ ເຊິ່ງບົດສຳພາດຈະເປັນແບບໃດເຮົາມາເລີ່ມກັນເລີຍ;

LaoX: ກ່ອນອື່ນຂໍໃຫ້ສອງຄົນແນະນຳກ່ຽວກັບຕົນເອງໃຫ້ທາງແຟນຄລັບ ຫຼື ຄົນທີ່ຢາກຮູ້ຈັກແດ່.

BAY6IX: ສະບາຍດີ ຫມູ່ເພື່ອນໝົດທຸກຄົນ ແລະ ສະບາຍດີທາງແຟນເພງຜູ້ທີ່ສະໜັບສະໜູນພວກເຮົານຳ. ເຮົາເອງມີຊື່ວ່າ ພູວົງ ພົມມະເທດ ຊື່ຫຼິ້ນແມ່ນ “ເບ”, ຊື່ໃນນາມສິລະປິນແມ່ນ BAY6IX (ເບຊິກ), ຕອນນີ້ອາຍຸ 24 ປີ, ຈົບການສຶກສາລະດັບປະລິນຍາຕີ ຈາກ ສປ ຈີນ, ພື້ນຖານເປັນຄົນ “ແຂວງຫຼວງນ້ຳທາ”

LaLa: ໂດຍສະບາຍດີທຸກຄົນ ເຮົາມີຊື່ວ່າ ນາງສຸດທິດາ ເສນທະວົງ ຫຼື ຄົນສ່ວນຫຼາຍຮູ້ຈັກໃນນາມ ລາລ່າ ອາຍຸ 21 ປີ ເປັນຄົນຫຼວງນ້ຳທາ.

LaoX: ຢາກຮູ້ວ່າຈຸດເລີ່ມຕົ້ນໃນການເຮັດເພງນີ້ແມ່ນເລີ່ມຈາກໃສ?

BAY6IX: ເຈົ້າ, ສຳລັບຈຸດເລີ່ມຕົ້ນແມ່ນໄດ້ເລີ່ມມາຕັ້ງແຕ່ສະໄໝຍັງຮຽນຢູ່ ມ.ປາຍ 7-8 ປີຫຼັງ. ໂດຍເລີ່ມຈາກການເຮັດນໍາໝູ່ທີ່ມັກຮັກໃນສຽງດົນຕີຄືກັນເປັນກຸ່ມນ້ອຍໆ. ໃນສະໄຫມນັ້ນວົງການເພງບ້ານເຮົາອາດຈະບໍ່ກວ້າງຂວາງຄືປັດຈຸບັນ, ແຕ່ໃນຄວາມມັກແລະຮັກໃນສຽງດົນຕີ ຈຶ່ງບໍ່ເຄີຍຖີ້ມສິ່ງນີ້ແລະເຮັດມາຕະຫຼອດ ເຖິງຈະມີ ຫຼື ບໍ່ມີຄົນຟັງມາຈົນເຖິງຕອນນີ້.

Lala: ສຳລັບຈຸດເລີ່ມຕົ້ນຂອງຜົນງານນີ້ ເຮົາເລີ່ມເຮັດເພງມາໄດ້ 2-3 ປີແລ້ວ ແລະມີຜົນງານຢູ່ຫຼາຍຜົນງານເລີຍ ທີ່ໄດ້ປ່ອຍອອກທາງ YouTube ແລະ ເຊື່ອວ່າຫຼາຍຄົນອາດຈະເຄີຍຟັງມາກ່ອນເຊັ່ນ ເພງ: ສຸດທ້າຍຕ້ອງຈາກລາ, ບອກເຮັດຫຍັງ ແລະ ຜົນງານທີ່ມາແຮງຫຼ້າສຸດຄື “ຕື່ນຈາກຝັນ”

LaoX: ແຮງບັນດານໃຈໃນການຂຽນເພງແມ່ນມາຈາກໃສ?

BAY6IX: ແຮງບັນດານໃຈໃນການຂຽນເພງທຸກເພງຫຼັກໆແມ່ນມາຈາກຈິນຕະນາການ ແລະ ການທີ່ເຮົາໄດ້ຟັງສິລະປິນທີເຮົາມັກ ທຸກເພງທີ່ເຮັດອອກມາແມ່ນຢາກຖ່າຍທອດອາລົມ ແລະ ຄວາມຮູ້ສຶກໃນເວລານັ້ນໆ ອາດຈະເປັນເລື່ອງລາວຂອງຕົນເອງ ຫຼື ຄົນອ້ອມຂ້າງ. ທີ່ຜ່ານມາແມ່ນໄດ້ເຮັດຜົນງານອອກມາເລື້ອຍໆ ແລະ ໄດ້ຮັບກຳລັງໃຈຈາກຄົນຟັງ ບໍ່ວ່າຈະເປັນການກົດ like ກົດ share ແລະ Comment ຕ່າງໆ. ສ່ວນຫຼາຍທຸກເພງແມ່ນຈະເຮັດເອງທັງໝົດ ບໍ່ວ່າຈະຂຽນເນື້ອເພງ, ຮຽບຮຽງ, ເຮັດດົນຕີ ລວມເຖິງກຳກັບ MV ທັງໝົດ.

LaoX: ຢາກຮູ້ວ່າອຸປະສັກໃນການເຮັດເພງນີ້ມີຫຍັງແດ່?

Lala: ອຸປະສັກໃນການເຮັດເພງນີ້ແມ່ນ ເພາະມີການລະບາດຂອງເຊື້ອພະຍາດເລີຍເຮັດໃຫ້ເຮົາບໍ່ສາມາດອອກໄປຖ່າຍທຳເອັມວີ ນອກສະຖານທີ່ຕ່າງໆໄດ້ ດັ່ງທີ່ເຫັນໃນເອັມວີຫຼ້າສຸດ ກໍຄືຖ່າຍຢູ່ເຮືອນສວນ ຂອງລາລ່າເອງ.

LaoX: ຢາກຮູ້ເຖິງຄວາມຮູ້ສຶກທີ່ MV ເພງ ຕື່ນຈາກຝັນ ຕອນນີ້ຮອດ 20 ລ້ານວິວໄປແລ້ວ?

BAY6IX: ສຳລັບເພງ “ຕື່ນຈາກຝັນ” ແມ່ນຮູ້ສືກຕື້ນຕັນຫຼາຍ ທີ່ມີຄົນມັກຜົນງານເຮົາຫຼາຍປານນີ້. ຄວາມຮູ້ສຶກຕອນນີ້ມັນກໍຄ້າຍໆຊື່ເພງ ຕື່ນຂຶ້ນມາຈາກຝັນມັນກໍກາຍເປັນກະແສດັງຂ້າມປະເທດໄປແລ້ວ ຂອບໃຈຫຼາຍໆ.

Lala: ຮູ້ສຶກພູມໃຈ ແລະ ຕື້ນຕັນໃຈຫຼາຍ ທີ່ມີຄົນມັກໃນຜົນງານທີ່ເຮົາໄດ້ເຮັດອອກມາ ແລະ ມີກະແສຜົນຕອບຮັບຫຼາຍຂະໜາດນີ້.

LaoX: ໃນອະນາຄົດອັນໃກ້ນີ້ ກຽມວາງແຜນເຮັດຫຍັງແດ່ ຫຼື ມີຜົນງານໃໝ່ໃຫ້ກັບຄົນທີ່ຕິດຕາມບໍ່?

BAY6IX: ໄວໆນີ້ຈະມີຜົນງານໃໝ່ມາໃຫ້ຟັງກັນແນ່ນອນ ເຊິ່ງຈະເປັນແນວເພງທີ່ບໍ່ເຄີຍເຮັດມາກ່ອນ ເປັນສິ່ງທີ່ທ້າທາຍກັບຄວາມສາມາດເຮົາຫຼາຍ.

Lala: ໂດຍໃນອະນາຄົດໄວໆນີ້ ກໍອາດຈະມີຜົນງານໃໝ່ອອກມາເລື້ອຍໆ ແລະ ມີແນວມາ surprise ຜູ້ຟັງນຳອີກ ຝາກຕິດຕາມແນ່ເດີ້.

LaoX: ປັດຈຸບັນນີ້ທັງສອງມີຫວານໃຈແລ້ວຫຼືຍັງ?

BAY6IX: ປັດຈຸບັນມີແມ່ນມີຫວານໃຈແລ້ວ ນັ້ນກໍຄື ນ້ອງ LALA (ລາລ່າ) ເຊິ່ງແມ່ນຜູ້ທີ່ຮ້ອງເພງຄູ່ກັນນັ້ນເອງ ຄືເພງ “ຕື່ນຈາກຝັນ” 💕

LaoX: ສຸດທ້າຍນີ້ຢາກຝາກຫຍັງໃຫ້ກັບແຟນໆທຸກຄົນທີ່ມັກໃນຜົນງານເຮົາ

BAY6IX: ຢາກຂອບໃຈແຟນໆທີ່ຕິດຕາມຜົນງານທັງໃນລາວ ແລະ ຕ່າງປະເທດ ຂອບໃຈທຸກການສະໜັບສະໜູນ. ໄວໆນີ້ຈະມີອີກຫຼາຍໆຜົນງານມາໃຫ້ຮັບຊົມຮັບຟັງນຳກັນ ຂອບໃຈຫຼາຍໆ 🙏🏻

Lala: ຢາກຂອບໃຈທຸກໆຄົນທີ່ຕິດຕາມ, ມັກ ແລະ ສະໜັບສະໜູນຜົນງານມາຕະຫຼອດ ເປັນກຳລັງໃຈທີ່ສຳຄັນຫຼາຍ ແລະ ຈະມີເພງໃໝ່ອອກມາເລື້ອຍໆ ຝາກຕິດຕາມກັນແນ່ເດີ້.

LaoX: ສາມາດຕິດຕາມ BAY6IX ແລະ Lala ໄດ້ໃນຊ່ອງທາງໃດແດ່?

ຊ່ອງທາງການຕິດຕາມ BAY6IX:
Youtube: Bay6ix lqstking
Facebook: Bay phouvong
Instagram: bay6ix_lqstking
TikTok: Bay6ix lqstking

ຊ່ອງທາງການຕິດຕາມ Lala
Youtube: La Soudthida
Facebook: Lala Soudthida
Instagram: Lalaxlalas
TikTok: Lasoudthida

LaoX: ຂອບໃຈທັງສອງຫຼາຍໆສຳລັບການສຳພາດມື້ນີ້
BAY6IX & Lala: ໂດຍຂອບໃຈເຊັ່ນກັນເດີ້.

ສາມາດໄປຮັບຊົມ MV ເພງ ຕື່ນຈາກຝັນ ເພື່ອເປັນກຳລັງໃຈ ແລະ ສະໜັບໜູນສິລະປິນໄວໜຸ່ມທັງສອງ ທີ່ມີຄວາມສາມາດຮອບດ້ານ ໄດ້ທີ່: https://cutt.ly/aYoMGcB

ຂອບໃຈບົດສຳພາດໂດຍ: BAY6IX & Lala

ສຳພາດໂດຍ: ທີມງານ LaoX

ຮຽບຮຽງໂດຍ: Tern Saiyasack

ສຳພາດວັນທີ: 3/12/2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/