ມສ ວຽງຈັນ ປະກາດ ກຽມພ້ອມຮອບດ້ານໃນການຮຽນ- ການສອນອອນລາຍ


ເນື່ອງໃນສະຖານະການ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19ນີ້ ບັນດາຫົວໜ່ວຍທຸລະກິດຕ່າງ ພ້ອມທັງສະຖາບັນການສຶກສາ ແມ່ນຕ້ອງໄດ້ປິດເປັນການຊົ່ວຄາວເພື່ອຫຼີກເວັ້ນການແຜ່ລະບາດໃນສະຖານທີ່ ທີ່ມີຊຸມຊົມ ຫຼື ມີການຮວມຕົວກັນ.

ເມື່ອຕອນບ່າຍຂອງ ວັນທີ 18 ກັນຍາ 2021 ໃນ Facebook Page ຂອງໂຮງຮຽນມັດທະຍົມສົມບູນວຽງຈັນ ທີ່ຊື່ວ່າ “Vientiane Secondary School – Camera” ໄດ້ໂພສລົງໃນ Facebook ໂດຍພາດຫົວຂໍ້ວ່າ ການກຽມພ້ອມຮອບດ້ານໃນການຮຽນ-ການສອນແບບອອນລາຍ, ໂດຍໄດ້ມີການຝຶກອົບຮົມທາງດ້ານໄອທີໃຫ້ແກ່ຄູອາຈານເປັນທີ່ຮຽບຮ້ອຍ ພ້ອມດຽວກັນນັ້ນ ກໍຍັງປະກາດຈັດຕັ້ງຮັບລົງທະບຽນນັກຮຽນໃໝ່ ເພື່ອໃຫ້ສາມາດເຂົ້າຮຽນແບບອອນລາຍ ໂດຍຈະເລີ່ມໃນວັນທີ 20 ກັນຍາ 2021 ນີ້ ເປັນຕົ້ນໄປ.

ການເຮັດການສອນດັ່ງກ່າວແມ່ນຈະປະຕິບັດຕາມໂມງເວລາຮຽນແບບປົກກະຕິ ກໍຄື ຕັ້ງແຕ່ 8:00 – 16:00 ແລະ ແພລັດຟອມຫຼັກທີ່ນຳໃຊ້ໃນການສອນແມ່ນ ແອັບພິເຄຊັນ Google meet ແລະ Zoom ໂດຍໃຫ້ນ້ອງນັກຮຽນສາມາດນຳໃຊ້ຜ່ານ ໂທລະສັບມືຖື ຫຼື ຄອມພິວເຕີກໍໄດ້. ນອກຈາກນັ້ນ, ຄູປະຈຳຫ້ອງໃນແຕ່ລະຂັ້ນ ແຕ່ລະວິຊາຂອງໂຮງຮຽນກໍຈະມີການຕັ້ງກຸ່ມໃນ ແອັບພິເຄຊັນ Whatsapp  ເພື່ອສົ່ງຂໍ້ມູນບົດຮຽນໃຫ້ແກ່ນັກຮຽນໃນແຕ່ລະມື້ອີກ.

ທີ່ມາ:

ພາບ: NBC Lao News, Vietiane Secondary School – Camera

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/