ປະລິນຍາ ໄຊຍະມຸງຄຸນ Visual Effects Artist ທີ່ສ້າງຜົນງານ ລະດັບທຽບເທົ່າອິນເຕີ


ປະລິນຍາ ໄຊຍະມຸງຄຸນ (ປ້ອມ) ອາຍຸ 25 ປີ ຜູ້ທີ່ຢູ່ເບື້ອງຫຼັງກັບຜົນງານທີ່ໂດດເດັ່ນຫຼາຍຢ່າງ ບໍ່ວ່າຈະເປັນ ໂຄສະນາ, ຮູບເງົາ, ຖ່າຍງານອີເວັ້ນຕ່າງໆ ແລະ ຜົນງານ 3D.

ຖ້າເວົ້າເຖິງປະສົບການ ແລະ ການຮຽນຮູ້ແມ່ນມີຫຼາຍພໍສົມຄວນ, ໄດ້ທຶນໄປຮຽນຕ່າງປະເທດດ້ວຍຄວາມສາມາດຂອງຕົນເອງ ທັງໄປຍີ່ປຸ່ນ, ສິງກະໂປ ເຊິ່ງຈະຮຽນເປັນຄອສ ແລະ ປັດຈຸບັນກໍຍັງຮຽນໃນແບບອອນລາຍໄປນຳ ສຶກສາຮ່ຳຮຽນໄດ້ປະມານ 10 ປາຍປີແລ້ວ.

ປັດຈຸບັນ ປະລິນຍາ ໄຊຍະມຸງຄຸນ ແມ່ນເຮັດວຽກຢູ່ Light Flare Team ເປັນ Freelance ທີ່ສຶກສາ ແລະ ຮຽນຮູ້ກ່ຽວກັບງານສ້າງຮູບເງົາ. ພ້ອມທັງມີຄວາມສົນໃຈກ່ຽວກັບເລື່ອງງານສ້າງ Visual Effects ແລະ Special Techique ໃຫ້ກັບຮູບເງົາ. ໄດ້ຮວມຕົວກັນຕັ້ງແຕ່ປີ 2012 ແລະ ໄດ້ຖືກຮັບຮູ້ຫຼາຍໃນປີ 2017. ນອກຈາກນັ້ນ ກໍໄດ້ເລີ່ມເຮັດວຽກເປັນທີມງານໃຫຍ່ ແລະ Freelancer ຈາກຫຼາຍພາກສ່ວນໃນປີ 2018.

ວຽກງານໂດຍລວມ ແມ່ນເປັນທີມທີ່ເຮັດວຽກກັບງານ Video Production ທຸກຮູບແບບບໍ່ວ່າຈະເປັນ ໂຄສະນາ, ຮູບເງົາ, ຖ່າຍງານ Event ລາຍການ, Visual Effects, Motion Graphics, 3D animation. ນອກຈາກນີ້ ຍັງມີການຖ່າຍທຳພາບບາງຈຳນວນ, ເຊິ່ງສ່ວນຫຼາຍຈະເປັນງານແບບ Creative ແລະ Abstract art Work ເຊິ່ງມີຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ.

ຖ້າເວົ້າເລື່ອງຕ່າງໆກວ່າຈະມາຮອດຈຸດນີ້ ໜຸ່ມປ້ອມ ແມ່ນມີຄວາມອົດທົນພະຍາຍາມເປັນທີ່ສຸດ ເຮັດວຽກຕັ້ງແຕ່ຮຽນຊັ້ນມັດທະຍົມ ພັດທະນາມາແບບກະໂດດຂັ້ນ. ແຕ່ຜົນງານດັ່ງກ່າວ ແມ່ນເລີ່ມຈາກຕົນເອງທີ່ມີຄວາມມັກ ແລະ ຮັກ ໃນວຽກງານດ້ານນີ້, ໄດ້ສຶກສາຄົ້ນຄວ້າດ້ວຍຫຼາກຫຼາຍວິທີ ແລະ ຕັ້ງໃຈຮຽນໃນສິ່ງທີ່ຕົນເອງມັກມາໂດຍຕະຫຼອດ ອົດທົນພະຍາຍາມ ຈົນໃນທີ່ສຸດກໍມາຮອດໃນຈຸດນີ້ ຈຸດທີ່ໄດ້ເປັນທັງໃຫ້ຄວາມຄວາມຮູ້ແກ່ຜູ້ອື່ນ, ຈຸດທີ່ເປັນເບື້ອງຫຼັງໂຄສະນາ, ຮູບເງົາ ຕ່າງໆທີ່ໂດດເດັ່ນໃຫ້ແກ່ລາວ ແລະ ພິເສດສຸດໂຄສະນາຍັງໄດ້ໄປໄກເຖິງຕ່າງປະເທດ ໄດ້ຂຶ້ນເທິງປ້າຍທີ່ມີຊື່ສຽງລະດັບສາກົນ.

ຜົນງານໂຄສະນາທີ່ເດັ່ນໆໃນລາວເຮົາຈະມີຫຼາຍເປັນຕົ້ນແມ່ນ: ຮ່ວມກັບບໍລິສັດເບຍລາວ ເຮັດໂຄສະນາເບຍລາວ, ເຄື່ອງດື່ມມິລິນດ້າ, ຟູດແພນດ້າ, ເປບຊີ່, ນ້ຳດື່ມຫົວເສືອ, UNDP, ຮູບເງົາເລື່ອງສັ້ນອື່ນໆ ທີ່ສົ່ງຜົນປະໂຫຍດ ສື່ຄວາມໝາຍໄດ້ດີ.

ສຸດທ້າຍໜຸ່ມປ້ອມກ່າວວ່າ: ສຳລັບໄວໜຸ່ມທີ່ຮູ້ສຶກທໍ້, ໝົດກຳລັງໃຈ, ຕັ້ງຄຳຖາມຕ່າງໆ, ອາດຈະມີບາງຄົນທີ່ຄິດວ່າວຽກງານດ້ານນີ້ເບິ່ງແລ້ວຄືຈະສະບາຍ ແຕ່ທີ່ຈິງແລ້ວມັນຕ້ອງໃຊ້ຄວາມອົດທົນເປັນສ່ວນຫຼາຍ ຕ້ອງໃຊ້ເວລາ, ຄວາມລະອຽດ ແລະ ຕ້ອງໄດ້ໃຊ້ຄວາມຄິດຕ່າງໆ ເພື່ອຈະໃຫ້ມັນອອກມາດີ. ແຕ່ດ້ວຍຄວາມມັກ ແລະ ຮັກ ໃນວຽກງານດ້ານນີ້ ເຖິງວ່າຈະຍາກ ແຕ່ເມື່ອເຮົາມີຄວາມສາມາດ ແລະ ມັກທີ່ຈະເຮັດໃນດ້ານນີ້ ຈຶ່ງສາມາດຜ່ານຄວາມຍາກເຫຼົ່ານັ້ນມາໄດ້. ຖ້າຫາກມັກໃນສິ່ງໃດກໍຄວນລົງມືເຮັດເລີຍ ສູ້ຊົນ ແລະ ສຶກສາຮ່ຳຮຽນ ແລ້ວຜົນສຳເລັດຈະນຳມາຫາເຮົາ.

ຜົນງານຕ່າງໆສາມາດຮັບຊົມໄດ້ໃນນີ້:

ຂອບໃຈບົດສຳພາດຈາກ: ປ້ອມ Pome Sayamoungkhoun (ວັນທີ 11 ກັນຍາ 2021)
ຮຽບຮຽງໂດຍ: Cat-Meo-ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/