ຄວາມຄິດລ້ຳສະໄໝ! ເລເຊີ້ໃສ່ເປືອກໝາກໄມ້ແທນທີ່ຈະຕິດສະຕິກເກີ້ ເພື່ອລົດການໃຊ້ພລາສຕິກ


ເວລາທີ່ເຮົາຊື້ໝາກໄມ້ ມັກຈະມີສະຕິກເກີ້ນ້ອຍໆທີ່ບົ່ງບອກເຖິງແບຣນ ຫຼື ຄຸນລັກສະນະບາງຢ່າງຕິດຢູ່, ສະຕິກເກີ້ດັ່ງກ່າວເຖິງຈະເຮັດມາຈາກວັດສະດຸທີ່ຍ່ອຍສະຫຼາຍໄດ້ທາງທຳມະຊາດ ແຕ່ພລາສຕິກທີ່ຫຸ້ມຫໍ່ມັນຢູ່ ກໍບໍ່ຍ່ອຍສະຫຼາຍໄປນຳ, ສະຕິກເກີ້ມີຄຸນລັກສະນະເປັນກາວໜຽວ ມັນສາມາດສ້າງການຫຼຸ້ຍຫ້ຽນຂອງເຄື່ອງກຳຈັດຂີ້ເຫຍື້ອໄດ້ ຫຼາຍບໍລິສັດໃນຢູໂຣບຈຶ່ງບໍ່ຮັບຂີ້ເຫຍື້ອທີ່ເປັນສະຕິກເກີ້.

ຫຼ້າສຸດ ມີນະວັດຕະກຳໃໝ່ທີ່ມາທົດແທນການຕິດສະຕິກເກີ້ຢູ່ໝາກໄມ້, ມັນເປັນເຄື່ອງຍິງເລເຊີ້ລົງເທິງເປືອກໝາກໄມ້ ແທນການຕິດສະຕິກເກີ້ ເພື່ອຫຼຸດຜ່ອນຂີ້ເຫຍື້ອພລາສຕິກທີ່ບໍ່ຈຳເປັນ. ນະວັດຕະກຳດັ່ງກ່າວໄດ້ເລີ່ມນຳໃຊ້ແລ້ວ ໃນປະເທດສະເປນ,​ສະວີເດັນ, ສະຫະຣາຊະອານາຈັກ ແລະ ອອສເຕເລຍ.

ນອກຈາກເຄື່ອງເລເຊີ້ຈະບໍ່ສ້າງຂີ້ເຫຍື້ອແລ້ວ ມັນຍັງບໍ່ທຳລາຍໝາກໄມ້ອີກເພາະວ່າມັນຈະເລເຊີ້ລົງເປືອກໝາກໄມ້ເທົ່ານັ້ນ ບໍ່ສົ່ງຜົນເຖິງທາງໃນໝາກໄມ້, ອາຍຸ ແລະ ຣົດຊາດ ແຖມຍັງປະຢັດເວລາໄປໄດ້ຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/