ພໍ່ແມ່ ຈາກ ສປ.ຈີນ ສັ່ງສອນລູກສາວອາຍຸ 13 ປີ ໂດຍການປ່ອຍໄວ້ເກາະຮ້າງ


ເຈົ້າໜ້າທີ່ຕຳຫຼວດໃນເມືອງເຫວີຍໄຫ, ແຂວງຊານຕົງ ຂອງ ສປ ຈີນ ໄດ້ຮັບແຈ້ງຈາກຄົນຫາປາທ້ອງຖິ່ນວ່າ ພົບເດັກຍິງ ອາຍຸ 13 ປີ ຢູ່ເກາະຮ້າງນ້ອຍໆ ຫ່າງຈາກແຜ່ນດິນໃຫຍ່ປະມານ 1 ກິໂລແມັດ. ເມື່ອເຈົ້າໜ້າທີ່ໄປຮອດ ເດັກນ້ອຍຄົນນັ້ນກໍເວົ້າກັບເຈົ້າໜ້າທີ່ວ່າ ລາວຖືກພໍ່ແມ່ເອົາມາປ່ອຍໄວ້ເກາະຮ້າງແຫ່ງນີ້, ລາວໄດ້ອ້ອນວອນຮ້ອງຂໍໃຫ້ພໍ່ແມ່ພາລາວກັບເຮືອນ ແຕ່ກໍໄດ້ຮັບການປະຕິເສດ.

ຝັ່ງພໍ່ແມ່ອະທິບາຍຕໍ່ເຈົ້າໜ້າທີ່ວ່າ ລູກເປັນຄົນດື້ດ້ານ, ຫົວແຂງ ເອົາແຕ່ໃຈຕົນເອງທີ່ສຸດ! ແລ້ວກໍຂີ້ຄ້ານໄປໂຮງຮຽນ ມີແຕ່ຢາກອອກ. ຊໍ້າບໍ່ພໍ ແຕ່ລະມື້ເກືອບວ່າບໍ່ຍອມອອກຈາກຫ້ອງນອນມາກິນເຂົ້າເລີຍ, ພໍ່ແມ່ເຄີຍລົມນຳລູກດີໆຫຼາຍຄັ້ງແລ້ວແຕ່ກໍບໍ່ໄດ້ຜົນ ພວກເຂົາຈຶ່ງຕ້ອງໃຊ້ມາດຕະການເດັດຂາດ ໂດຍເລີ່ມຈາກໄປປຶກສາຜູ້ຊ່ຽວຊານດ້ານການເອົາຕົວລອດ ແລ້ວຮ່ວມເດີນທາງໄປເກາະຮ້າງທີ່ຢູ່ໃກ້ໆເພື່ອກະກຽມພາລະກິດຄັ້ງນີ້ນຳກັນ ແລ້ວພໍ່ແມ່ກໍໄດ້ຕັດສິນໃຈນຳລູກມາປ່ອຍໄວ້ເກາະຮ້າງແຫ່ງນີ້ ເພື່ອກະຕຸ້ນສັກກະຍະພາບດ້ວຍການເອົາຕົວລອດໃນສະພາວະໂດດດ່ຽວ ແລະ ຕ້ອງຊ່ວຍເຫຼືອຕົນເອງໃຫ້ໄດ້ທຸກຢ່າງ.  ແຕ່ໄລຍະທີ່ເດັກຍິງຢູ່ເກາະຮ້າງ ລາວບໍ່ໄດ້ຫາວິທີຮຽນຮູ້ສິ່ງທີ່ຈຳເປັນໃນການເອົາຕົວລອດອື່ນໆເລີຍ ນອກຈາກຫາທາງສົ່ງສັນຍານຂໍຄວາມຊ່ວຍເຫຼືອໃຫ້ຄົນມາຊ່ວຍລາວກັບເຮືອນ.

ແນວໃດກໍຕາມ, ຝ່າຍພໍ່ແມ່ຍັງປະຕິເສດທີ່ຈະລົ້ມເລີກພາລະກິດນີ້, ພວກເຂົາໄດ້ຈ້າງຜູ້ຊ່ຽວຊານດ້ານການເອົາຕົວລອດມາເພື່ອດູແລລູກສາວ ແລະ  ກຽມອາຫານທີ່ຈຳເປັນໄວ້ໃຫ້ພ້ອມ.

ພໍ່ຍັງໃຫ້ສຳພາດວ່າຢ່າງໜ້ອຍລາວກໍພູມໃຈໃນຕົວລູກທີ່ສາມາດສົ່ງສັນຍານ ແລະ ສື່ສານຂໍຄວາມຊ່ວຍເຫຼືອຈາກຄົນຫາປາໄດ້ ທຽບໃສ່ກ່ອນໜ້ານີ້ແມ່ນລູກສາວບໍ່ເວົ້າຫຍັງນຳໃຜເລີຍ.

ທີ່ມາ: shorturl.asia/N1Iuk

ພາບ: odditycentral

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/