ລວມພະລັງຄວາມສາມັກຄີຂອງພໍ່ບ້ານໃຈກ້າແບບບໍ່ໄດ້ນັດໝາຍ ເມື່ອຖືກແຟນເຫັນເຄື່ອງຈາກເກມທີ່ມາສົ່ງຮອດເຮືອນ!!!


ກາຍເປັນກະແສໃນໂຊຊຽວປະເທດໄທ ເມື່ອຜູ້ໃຊ້ TikTok ທີ່ຊື່ @eungziii ໄດ້ອັບໂຫຼດວິດີໂອ Unbox ເຄື່ອງທີ່ສົ່ງມາຈາກສະຫະລັດອາເມຣິກາ, ໃນວິດີໂອຜູ້ເປີດກ່ອງແມ່ນແຟນສາວ ໄດ້ບັນຍາຍວ່າແຟນໜຸ່ມບອກຕົນເອງວ່າຫຼິ້ນເກມ Dota2 ຈົນໄດ້ຮາງວັນ ແລະ ຍ້ອງຍໍແຟນນຳອີກ.

ແຕ່ເລື່ອງລາວທີ່ນຳມາ ແມ່ນມີຄົນມາສະແດງຄວາມຄິດເຫັນວ່າ “ເປັນຮາງວັນທີ່ແພງເຕີບເນາະ” ຫຼັງຈາກນັ້ນແຟນສາວກໍໄດ້ຖາມວ່າ “ແຟນບອກວ່າໄດ້ຮາງວັນ ມັນເສຍເງິນພ້ອມບໍ?” ບໍ່ຊັກຊ້າ ບັນດາພໍ່ບ້ານໃຈກ້າທັງຜູ້ເຄີຍ ແລະ ບໍ່ເຄີຍຕົກຢູ່ຊະຕາກຳດຽວກັນຢ່າງບໍ່ໄດ້ນັດໝາຍ ກໍສາມັກຄີກັນຂຶ້ນມາທັນທີ!!! ລວມຕົວກັນສະແດງຄວາມເຫັນວ່າ: ມັນໄດ້ມາຟຣີ, ແຟນເຈົ້າເກັ່ງຂະໜາດເລີຍ, ມິດຢູ່ເຮັດຫຍັງມາຊ່ວຍກັນແມ້… ແຕ່ຄົງຈະບໍ່ທັນແລ້ວ.

ຕໍ່ມາກໍໄດ້ມີວິດີໂອທີ່ແຟນສາວ ມາຖາມແຟນໜຸ່ມວ່າ ຄົນໃນ TikTok ບອກວ່າຕ້ອງເຕີມເງິນຊື້ເອົາ ແລະ ຖາມຕໍ່ວ່າເຕີມໄປເທົ່າໃດ ແຟນໜຸ່ມກໍບອກແບບອ້ຳໆອຶ້ງໆວ່າ ປະມານ 3000 ບາດ ແຕ່ເມື່ອຖືກຖາມຊໍ້າໆຈຶ່ງບອກວ່າ ປະມານ 5000 ບາດ ແຕ່ກໍຖືກຂູ່ວ່າຈະເອົາຮາງວັນໄປຂາຍ 500 ບາດ ສຸດທ້າຍແຟນໜຸ່ມກໍຍອມຮັບສາລະພາບວ່າ ເຕີມໄປປະມານທີ່ຄົນໃນ TikTok ຄອມເມັ້ນຫັ້ນລະ ເຊິ່ງກໍປະມານ 12,000 ບາດ.

ຮາງວັນດັ່ງກ່າວເປັນຂອງຄົນທີ່ຫຼິ້ນ ແລະ ເຕີມຊື້ລະດັບ Battle Pass ໃນ Event The International 10 ຂອງເກມ Dota2 ເຖິງລະດັບ 1,000 ເທົ່ານັ້ນ, ເຊິ່ງກໍເປັນເງິນຈຳນວນບໍ່ໜ້ອຍເລີຍ.

ຫຼັງຈາກນັ້ນ ຄົນໃນ TikTok ກໍພາກັນຖາມຫາແຟນໜຸ່ມວ່າເປັນຈັ່ງໃດຍັງສະບາຍດີຢູ່ບໍ່ ບອກໄດ້ເລີຍວ່າງານນີ້ ສະມາຄົມພໍ່ບ້ານກໍເອົາບໍ່ຢູ່ແລ້ວ.

ສາມາດເບິ່ງວິດີໂອໄດ້ທີ່: https://cutt.ly/nmAdDcK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/