ຕຳຫຼວດອາເມຣິກາ ເປີດເພງຂອງ Taylor Swift ເພື່ອສະກັດກັ້ນບໍ່ໃຫ້ຜູ້ປະທ້ວງນຳວິດີໂອໄປລົງ YouTube ເພາະຕິດລິຂະສິດ


ຕຳຫຼວດສະຫະລັດອາເມຣິກາເກີດແນວຄິດ ປ້ອງກັນການເອົາວິດີໂອການປະທ້ວງໄປລົງໃນຊ່ອງ YouTube ດ້ວຍການເປີດເພງຂອງ Taylor Swift ເພື່ອໃຫ້ຕິດລິຂະສິດເພງ ແລະຖືກແບນຈາກ YouTube.

ການປະທ້ວງ ເກີດຂຶ້ນທີ່ເມືອງໂອກແລນ ລັດແຄລິຟໍເນຍ ໃນຕອນທີ່ໄດ້ມີການປະທ້ວງ ທາງຕຳຫຼວດກໍໄດ້ເປີດເພງ Blank Space ຂອງ Taylor Swift ຜ່ານໂທລະສັບ ເພື່ອບໍ່ໃຫ້ນຳເອົາວິດີໂອໄປເຜີຍແຜ່ທາງ YouTube.

ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວວ່າ “ເຈົ້າສາມາດບັນທຶກທຸກຢ່າງໄດ້ ແຕ່ຂ້ອຍຮູ້ວ່າເຈົ້າຈະບໍ່ສາມາດນຳວິດີໂອໄປລົງໃນ YouTube ໄດ້”.

ແຕ່ຄວາມພະຍາຍາມດັ່ງກ່າວຂອງຕຳຫຼວດກໍບໍ່ເປັນຜົນ ວິດີໂອດັ່ງກ່າວກໍຍັງຖືກເຜີຍແຜ່ໂດຍສະມາຊິກໂຄງການຕໍ່ຕ້ານຕຳຫຼວດ-ການກໍ່ການຮ້າຍ (Anti Police-Terror Project), ເຊິ່ງວິດີໂອດັ່ງກ່າວກໍໄດ້ຖືກເຜີຍແຜ່ລົງເມື່ອວັນທີ 1 ກໍລະກົດ ແລະ ໄດ້ມີຜູ້ເຂົ້າຊົມຫຼາຍເຖິງ 180,000 ເທື່ອໃນມື້ນັ້ນ ແລະ ວິດີໂອກໍຍັງອອນໄລນ໌ຢູ່ຈົນຮອດປັດຈຸບັນ.

ຮັບຊົມວິດີໂອດັ່ງກ່າວ:

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/