ພິການກາຍແຕ່ບໍ່ໄດ້ພິການໃຈ! ວິລະພອນ ຄົນລາວຊະນະຮາງວັນປັ່ນລົດຖີບທີ່ອອສເຕຣເລຍ


ກິລາທຸກປະເພດລ້ວນແລ້ວແຕ່ມີດີຕໍ່ສຸຂະພາບຂອງຄົນເຮົາ ພ້ອມທັງເຮັດໃຫ້ເຮົາສາມາດສ້າງອາຊີບໄດ້. ກິລາປັ່ນລົດຖີບກໍເຊັ່ນດຽວກັນທີ່ມີຂໍ້ດີຢ່າງຫຼວງຫຼາຍ ແລະ ວົງການນີ້ກໍມີຜູ້ຄົນຈຳນວນຫຼາຍທີ່ມັກ ແລະ ໃຫ້ຄວາມສົນໃຈບໍ່ວ່າຈະປະເທດໃດກໍຕາມ. ຢູ່ໃນປະເທດລາວເຮົາກໍມີຫຼາຍຄົນທີ່ມັກເປັນຊີວິດຈິດໃຈ, ບາງຄົນກໍຍຶດຖືເປັນອາຊີບ ຫຼື ເປັນນັກກິລາປັ່ນລົດຖີບເລີຍກໍວ່າໄດ້.

ເມື່ອເວົ້າເຖິງວົງການປັ່ນລົດຖີບແລ້ວ ວິລະພອນ ກໍເປັນຄົນໜຶ່ງທີ່ມີຄວາມໂດດເດັ່ນ ໄດ້ກວາດຮາງວັນມາຫຼາຍ ພ້ອມທັງເປັນຄົນທີ່ບໍ່ທໍ້ຖອຍໃຫ້ແກ່ຊີວິດ ແລະ ທີ່ໜ້າປະທັບໃຈຄື ລາວເປັນໜຶ່ງໃນຄະນະບໍລິຫານງານ ຂອງສະຫະພັນລົດຖີບຄົນພິການ ພ້ອມກັບເປັນນັກກິລາລົດຖີບທີມຊາດຄົນພິການອີກດ້ວຍ. ທາງທີມຂ່າວພວກເຮົາມີໂອກາດໄດ້ສຳພາດ ພ້ອມກັບໄດ້ຮູ້ມຸມມອງຕ່າງໆກ່ຽວກັບ ວິລະພອນ ພຸດທະວົງໄຊ ຜູ້ທີ່ເປັນແບບຢ່າງທີ່ດີໃຫ້ໃຜຕໍ່ໃຜຫຼາຍໆຄົນ.

1.ຊື່, ການສຶກສາ ພ້ອມຈຸດເລີ່ມຕົ້ນຂອງການປັ່ນລົດຖີບ?

ຊື່ ວິລະພອນ ພຸດທະວົງໄຊ ຊື່ຫຼິ້ນ ບີ້ ສາຍາເຈັກ

ປັດຈຸບັນ ກຳລັງສຶກສາ Diploma of Sport and Event management ທີ່ໂຮງຮຽນ Holmesglen, ເມືອງ Melbourne ປະເທດອອສເຕຣເລຍ, ເປັນໜຶ່ງໃນຄະນະບໍລິຫານງານ ຂອງສະຫະພັນລົດຖີບຄົນພິການ, ເປັນນັກກິລາລົດຖີບທີມຊາດຄົນພິການ ແລະ ເຮັດທຸລະກິດອາຫານເພື່ອສຸຂະພາບ BEEBAR ຮ່ວມກັບຄອບຄົວ. ເລີ່ມຕົ້ນຖີບລົດຍ້ອນໝູ່ຊື່ “ບູ້” ຊວນມາຖີບເພື່ອຄວາມມ່ວນ ແລະ ລົດນ້ຳໜັກ.

2.ຜ່ານມາມີຜົນງານໂດດເດັ່ນຫຍັງແດ່?

ຜ່ານມາກໍມີຜົນງານຫຼາຍຢ່າງທີ່ໂດດເດັ່ນ ແລະ ສ້າງຄວາມປະທັບໃຈເຊັ່ນ​: Ironman 70.3 ທີ່​ດາ​ນັງ​ (ປະເທດຫວຽດ​ນາມ) ທັງອັນດັບທີ 81 ຂອງໂລກໃນປະເພດ C5 ປີ 2018. ເປັນທີ່ປະທັບໃຈສຸດແມ່ນ ງານເລີ່ມຕົ້ນຢູ່ໜອງຄາຍ (ປະເທດໄທ) ເຖິງວ່າຈະເປັນງານນ້ອຍໆ ແຕ່ກໍເປັນຈຸດປ່ຽນຂອງຊີວິດ ທີ່ເຮັດໃຫ້ຢາກກັບມາຫຼິ້ນກິລາຢ່າງຈິງຈັງ.

3.ກິລາປັ່ນລົດຖີບມີຜົນປະໂຫຍດແນວໃດຕໍ່ເຈົ້າ?

ເວົ້າໄດ້ວ່າກິລາ ເຮັດໃຫ້ຂ້ອຍກ້າວຂ້າມຜ່ານວິກິດໃນຊີວິດຫຼັງຈາກປະສົບອຸບັດຕິເຫດ ເມື່ອ 15 ປີກ່ອນ ຈົນຂ້ອຍສາມາດສານຕໍ່ຄວາມຝັນເລື່ອງກິລາ ແລະ ທຶນການສຶກສາທີ່ປະເທດອອສເຕຣເລຍ ແລະສຳຄັນທີ່ສຸດແມ່ນ ໄດ້ມິດຕະພາບຈາກສັງຄົມກິລາຈົນຂ້ອຍບໍ່ຮູ້ສຶກວ່າຕົນເອງມີຄວາມພິການ.

ເມື່ອບໍ່ດົນມານີ້ກໍໄດ້ແຂ່ງຂັນ The Damion Drapac ANZAC Day Classic ທີ່ປະເທດອອສເຕຣເລຍ, ພິເສດໄປກວ່ານັ້ນ ແມ່ນໄດ້ຄວ້າຮາງວັນທີ 2 ຮຸ່ນ D ມາຄອບຄອງ ເປັນຮາງວັນທຳອິດຂອງປີ 2022. ເຊິ່ງເປັນປາກົດການໜຶ່ງ ທີ່ຄົນລາວເຮົາສາມາດຄວ້າຮາງວັນນີ້ມາໄດ້ ເປັນທີ່ໜ້າຊົມເຊີຍຢ່າງສຸດໃຈ.

ການໄດ້ຄວ້າຮາງວັນນີ້ທຸກຄົນກໍໄດ້ສະແດງຄວາມດີໃຈນຳ ວິລະພອນຢ່າງຫຼວງຫຼາຍ ໂດຍສະເພາະຄົນໃກ້ຊິດເພື່ອນມິດສະຫາຍ ລວມໄປເຖິງຄອບຄົວ ແລະ ຄົນທີ່ຮັກນັບຖືລາວ. ນອກຈາກນີ້, ຍັງສາມາດສະແດງໃຫ້ຫຼາຍຄົນໄດ້ເຫັນວ່າ ບໍ່ວ່າເຮົາຈະເປັນແບບໃດ ຂໍພຽງໃຈເຮົາມັກ ແລະ ອົດທົນ ກໍສາມາດຫຼິ້ນກິລາທີ່ຕົນເອງມັກໄດ້ ແລະ ປະສົບຜົນສຳເລັດໄດ້ເຊັ່ນດຽວກັນ.

ຖືໄດ້ວ່າເປັນບຸກຄົນໜຶ່ງທີ່ບໍ່ຖອຍໃຫ້ກັບບັນຫາຊີວິດ ເຖິງຈະຍາກລຳບາກພຽງໃດກໍສູ້ມາໂດຍຕະຫຼອດ ແລະ ຍັງເປັນບຸກຄົນທີ່ເກັ່ງ, ມີຄວາມສາມາດ, ເພິ່ງພາຕົນເອງໄດ້, ບຸກຄົນນີ້ສາມາດເປັນແບບຢ່າງໃຫ້ກັບໃຜຫຼາຍໆຄົນໂດຍສະເພາະຄົນສູ້ຊີວິດ, ຄົນທີ່ມີຄວາມທໍ້ຕໍ່ກັບຊີວິດ.

ຂອບໃຈບົດສຳພາດໂດຍ: ວິລະພອນ ພຸດທະວົງໄຊ https://bit.ly/3vn64sp

ສົນໃຈອຸດໜຸນຮ້ານອາຫານເພື່ອສຸຂະພາບ BEEBAR ໄດ້ທີ່: https://bit.ly/3vOoukT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/