ຄວາມຜິດພາດລາຄາແພງ! ນັກຮັບມືສອງທີ່ລົງສະໜາມເປັນນັດທຳອິດ ແຕ່ເຮັດຜິດພາດ ອາດເຮັດໃຫ້ Inter Milan ບໍ່ໄດ້ຄວ້າແຊັ້ມໃນປີນີ້


ໃນຄໍ່າຄືນທີ່ຜ່ານມາ ສາຍຕາຂອງແຟນບານທົ່ວໂລກ ໜ້າຈະຈັບຕາເບິ່ງໄປທີ່ການແຂ່ງຂັນ UEFA Champions League ຮອບຮອງຊະນະເລີດ ຄູ່ລະຫວ່າງ ລິເວີພູລ ທີມຂວັນໃຈມະຫາຊົນ ຈາກອັງກິດ ຈະເປີດ ແອັນຟິວ ຮັບການມາຢາມຂອງ ບີຍ່າຣີເອວ ທີມແຈັກຜູ້ຂ້າຍັກ. ແຕ່ໃນ ກັນໂຊ້ ເຊລີອາ ລີກອີຕາລີ ກໍໄດ້ເກີດເຫດການທີ່ສຳຄັນສຸດໆ ຕໍ່ການລຸ້ນແຊັ້ມເຊັ່ນດຽວກັນ.

ສະຖານະການ ການລຸ້ນແຊັ້ມ ໃນ ເຊລີອາ ແມ່ນເປັນການຍາດແຍ່ງກັນລະຫວ່າງ ສອງທີມຍັກໃຫຍ່ໃນເມືອງ Milan ນັ້ນກໍຄື Ac Milan ແລະ Inter Milan. ເຊິ່ງຕາຕະລາງຄະແນນກ່ອນເກມແມ່ນ ເອຊີ ມິລານ ມີຄະແນນນຳ ອິນເຕີ ມິລານ ຢູ່ 2 ຄະແນນ ແຕ່ແຂ່ງຫຼາຍກວ່າ 1 ນັດ. ເຊິ່ງໃນຄືນວານນີ້ ແມ່ນຄິວຂອງ ອິນເຕີ ມິລານ ທີ່ຈະລົງເຕະນັດຕົກຄ້າງ ພົບກັບ ໂບໂລຍ່າ ທີມອັນດັບ 13. ຖ້າ ອິນເຕີ ມິລານ ສາມາດຊະນະນັດນີ້ໄດ້ ຈະກ້າວຂຶ້ນໄປເປັນອັນດັບໜຶ່ງ ແຊງໜ້າ ເອຊີ ມີລານ.

ສະຖານະການກ່ອນແຂ່ງ ຫຼາຍຝ່າຍກໍຄາດການວ່າ ນັດນີ້ ຈະເປັນໂອກາດດີທີ່ ອິນເຕີ ມິລານ ຈະພິກແຊງແລ້ວຄວ້າແຊັ້ມໄດ້. ແຕ່ຄວາມພ້ອມຂອງນັກເຕະນັ້ນ ແມ່ນໜ້າເປັນຫ່ວງ ເພາະ ຊາເນຍ ອັນດາໂນວິສ ຜູ້ຮັກສາປະຕູມືໜຶ່ງຂອງທີມ ມີອາການບາດເຈັບເລັກນ້ອຍ ແຕ່ຕ້ອງລຸ້ນວ່າຈະລົງສະໜາມໄດ້ບໍ່.

ສຸດທ້າຍ ນັກຮັບມືກາວ ຊາວໂຊໂຣເວເນຍ ກໍບໍ່ສາມາດລົງສະໜາມໄດ້ ສຸດທ້າຍເຮັດໃຫ້ ຍໍນຸດ ຣາດູ ຜູ້ຮັກສາປະຕູມືສອງ ຕ້ອງເປັນຄົນລົງໄປເຝົ້າເສົາແທນ. ເຊິ່ງນີ້ຖືເປັນເກມນັດທຳອິດຂອງເຈົ້າຕົວ ທີ່ໄດ້ລົງຫຼິ້ນໃນປີນີ້.

ເຫດການແມ່ນເກີດຂຶ້ນ ໃນນາທີທີ່ 81 ຂອງເກມ ເຊິ່ງໃນຕອນນັ້ນກໍ ແມ່ນຢູ່ທີ່ 1ປະຕູຕໍ່1. ມັນເປັນບານໂຍນ ຂອງທາງ ອິນເຕີ ມິລານ ເຊີ່ງ ອີວານ ເປເຣສິກ ກໍຈະເປັນຄົນໂຍນເຂົ້າມາ ແລະ ຕັ້ງໃຈຈະໂຍນບານເຂົ້າມາຄືນໃຫ້ກອງຫຼັງ ແລ້ວ ຕັ້ງເກມກັນໃໝ່. ແຕ່ທາງ ສະເຕຟານ ເດິ ຟາຍ ກອງຫຼັງ ໄດ້ປ່ອຍຈັງຫວະນີ້ ໃຫ້ນັກຮັບຫຼິ້ນ. ບານຄ່ອຍໆໄຫຼ ມາຫາ ຍໍນຸດ ຣາດູ ຈັງຫວະນີ້ຂໍພຽງແຕ່ເຕະບານໃຫ້ຖືກ ກໍຈະບໍ່ມີຫຍັງແລ້ວ.

ແຕ່ມັນພັດບໍ່ເປັນແນວນັ້ນ ເມື່ອ ຣາດູ ເຕະບໍ່ຖືກ ເຮັດໃຫ້ ກອງໜ້າຂອງຄູ່ຕໍ່ສູ້ ຫຼຸດເຂົ້າຍິງ ແບບງ່າຍໆ ຂຶ້ນນຳເປັນ 2ປະຕູຕໍ່1. ສິ່ງນີ້ເຮັດໃຫ້ ອິນເຕີ ມີລານ ພິກລັອກແພ້ແບບບໍ່ໜ້າເຊື່ອ ພາດໂອກາດຂຶ້ນແຊງເອຊີມິລານຢ່າງໜ້າເຈັບປວດ.

ມັນແມ່ນຄວາມຜິດພາດທີ່ໃຫຍ່ຫຼາຍ ເພາະການຜິດພາດຄັ້ງນີ້ ອາດຈະເຮັດໃຫ້ ອິນເຕີ ມິລານ ພາດການຄວ້າແຊັ້ມໄດ້ເລີຍ ແລະ ຍິ່ງໄປກວ່ານັ້ນ ນີ້ອາດຈະເປັນຮອຍບາດຝັງໃຈ ໃຫ້ກັບ ຍໍນຸດ ຣາດູ ນັກຮັບອາຍຸນ້ອຍຄົນນີ້ ໄປຕະຫຼອດການ ທີ່ເຮັດໃຫ້ທີມພາດການຄວ້າແຊັ້ມ.

ຕອນນີ້ຕາຕະລາງການແຂ່ງຂັນຂອງ ເຊຣີອາ ແມ່ນເຫຼືອພຽງ 4 ນັດ ແລະ ຜົນການແຂ່ງຂັນນັດນີ້ ເຮັດໃຫ້ ເອຊີ ມິລານ ທີ່ບໍ່ໄດ້ແຊັ້ມລີກ ມາແລ້ວ 11ປີ ກັບມາເປັນຝ່າຍກຳໂອກາດຄວ້າແຊັ້ມ ໄວ້ໃນມືຕົນເອງແລ້ວ ເພາະຂໍພຽງແຕ່ຊະນະ ອີກ 4ນັດທີ່ເຫຼືອກໍຈະໄດ້ ແຊັ້ມທັນທີ.

ສ່ວນທາງຂອງ ອິນເຕີ ມິລານ ແມ່ນຊະນະອີກ 4ນັດ ກໍບໍ່ໄດ້ແຊັ້ມແລ້ວ ເພາະຕ້ອງລຸ້ນໃຫ້ ເອຊີ ມິລານ ພາດຢ່າງໜ້ອຍ 1ນັດ ຈຶ່ງຈະມີໂອກາດຄວ້າແຊັ້ມໃນປີນີ້ໄດ້.

ຂອບໃຈຂໍ້ມູນຈາກ: https://fbref.com/en/squads/d609edc0/Internazionale-Stats

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/