ປູຕິນເຕືອນນານາຊາດໃຫ້ຢຸດແຊກແຊງສົງຄາມ ຣັດເຊຍ-ຢູເຄຣນ ພ້ອມບອກວ່າຣັດເຊຍກຽມໃຊ້ອາວຸດນິວເຄຼຍຕອບໂຕ້ທັນທີຫາກຈຳເປັນ


ປູຕິນເຕືອນນານາຊາດໃຫ້ຢຸດແຊກແຊງສົງຄາມ ຣັດເຊຍ-ຢູເຄຣນ ພ້ອມບອກວ່າຣັດເຊຍກຽມໃຊ້ອາວຸດນິວເຄຍຕອບໂຕ້ທັນທີຫາກຈຳເປັນ

ໃນວັນພະຫັດທີ 28 ເມສາທີ່ຜ່ານມາ ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຂອງຣັດເຊຍ ໄດ້ອອກມາປະກາດວ່າປະເທດໃດກໍຕາມທີ່ພະຍາຍາມແຊກແຊງສົງຄາມລະຫວ່າງຣັດເຊຍແລະຢູເຄຣນຈະຕ້ອງພົບກັບມາດຕະການຕອບໂຕ້ໃນທັນທີ.

“ຫາກຊາດໃດພະຍາຍາມເຂົ້າມາແຊກແຊງກໍລະນີຢູເຄຣນແລະເປັນໄພຄຸກຄາມຕໍ່ຣັດເຊຍເຮົາກໍພ້ອມຕອບໂຕ້ແບບທັນທີ”

“ເຮົາມີເຄື່ອງມືທີ່ໃຜກໍບໍ່ກ້າແຂງຂໍ້ ແລະ ນີ້ກໍບໍ່ແມ່ນຄໍາຂູ່ແຕ່ເຮົາພ້ອມໃຊ້ງານມັນຫາກຈໍາເປັນ” ປູຕິນໄດ້ກ່າວ ໂດຍເຄື່ອງມືທີ່ວ່ານັ້ນໝາຍເຖິງບັນດາລູກສອນໄຟແລະອາວຸດນິວເຄຼຍ.

ທັງນີ້ ຜູ້ນໍາຣັດເຊຍກ່າວວ່າຂະນະນີ້ຣັດເຊຍໄດ້ກໍານົດມາດຕະການຕອບໂຕ້ໄວ້ຮຽບຮ້ອຍແລ້ວ ໂດຍບໍ່ໄດ້ມີການເປີດເຜີຍລາຍລະອຽດໃດໆເພີ່ມຕື່ມ.

ຄໍາຂູ່ຂອງປູຕິນນັ້ນມີຂຶ້ນໃນຂະນະທີ່ຊາດພັນທະມິດຕາເວັນຕົກໄດ້ເລັ່ງຈັດສົ່ງອາວຸດໃຫ້ຢູເຄຣນໄດ້ໃຊ້ປ້ອງກັນປະເທດ ໂດຍສະຫະລັດອາເມຣິກາໃຫ້ຄໍາໝັ້ນວ່າຈະຊ່ວຍເຫຼືອຢູເຄຣນໃຫ້ສາມາດເອົາຊະນະຣັດເຊຍໄດ້. 

ສໍາລັບສະຖານະການປັດຈຸບັນຂອງຣັດເຊຍ ແຫຼ່ງຂ່າວຈາກຊາດຕາເວັນຕົກເຜີຍວ່າ ແນວຮົບຂອງຣັດເຊຍແມ່ນບໍ່ແຂງແກ່ນຄືເກົ່າແລ້ວ ໂດຍເມື່ອອາທິດທີ່ຜ່ານມາ ຣັດເຊຍໄດ້ສຸມກໍາລັງເປີດສາກປະຕິບັດການໃຫຍ່ເພື່ອຍຶດພາກພື້ນດອນບາສຂອງຢູເຄຣນ ຫຼັງຈາກຕັດສິນໃຈຖອນກໍາລັງອອກຈາກພື້ນທີ່ອ້ອມຮອບກຸງຄຽບ (Kyiv) ແຕ່ເຖິງຢ່າງນັ້ນກອງກໍາລັງຣັດເຊຍກໍຕໍ່ສູ້ກັບການຕໍ່ຕ້ານຈາກກອງກໍາລັງຢູເຄຣນຢ່າງຍາກລໍາບາກ ອີກທັງຍັງເສຍກໍາລັງຮົບໄປເປັນຈໍານວນຫຼາຍ.

ນອກຈາກນີ້ ສະພາບອາກາດທີ່ມີຝົນຕົກລົງມາຢ່າງໜັກໜ່ວງກໍຍັງເປັນອີກໜຶ່ງອຸປະສັກທີ່ບັ່ນທອນປະຕິບັດການຂອງຣັດເຊຍ ຂະນະທີ່ຊາດຕາເວັນຕົກເບິ່ງວ່າຍຸດທະວິທີການຮົບຂອງຣັດເຊຍຍັງບໍ່ດີພໍ ພ້ອມຍັງມີບັນຫາໃນດ້ານການສົ່ງກໍາລັງບໍາລຸງທາງທະຫານອີກດ້ວຍ. ເພາະແມ່ນແຕ່ໃນສະຖານະການທີ່ກອງກໍາລັງຢູເຄຣນຖືກປິດລ້ອມ ແຕ່ຝ່າຍຣັດເຊຍຍັງໃຊ້ໄລຍະເວລາຂ້ອນຂ້າງດົນກວ່າທີ່ຈະສົ່ງກໍາລັງເສີມເຂົ້າມາ ຫຼືແມ່ນແຕ່ໃນບາງພື້ນທີ່ຂອງຢູເຄຣນທີ່ຣັດເຊຍຍຶດເອົາໄວ້ໄດ້.

ທັງນີ້ ຣັດເຊຍໄດ້ເປີດສາກບຸກໂຈມຕີຢູເຄຣນເມື່ອວັນທີ 24 ກຸມພາທີ່ຜ່ານມາ ແລະ ຫຼັງຈາກນັ້ນປູຕິນກໍໄດ້ສັ່ງການໃຫ້ກອງກໍາລັງປາບປາມນິວເຄຼຍກຽມຄວາມພ້ອມໃນລະດັບສູງ ເຊິ່ງຖືເປັນການສົ່ງຄໍາຂູ່ວ່າຊາດພັນທະມິດຂອງຢູເຄຣນຢ່າໄດ້ກ້າວຂາເຂົ້າມາໃນສະໜາມຮົບນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/