ໃນໄລຍະຫຼາຍມື້ມານີ້ ຫຼາຍໆຄົນອາດຈະເຫັນແລ້ວ ສຳລັບ “ຊຸດເດຣສສະເປ” ຈາກແບຣນ Corperni ທີ່ ເບລລ່າ ຮາດິດ (Bella Hadid) ນາງແບບລະດັບໂລກສວມໃສ່ໃນງານ Paris Fashion Week ແລະ ຊຸດດັ່ງກ່າວກໍໄດ້ກາຍໄປກະແສໄປໃນທັນທີ ເພາະວ່າມັນສ້າງຈາກສະເປຂາວ ທີ່ໄດ້ສີດໃສ່ຮ່າງກາຍຂອງເບລລ່າແບບສົດໆ ແລ້ວໃນໄລຍະບໍ່ຮອດ 15 ນາທີ ສະເປຂາວກໍຄ່ອຍໆອອກມາເປັນຊຸດສວຍງາມພ້ອມກັບສ້າງຄວາມຕະລຶງໃຫ້ກັບຄົນທີ່ເຫັນ.
ທັງນີ້ ການເດີນແບບດັ່ງກ່າວ ແມ່ນເລີ່ມຈາກ ເບລລ່າ ຮາດິດ ຢ່າງມາໃນຣັນເວດ້ວຍຊຸດເຄິ່ງເປືອຍ (ເປືອຍສ່ວນເທິງ) ຈາກນັ້ນກໍມາຮອດຕໍາແໜ່ງຂອງການສະແດງຜົນງານ ໂດຍມີທີມງານຂອງແບຣນໄດ້ນຳສະເປແຫຼວສີຂາວມາພົ່ນໃສ່ຮ່າງກາຍຂອງນາງແບບສາວ ເຊິ່ງສະເປເຫຼົານັ້ນເມື່ອມັນແຫ້ງດີກໍຈັບຕົວກັນຄ້າຍຄືກັບໃຍແມງມຸມຊ້ອນກັນໄປມາ ຫຼັງຈາກທີ່ຊຸດເລີ່ມເປັນຮູບຮ່າງແລ້ວ ທີມງານກໍໄດ້ເຮັດການຕັດແຕ່ງເລັກນ້ອຍໂດຍການຈັດສັນໃຫ້ມັນເປັນຊຸດເດຣສແສນສວຍງາມ ເຊິ່ງໄລຍະການເຮັດຊຸດກ່າວນີ້ສຳເລັດພາຍໃນເວລາບໍ່ຮອດ 15 ນາທີຊ້ຳ ເອີ້ນໄດ້ວ່າໄວສຸດໆ.

ມາຮອດຈຸດນີ້ຫຼາຍຄົນອາດສົງໄສ ແລະ ຕັ້ງຄໍາຖາມວ່າການສ້າງຊຸດເດຣສດັ່ງກ່າວໃນໄລຍະບໍ່ຮອດ 15 ນາທີໂດຍການໃຊ້ພຽງສະເປມັນເປັນໄປໄດ້ແນວໃດ ຫຼືວ່າມັນເປັນພຽງການຕັດຕໍ່? ແຕ່ຂໍບອກເລີຍວ່າ ຊຸດເດຣສດັ່ງກ່າວແມ່ນຂອງແທ້ ບໍ່ມີການຕັດຕໍ່ແຕ່ຢ່າງໃດ.
ເພາະເທັກໂນໂລຢີທີ່ຢູ່ເບື້ອງຫຼັງຊຸດນີ້ ແມ່ນທາງແບຣນ Corperni ຮ່ວມມືກັບບໍລິສັດ Fabrican ຜູ້ພັດທະນາສະເປຕົວດັ່ງກ່າວມີຊື່ວ່າ Fabrican Spray-On Fabric ເຊິ່ງສະເປຕົວນີ້ແມ່ນເຮັດຈາກໃຍແຫຼວຮ່ວມກັບໂພລີເມີ (Polymer), ໂພລີເມີຊີວະພາບ (Natural polymer) ແລະຕົວເຮັດລະລາຍທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະລະເຫີຍເມື່ອສະເປໄປເຖິງພື້ນຜິວ ຕົວເນື້ອຜ້າຈະໃຫ້ຄວາມຮູ້ສຶກຄືກັນກັບວັດສະດຸແບບໜັງສັດທີ່ມີຂົນນຸ້ມ. ພ້ອມນັ້ນຍັງສາມາດຕັດແຕ່ງ ຫຼື ປັບປ່ຽນໄດ້ຄືກັບເນື້ອຜ້າອື່ນໆ ແຕ່ຈະຂຶ້ນຢູ່ກັບເສັ້ນໃຍທີ່ເລືອກໃຊ້.

ເທັກໂນໂລຢີ Spray-on Fabric ຍັງມີຄວາມສາມາດພິເສດຄື ເສື້ອຜ້າຈາກສະເປເຫຼົານີ້ ເມື່ອບໍ່ໄດ້ນຳໃຊ້ຫຼືຮູ້ສຶກເບື່ອແມ່ນສາມາດນຳມາລະລາຍ ໃຫ້ກາຍເປັນສະເປເພື່ອໃຊ້ສີດພົ່ນຊຸດຕົວໃໝ່ໄດ້ອີກພ້ອມ.
ໂດຍຜູ້ຢູ່ເບື້ອງຫຼັງນະວັດຕະກຳນີ້ກໍຄື ດີໄຊເນີຈາກແບຣນ Corperni ເຊບາສຕຽນ ເມເຢີ (Sébastien Meyer) ແລະ ອານັລ ເວລລຽນ (Arnaud Vaillan) ເຊິ່ງພວກເຂົາທັງ 2 ໄດ້ກ່າວເຖິງແຮງບັນດານໃຈຂອງຊຸດສະເປນີ້ວ່າ ມັນເປັນການນຳເອົາວິທະຍາສາດແລະການອອກແບບມາປະສົມປະສານກັນ ເພື່ອຕອບສະໜອງເຖິງໄລຟ໌ສະໄຕລ໌ໃໝ່ໆ ແລະ ຄວາມຕ້ອງການທີ່ປ່ຽນແປງໄປຂອງຜູ້ບໍລິໂພກ.

ນັບວ່າເປັນການໃຊ້ຫຼັກວິທະຍາສາດ ມາສ້າງເປັນເທັກໂນໂລຢີສຳລັບວົງການແຟຊັ່ນໃຫ້ໜ້າສົນໃຈຍິ່ງຂຶ້ນ. ຫຼັງຈາກນີ້ທາງແບຣນ Corperni ຍັງເບິ່ງການຕໍ່ຍອດໄປເຖິງອຸດສາຫະກໍາການແພດ ເຊັ່ນການເຮັດເຝືອກ ຫຼື ຜ້າພັນແຜ ປອດເຊື້ອທີ່ເຮັດຈາກຈາກສະເປ ເພື່ອຊ່ວຍເຫຼືອຜູ້ບາດເຈັບເບື້ອງຕົ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment