ຜູ້ວ່າ ທຫລ ຮັບ ອາດບໍ່ສາມາດບັນລຸເປົ້າໝາຍອັດຕາເງິນເຟີ້ ເລກຕົວດຽວ ໃນທ້າຍປີ 2024​ ນີ້ໄດ້


ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຍອມຮັບ ດ້ວຍສະພາບອັດຕາເງິນເຟີ້ໃນປັດຈຸບັນ ບວກກັບ ປັດໄຈທັງພາຍນອກ ແລະ ພາຍໃນ ອາດຈະເຮັດໃຫ້ ສປປ ລາວ ບໍ່ສາມາດບັນລຸເປົ້າໝາຍຫຼຸດອັດຕາເງິນເຟີ້ ໃຫ້ເຫຼືອໃນລະດັບເລກຕົວດຽວ ໃນທ້າຍປີ 2024​ ນີ້ໄດ້.

ໂດຍຄຳເຫັນດັ່ງກ່າວມີຂຶ້ນ ໃນກອງປະຊຸມລະດົມຄວາມຄິດ ເພື່ອແກ້ໄຂບັນຫາສະພາບເສດຖະກິດຂອງຊາດໃນຫົວຂໍ້: “ເງິນເຟີ້: ສະພາບ ແລະ ມາດຕະການແກ້ໄຂ” ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຫລື ທຫລ ໂດຍມີ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທຫລ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມພາຍໃນ ທຫລ, ກະຊວງ, ທະນາຄານທຸລະກິດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂດຍໃນທ້າຍປີ 2023 ທີ່ຜ່ານມາ ຄະນະກໍາມະການນະໂຍບາຍເງິນຕາ ທະນາຄານ ແຫ່ງປະເທດລາວ (ທຫລ) ໄດ້ຕັ້ງເປົ້າໝາຍ ສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍການສຸມໃສ່ເຮັດໃຫ້ອັດຕາແລກປ່ຽນສະຫງົບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2024.

ໂອກາດນີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ ກ່າວວ່າ:  ໃນໄລຍະ 2-3 ປີຜ່ານມາ ອັດຕາເງິນເຟີ້ໃນ ສປປ ລາວ ໄດ້ເພີ່ມຂຶ້ນສູງສຸດໃນລະດັບ 41,26% (ເດືອນກຸມພາ 2023), ເຖິງແມ່ນວ່າຈະມີທ່າອ່ຽງຫຼຸດລົງ ແຕ່ກໍຍັງຢູ່ໃນລະດັບສອງຕົວເລກຄື 24,92% ໃນເດືອນເມສາ 2024. ສະພາບດັ່ງກ່າວຄາດວ່າຈະແກ່ຍາວໄປຕື່ມຈົນຮອດທ້າຍປີ 2024 ຊຶ່ງຈະເຮັດໃຫ້ເຮົາບໍ່ສາມາດບັນລຸເປົ້າໝາຍອັດຕາເງິນເຟີ້ໃນລະດັບໜຶ່ງຕົວເລກໄດ້.

ທ່ານຜູ້ວ່າ ທຫລ ກ່າວອີກວ່າ: ເງິນເຟີ້ເປັນບັນຫາທີ່ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມທົ່ວໂລກ ໃນຊ່ວງຫຼາຍປີຜ່ານມາ ເຊິ່ງເຮົາໄດ້ເຫັນອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນແບບກ້າວກະໂດດໃນຫຼາຍປະເທດເຮັດໃຫ້ບັນດາປະເທດທີ່ພັດທະນາແລ້ວ ດໍາເນີນນະໂຍບາຍເງິນຕາແບບຮັດກຸມ ໂດຍກໍານົດອັດຕາດອກເບ້ຍນະໂຍບາຍໃນລະດັບສູງ ແລະ ຮັກສາໄວ້ດົນນານ.

ໂດຍ ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນເມສາ 2024 ຢູ່ໃນລະດັບ 24,9% ເຫັນວ່າຍັງຢູ່ໃນລະດັບທີ່ບໍ່ແຕກຕ່າງກັນຫຼາຍກັບເດືອນຜ່ານມາ (ເດືອນມີນາ 2024 ຢູ່ໃນລະດັບ 25%).

ເຊິ່ງສາເຫດ ທີ່ຍັງເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນໃນລະດັບສູງແມ່ນເນື່ອງຈາກວ່າ ການອ່ອນຄ່າຂອງເງິນກີບ ຄວາມສາມາດໃນການແຊກແຊງຕະຫຼາດອັດຕາແລກປ່ຽນທີ່ມີຄວາມຈຳກັດ, ການຊຸກຍູ້ສົ່ງເສີມການຜະລິດພາຍໃນຍັງຕ້ອງໃຊ້ເວລາ, ມາດຕະການໃນການຄຸ້ມຄອງລາຄາສິນຄ້າຍັງບອບບາງ ບວກກັບເງື່ອນໄຂພາຍນອກເປັນຕົ້ນແມ່ນ ຄວາມຂັດແຍ້ງຢູ່ໃນພາກພື້ນ ແລະ ສາກົນທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການຜະລິດ-ການສະໜອງສິນຄ້າ ແລະ ບໍລິການອື່ນໆທີ່ຈະມີຜົນກະທົບຕໍ່ລາຄາສິນຄ້ານໍາເຂົ້າ ຂອງ ສປປ ລາວ.

ໃນກອງປະຊຸມຄັ້ງນີ້ ໄດ້ຈັດເວທີສົນທະນາ ໂດຍຍົກໃຫ້ເຫັນບັນຫາ, ສາເຫດການເກີດສະພາບໄພເງິນເຟີ້ຂອງສາກົນ ແລະ ພາຍໃນ ສປປ ລາວ, ສະພາບແວດລ້ອມ ແລະວິທີການແກ້ໄຂ ໂດຍມີທ່ານນາງ ສຸພາພອນ ສວນນະວົງ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານສຸລິສັກ ທໍານຸວົງ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ, ທ່ານສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາແລະການຄ້າ, ທ່ານພູເພັດ ກ້ຽວພິລາວົງ ຮອງອະທິບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານພົມສະຫວັນ ພົມກອງ ຫົວໜ້າຫ້ອງການ ການເງິນສາກົນປະຈໍາ ສປປ ລາວ,  ແລະ ທ່ານສຸລິນທອນ ເລືອງຄໍາສິງ ນັກເສດຖະສາດອາວຸໂສຂອງທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ເຂົ້າຮ່ວມ ໂດຍຜູ້ແທນກອງປະຊຸມ ໄດ້ປະກອບຄໍາເຫັນ ແລະ ຊອກວິທີທາງແກ້ໄຂສະພາບເສດຖະກິດຂອງຊາດຮ່ວມກັນ.

https://www.facebook.com/lnrlao/posts/pfbid0wQ7Xs7Vf2EDpyk7MeHj7R4fxUcea6XrZaKruy8Bq6fdnUYgatxNJrPYnycQvHGXSl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/