ສະຫະລັດຂຶ້ນພາສີສິນນຳຄ້ານຳເຂົ້າຈາກຈີນ 18 ຕື້ໂດລາ ແຕ່ຢູໂຣບມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຢ່າງໜັກ


InnovestX ໄດ້ປະເມີນວ່າ ສະຫະລັດທີ່ຂຶ້ນພາສີສິນຄ້າການນໍາເຂົ້າຈາກຈີນຈະສົ່ງຜົນກະທົບໃນວົງຈຳກັດ, ແຕ່ຢູໂຣບຍັງມີຄວາມສ່ຽງຫຼາຍທີ່ຈະໄດ້ຮັບຜົນກະທົບດັ່ງກ່າວ. ຫຼ້າສຸດຈີນໄດ້ລົງທຶນ 300 ຕື້​ຢວນ ຊື້ໂຄງການເຮືອນທີ່ຂາຍບໍ່ອອກ ເພື່ອຊ່ວຍບັນເທົາບັນຫາໄດ້ໃນລະດັບໃດໜຶ່ງ. ແຕ່ມັນຍັງບໍ່ສາມາດແກ້ໄຂບັນຫາເຊີງໂຄງສ້າງໄດ້ທັງໝົດ.

ຕະຫຼາດຫຼັກຊັບສະຫະລັດ ຍັງ​ຄົງເດີນໜ້າປັບຕົວເພີ່ມ​ຂຶ້ນ​ເຮັດຈຸດ​ສູງ​ສຸດ​ຢ່າງ​ຕໍ່ເນື່ອງ. ໂດຍຜົນປະກອບການຂອງໄຕມາດທີ 1 ຂອງປີ 2024 ຂອງບໍລິສັດຈົດທະບຽນ (Ltd.) ໃນຕະຫຼາດຫຼັກຊັບສະຫະລັດ ອອກມາດີກວ່າທີ່ຕະຫຼາດທີ່ຄາດໄວ້ສໍາລັບ 9 ໄຕມາດຕິດຕໍ່ກັນ, ເຕີບໂຕ 7.4% ເມື່ອທຽບກັບໄຕມາດທີ່ຜ່ານມາ.

3 ຫົວຂໍ້ສໍາຄັນທີ່ສະໜັບສະໜູນຕະຫຼາດຫຼັກຊັບສະຫະລັດ

  • ບໍລິສັດໃນດັດຊະນີ S&P 500 ຈໍານວນ 250 ບໍລິສັດໄດ້ນໍາໃຊ້ AI ເພື່ອດຳເນີນທຸລະກິດຂອງເຂົາເຈົ້າ.
  • ຜູ້ບໍລິໂພກສະຫະລັດ ສຸມໃສ່ການຊື້ຜະລິດຕະພັນທີ່ສໍາຄັນ ແລະ ພິຈາລະນາລາຄາສິນຄ້າຫຼາຍຂຶ້ນ
  • ບໍລິສັດຈົດທະບຽນໃນສະຫະລັດໃຫ້ຄວາມສໍາຄັນກັບແຜນການຄຸ້ມຄອງເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ.

ສະຫະລັດ​ຂຶ້ນ​ພາ​ສີ​​ສິນ​ຄ້າ​ຈີນ ສົ່ງຜົນກະທົບທີ່ຈໍາກັດ ແຕ່ຢູໂຣບຍັງມີຄວາມສ່ຽງທີ່ຈະໄດ້ັຮັບຜົນກະທົບຕາມ

ສະຫະລັດ​ປະກາດ​ຂຶ້ນພາສີສິນຄ້າ​ນຳ​ເຂົ້າ​ຈາກ​ຈີນ​ທີ່​ມີ​ມູນ​ຄ່າ 18 ຕື້​ໂດ​ລາ​ສະຫະລັດ. ຄາດວ່າຈະມີຜົນກະທົບທີ່ຈໍາກັດຕໍ່ຈີນ. ແຕ່ຢູໂຣບມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຢ່າງຮ້າຍແຮງ.

ສໍາລັບການປະຕິບັດນະໂຍບາຍເສດຖະກິດຂອງສະຫະລັດ ທີ່ອອກມາກ່ຽວຂ້ອງເຖິງສົງຄາມການຄ້າ (Trade War) ໂດຍສະຫະລັດໄດ້ປະກາດຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ ມູນຄ່າທັງໝົດປະມານ 18 ຕື້ໂດລາ. ໂດຍການປະເມີນວ່າ ນະ​ໂຍ​ບາຍ​ທີ່​ໄດ້​ອອກ​ມາ​ແມ່ນ​ຢູ່​ໃນ​ຮູບ​ແບບ​ຂອງ​ຖະ​ແຫຼງ​ການ​. ​ແຕ່​ຄາດ​ວ່າ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​​ຢູໂຣບຢ່າງຊັດເຈນ. ປັດຈຸບັນສະຫະລັດດຳເນີນການຢູ່ 2 ເລື່ອງ​ຫຼັກ​ຄື:

  • ນະໂຍບາຍ US Biosecure Bill: ຕ້ອງການທີ່ຈະແຍກຈີນອອກຈາກສະຫະລັດໃນດ້ານ BioTech, ຈີນມີເວລາ 8 ປີເພື່ອປັບຕົວ ແລະ ຫາໂອກາດໃໝ່.
  • ​ການຂຶ້ນພາສີສິນຄ້າ New Trio  (EV, ​ໂຊລາເຊວ ​ແລະ ​ແບັດ​ເຕີ​ຣີ) ທີ່ຈີນ​ສົ່ງ​ອອກ​ສິນຄ້າ​ 3 ​ກຸ່ມ​ນີ້​ກວມ​ເອົາ​ບໍ່​ຮອດ 5% ຂອງ​ສິນຄ້າຈີນ​ທັງ​ໝົດ​. ປັດຈຸບັນ​​, ຈີນຈະ​ສົ່ງ​ອອກ​ EV ໄປ​ຍັງ​ສະຫະລັດ​ພຽງ 1% ​ເທົ່າ​ນັ້ນຂອງຍອດສົ່ງອອກ EV ທັງໝົດ.

ຢູໂຣບມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບ.

ຜູ້ຜະລິດລົດຍົນລາຍໃຫຍ່ໃນຢູໂຣບເຊັ່ນ: BMW ແລະ Benz ມີລາຍໄດ້ຄິດເປັນ 20% ຈາກປະເທດຈີນ. ເຊິ່ງຈະໄດ້ຮັບຜົນກະທົບຈາກບັນຫາທີ່ເພີ່ມຂຶ້ນ

ນອກຈາກນີ້, ເຕັກໂນໂລຊີການຜະລິດແບັດເຕີຣີຂອງຈີນຖືວ່າທັນສະໄໝທີ່ສຸດໃນໂລກ ໂດຍສົ່ງອອກແບັດເຕີຣີພຽງແຕ່ 5% ໄປຍັງສະຫະລັດ. ໃນຂະນະທີ່ປັດຈຸບັນສະຫະລັດ ຍັງບໍ່ມີເຕັກໂນໂລຊີການຜະລິດແບັດເຕີຣີທີ່ດີເທົ່າກັບຂອງຈີນ. ແຕ່ນະໂຍບາຍນີ້ຈະເປັນປະໂຫຍດຕໍ່ຜູ້ຜະລິດແບັດເຕີຣີເກົາຫຼີໃຕ້ ແລະ ຍີ່ປຸ່ນ.

ປັດຈຸບັນ, ຈີນ​ບໍ່​ໄດ້​ສົ່ງ​ອອກ​ແຜງໂຊລາເຊວໄປຍັງ​ສະ​ຫະ​ລັດ​ໂດຍ​ກົງ, ແຕ່​ໃຫ້​ບໍ​ລິ​ສັດ​ຈີນ​ໃນ​ອາ​ຊຽນ​ເປັນຜູ້​ຜະ​ລິດ ​ແລະ ​ສົ່ງ​ອອກ. ດັ່ງນັ້ນ, ກະທົບຂອງນະໂຍບາຍເກັບພາສີຂອງສະຫະລັດກັບຈີນ ຈະມີຜົນກະທົບທີ່ຂ້ອນຂ້າງຈໍາກັດ. ພ້ອມ​ກັນ​ນັ້ນ, ກຸ່ມ​ອາ​ຊຽນຍັງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ນະ​ໂຍບາຍ​ນີ້​ໃນ​ຖານະ​ເປັນ​ຜູ້​ຜະລິດ.

ຈີນໄດ້ລົງທຶນ 300 ຕື້ຢວນ, ແຕ່ອະສັງຫາລິມະຊັບຍັງບໍ່ຟື້ນຕົວ.

ລັດຖະບານ​ຈີນ​ໄດ້​ໃຊ້​ເງິນ 300 ຕື້​ຢວນ​ເພື່ອ​ຊື້​ໂຄງການ​ທີ່ຢູ່​ອາ​ໄສ​ທີ່​​ຂາຍບໍ່ອອກ. ປັບຫຼຸດການຜ່ອນຈ່າຍລົງເປັນ 15% ສໍາລັບເຮືອນຫຼັງທໍາອິດ ແລະ 25% ສໍາລັບເຮືອນທີສອງ.ມາດຕະການນີ້ຊ່ວຍບັນເທົາບັນຫາໄດ້ໃນລະດັບໃດຫນຶ່ງ. ແຕ່ມັນບໍ່ສາມາດແກ້ໄຂບັນຫາໂຄງສ້າງທັງໝົດໄດ້ ແລະ ຈໍານວນເງິນທີ່ເອົາອອກແມ່ນໜ້ອຍ ບໍ່ພຽງພໍເພື່ອຫຼຸດຜ່ອນການຄ້າງ stock ຂອງຫຼັກຊັບທີ່ຢູ່ອາໄສ. ຈໍາເປັນຈະຕ້ອງໄດ້ໃຊ້ວົງເງິນ ແລະ ເວລາຈຳນວນຫຼວງຫຼາຍເພື່ອແກ້ໄຂບັນຫາ.

ມາດຕະການດັ່ງກ່າວຈະສະໜັບສະໜູນພາສີສໍາລັບການຊື້ອະສັງຫາລິມະຊັບໃນບາງຕົວເມືອງໃຫຍ່. ແຕ່ຍັງຄົງຕ້ອງເບິ່ງວ່າມາດຕະການນີ້ສາມາດແກ້ໄຂບັນຫາໄດ້ແນວໃດ. ແຕ່ມັນກໍຈະເປັນປັດໄຈທີ່ຈະຊ່ວຍໃຫ້ບັນເທົາຄວາມກັງວົນໃນໄລຍະ 1-2 ເດືອນຂ້າງໜ້າ.

ທີ່ມາ:

facebook

efinancethai

mgronline

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/