ວັນທີ 8 ມັງກອນ ທີ່ຜ່ານມາ ເວັບໄຊ The Straits Times ສື່ສິງກະໂປລາຍງານການສັກວັກຊີນໂຄວິດ-19 ໃຫ້ກັບລີ ຊຽນ ລຸງ ນາຍົກລັດຖະມົນຕີສິງກະໂປໃນຊ່ວງເຊົ້າຂອງວັນທີ 8 ມັງກອນ ໂດຍຖືເປັນການເລີິ່ມຕົ້ນໂຄງການສັກວັກຊີນໂຄວິດ-19 ໃຫ້ກັບປະຊາຊົນຢ່າງເປັນທາງການ.
ນາຍົກລັດຖະມົນຕີສິງກະໂປ ເປີດເຜີຍຫຼັງສັກວັກຊີນວ່າ ລາວບໍ່ຮູ້ສຶກເຈັບ ບໍ່ມີອາການຜິດປົກກະຕິໃດໆ ຂະນະດຽວກັນຍັງສ້າງຄວາມໝັ້ນໃຈວ່າວັກຊີນໂຄວິດ-19 ມີປະສິດທິພາບແລະທຸກຄົນຈຳເປັນຕ້ອງສັກ.

ລີ ຊຽນ ລຸງ ເນັ້ນວ່າ ລັດຖະບານສິງກະໂປໄດ້ສັ່ງຈອງວັກຊີນໂຄວິດ-19 ລ່ວງໜ້າພຽງພໍຕໍ່ການແຈກຈ່າຍໃຫ້ກັບທຸກຄົນ ບໍ່ວ່າຈະເປັນພົນລະເມືອງສິງກະໂປຫຼືເປັນຊາວຕ່າງຊາດທີ່ອາໄສຢູ່ໃນປະເທດກໍຕາມ ເຊິ່ງມາດຕະການຂອງລັດຖະບານສິງກະໂປກໍລະບຸວ່າ ຈະສັກວັກຊີນໂຄວິດ-19 ໃຫ້ກັບຊາດສິງກະໂປແລະຊາວຕ່າງຊາດທີ່ອາໄສໃນສິງກະໂປຟຣີ.
ໂດຍວັກຊີນທີ່ກຳລັງແຈກຈ່າຍໃນປະເທດສິງກະໂປ ລວມທັງເປັນວັກຊີນທີ່ລີ ຊຽນ ລຸງໄດ້ຮັບ ເປັນວັກຊີນຂອງບໍລິສັດໄຟເຊີ (Pfizer) ທີ່ຮ່ວມພັດທະນາກັບບໍລິສັດໄບໂອເອັນເທັກ (BioNTech) ໂດຍຈັດສົ່ງເຖິງສິງກະໂປເປັນຊາດທຳອິດຊອງທະວີບອາຊີ ຕັ້ງແຕ່ວັນທີ 21 ທັນວາ 2020 ທີ່ຜ່ານມາ.
ນອກຈາກວັກຊີນຂອງບໍລິສັດໄຟເຊີແລ້ວ ທາງການສິງກະໂປຍັງສັ່ງຈອງວັກຊີນຂອງບໍລິສັດໂມເດີນາ (Moderna) ແລະ ວັກຊີນຂອງບໍລິສັດຊິໂນແວັກ (Sinovac) ເຊິ່ງຈະຖືກຈັດສົ່ງຕາມມາອີກບໍ່ເທົ່າໃດເດືອນຫຼັງຈາກນີ້ ຂະນະທີ່ນາຍົກລັດຖະມົນຕີສາທາລະນະສຸກຂອງສິງກະໂປລະບຸວ່າ ທາງການສິງກະໂປຕ້ອງສັກວັກຊີນໂຄວິດ-19 ໃຫ້ປະຊາຊົນໃຫ້ໄດ້ 80% ເຖິງຈະສ້າງພູມຄຸ້ມກັນໝູ່ໃນປະເທດ.


ພາບ: Lee Hsien Loong Facebook Page
ທີ່ມາ:
- https://web.facebook.com/leehsienloong
- https://web.facebook.com/153951094974177/posts/1509211636114776/?d=n&_rdc=1&_rdr