ຜູ້ຖື Cardano ລາຍໃຫຍ່ໄດ້ມີການຍ້າຍຫຼຽນ ADA ຈຳນວນ 204 ຕື້ ພາຍໃນມື້ດຽວ ຫຼື ນີ້ອາດເປັນສັນຍານທີ່ດີ?


ມື້ວານນີ້ Cardano (ADA) ໄດ້ປະສົບກັບການເພີ່ມຂຶ້ນຂອງກິດຈະກໍາໃນເຄືອຂ່າຍ, ເນື່ອງຈາກມີທຸລະກຳການໂອນຫຼຽນ ADA ລວມກັນຫຼາຍເຖິງ 204 ຕື້ຫຼຽນ. ປະລິມານການເຮັດທຸລະກໍາທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍນີ້ຊີ້ໃຫ້ເຫັນຄວາມສົນໃຈທີ່ເພີ່ມຂຶ້ນໃນເເພລັດຟອມ smart contract ແລະ ອາດມີຄວາມເຊື່ອມໂຍງກັບອີກຫຼາຍປັດໄຈ. ນັກລົງທຶນບາງຄົນອາດຈະໄດ້ຮັບຜົນກໍາໄລຕາມທ່າອ່ຽງທີ່ສູງຂຶ້ນຂອງລາຄາ Cardano ທີ່ຜ່ານມາ, ເຊິ່ງເປັນການປ່ຽນແປງທີ່ຄວນຈັບຕາເບິ່ງ ຫຼັງຈາກລາຄາຂອງຫຼຽນຊົບເຊົາມາເປັນເວລາຫຼາຍເດືອນ.

ສາເຫດຢ່າງໜຶ່ງທີ່ອາດຈະເກີດຂຶ້ນຢູ່ເບື້ອງຫຼັງການເຮັດທຸລະກຳ ຂະໜາດໃຫຍ່ໃນເຄືອຂ່າຍ Cardano ອາດຈະເປັນຍ້ອນນັກພັດທະນາຈຳນວນຫຼາຍສ້າງໂຄງການຢູ່ເທິງ Cardano ໂດຍການນຳເອົາຄວາມສາມາດດ້ານ smart contract ຂອງເເພລັດຟອມມາໃຊ້ຫຼາຍຂຶ້ນ, ດ້ວຍເຫດນີ້ມັນຈຶ່ງເຮັດໃຫ້ຄວາມຕ້ອງການຂອງຫຼຽນ ADA ເພິ່ມຂຶ້ນຢ່າງຕໍ່ເນື່ອງນັ້ນເອງ. ຄວາມຕ້ອງການທີ່ເພີ່ມຂຶ້ນນີ້, ບວກກັບການເພີ່ມຂຶ້ນຂອງລາຄາຂອງສິນຊັບທີ່ຜ່ານມາ ສາມາດກະຕຸ້ນໃຫ້ນັກລົງທຶນຍ້າຍ ADA ຈໍານວນຫຼວງຫຼາຍ ເຊິ່ງມີສ່ວນເຮັດໃຫ້ມີກິດຈະກໍາໃນເຄືອຂ່າຍເພີ່ມຂຶ້ນ.

ການເພີ່ມຂຶ້ນຂອງລາຄາຂອງ Cardano ທີ່ຜ່ານມາ, ເຮັດໃຫ້ນັກລົງທຶນບາງຄົນຖືໂອກາດນີ້ກອບໂກຍເອົາຜົນກໍາໄລເທົ່າທີ່ຈະເຮັດໄດ້. ດັ່ງນັ້ນ, ການເຮັດກໍາໄລໃນໄລຍະເວລານີ້ອາດສົ່ງຜົນໃຫ້ມີການເຮັດທຸລະກໍາຂະໜາດໃຫຍ່ໃນເຄືອຂ່າຍ. ໃນຂະນະທີ່ນັກລົງທຶນພາກັນເເຫ່ໂອນຫຼຽນ ADA ໄປຫາເວັບເທຣດ ຫຼື ເເພລັດຟອມອື່ນໆເພື່ອຖອນເງິນ.

ນອກຈາກນັ້ນ, ກິດຈະກໍາຂອງເຄືອຂ່າຍທີ່ເພີ່ມຂຶ້ນເປັນຜົນມາຈາກຄວາມຄາດຫວັງເຖິງການພັດທະນາໃນອະນາຄົດພາຍໃນລະບົບນິເວດຂອງ Cardano . ການຍົກລະດັບ ແລະ ການຮ່ວມມືທີ່ກຳລັງຈະມາເຖິງ, ນັກລົງທຶນອາດເລັງເຫັນວ່າອາດຈະໄດ້ຮັບຜົນປະໂຫຍດຈາກການຂະຫຍາຍຕົວຂອງມູນຄ່າຂອງຊັບສິນທີ່ເຕີບໂຕຂຶ້ນ. ດັ່ງນັ້ນ, ການເຮັດທຸລະກໍາຂະໜາດໃຫຍ່ໃນເຄືອຂ່າຍສາມາດເປັນຕົວຊີ້ບອກຂອງນັກລົງທຶນທີ່ປັບການຖືຄອງ ເພື່ອກຽມຕົວສໍາລັບການພັດທະນາເຫຼົ່ານີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/