ຜູ້ຍິງທີ່ລວຍທີ່ສຸດໃນໂລກ ພວກເຂົາເຮັດທຸລະກິດຫຍັງແດ່?


ເປັນຜູ້ຍິງ ຢ່າຢຸດລວຍ.

ວາລະສານ Forbes ປະກາດການຈັດອັນດັບມະຫາເສດຖີທີ່ລວຍທີ່ສຸດໃນໂລກປະຈຳປີ 2023 ເຊິ່ງປີນີ້ທາຍາດບໍລິສັດສິນຄ້າຄວາມງາມຈາກຝຣັ່ງ Françoise Bettencourt Meyers ໄດ້ຄອງແຊັ້ມເປັນຜູ້ຍິງທີ່ລວຍທີ່ສຸດໃນໂລກ ຕໍ່ເນື່ອງເປັນປີທີ 3 ດ້ວຍຊັບສິນ 93,1 ພັນລ້ານໂດລາສະຫະລັດ.

ມາຮູ້ນຳກັນວ່າ 10 ອັນດັບຜູ້ຍິງທີ່ລວຍທີ່ສຸດໃນໂລກປະຈຳປີ 2023 ພວກເຂົາເຮັດທຸລະກິດຫຍັງແດ່

Francoise Bettencourt Meyers: ອາຍຸ 70 ປີ, ນັກທຸລະກິດຊາວຝຣັ່ງ ແລະ ເປັນທາຍາດມະຫາເສດຖີທີ່ເປັນຜູ້ກໍ່ຕັ້ງ L’Oréal ເຊິ່ງເປັນບໍລິສັດຊ່ຽວຊານດ້ານຜະລິດຕະພັນດູແລສ່ວນບຸກຄົນ ແລະຄວາມງາມສັນຊາດຝຣັ່ງ ນອກຈາກນີ້ຍັງເປັນນັກຂຽນ ແລະນັກດົນຕີອີກດ້ວຍ ປັດຈຸບັນ ມີມູນຄ່າຊັບສິນຢູ່ທີ່ 93.1 ພັນລ້ານໂດລາ.

Alice Walton: ອາຍຸ 74 ປີ, ທາຍາດເຈົ້າຂອງຫ້າງ Walmart ທີ່ເປັນຊຸບເປີມາເກັດຊັ້ນນຳລະດັບໂລກຂອງອາເມຣິກາ ເຊິ່ງເປັນທຸລະກິດຄອບຄົວ ເຮັດໃຫ້ Alice Walton ມີມູນຄ່າຊັບສິນລວມ $60.8 ພັນລ້ານໂດລາ.

Julia Koch ແລະ ຄອບຄົວ: ອາຍຸ 61 ປີ, ເຈົ້າຂອງທຸລະກິດ ຜູ້ໄດ້ຮັບມໍລະດົກຈາກສາມີ David Koch ຜູ້ລ່ວງລັບທີ່ເສຍຊີວິດໃນປີ 2019 ເຮັດໃຫ້ກາຍເປັນມະຫາເສດຖີ ໂດຍຜ່ານມາ Julia Koch ເຄີຍເປັນຄະນະກຳມະການບໍລິຫານຂອງ School of American Ballet ແລະ ປັດຈຸບັນ ດຳລົງຕຳແໜ່ງປະທານມູນນິທິ David H. Koch ແລະ ມີຊັບສິນລວມມູນຄ່າ 59 ພັນລ້ານໂດລາ.

Jacqueline Mars: ອາຍຸ 83 ປີ, ຜູ້ສືບທອດຂອງບໍລິສັດ Mars ເຊິ່ງເປັນໂຮງງານຜະລິດເຂົ້າໜົມຫວານ ແລະ ອາຫານສັດທີ່ໃຫຍ່ທີ່ສຸດໃນໂລກ, Jacqueline Mars ຖືຮຸ້ນຂອງບໍລິສັດ 1/3 ຂອງບໍລິສັດ. ເປັນຄົນທີ່ລວຍທີ່ສຸດອັນດັບ 18 ໃນສະຫະລັດອາເມຣິກາ ແລະເປັນຄົນທີ່ລວຍທີ່ສຸດອັນດັບທີ 48 ຂອງໂລກ ດ້ວຍຊັບສິນລວມທັງໝົດ 38.3 ພັນລ້ານໂດລາ.

Miriam Adelson ແລະ ຄອບຄົວ: ອາຍຸ 77 ປີ, ແພດ ແລະ ມະຫາເສດຖີຊາວອາເມຣິກາ ເຊື້ອສາຍອິດສະຣາເອວ, ແຕ່ງງານກັບ Sheldon Adelson ທີ່ເປັນເຈົ້າຂອງກາຊິໂນ ແລະ ຣີສອດຍັກໃຫຍ່ລະດັບໂລກ ເຊິ່ງຫຼັງຈາກສາມີເສຍຊີວິດໄປນາງກໍເຂົ້າຖືຮຸ້ນຫຼາຍກວ່າ 50% ຂອງກາຊິໂນ ແລະ ປະກາດຂາຍຊັບສິນໃນລາສເວກັສບາງສ່ວນ ແລະ ຍັງມຸ່ງໝັ້ນຂະຫຍາຍທຸສະກິດມາທາງອາຊີ, ປັດຈຸບັນມີຊັບສິນລວມ 36.4 ພັນລ້ານໂດລາ.

Rafaela Aponte-Diamant: ມະຫາເສດຖີອາຍຸ 78 ປີ ຊາວສະວິດເຊີແລນ, ນີ້ເປັນມະຫາເສດຖີທີ່ສ້າງຕົວໄດ້ດ້ວຍຕົນເອງ, Rafaela Aponte-Diamant ແລະ ສາມີເລີ່ມເຂົ້າສູ່ວົງການຂົນສົ່ງທາງເຮືອໃນປີ 1970 ໂດຍການຊື້ເຮືອດ້ວຍເງິນກູ້ 2 ແສນ ໂດລາ ແລະ ມາເຖິງຕອນນີ້ ກາຍເປັນບໍລິສັດຂົນສົ່ງອັນດັບໜຶ່ງຂອງໂລກ ເຊິ່ງ Rafaela Aponte ແລະ ສາມີ Gianluigi ຖືຮຸ້ນຄົນລະເຄິ່ງຂອງບໍລິສັດ MSC ເຊິ່ງເປັນບໍລິສັດຂົນສົ່ງທາງເຮືອທີ່ໃຫຍ່ທີ່ສຸດໃນໂລກ ແລະມີຊັບສິນລວມ 31.2 ພັນລ້ານໂດລາ.

Mackenzie Scott: ອາຍຸ 53 ປີ, ອະດີດພັນລະຍາມະຫາເສດຖີລະດັບໂລກຢ່າງ Jeff Bezos ເຊິ່ງຫຼັງຈາກການຢ່າຮ້າງປີ 2019 Mackenzie Scott ກາຍເປັນຜູ້ຖືຮຸ້ນ 4% ໃນກິດຈະການ Amazon ທີ່ເປັນແພລັດຟອມອີຄອມເມີສລະດັບໂລກຂອງອະດີດສາມີ, ແຕ່ Mackenzie Scott ເປັນຄົນໃຈບຸນ ແລະ ບໍລິຈາກຊັບສິນເຄິ່ງໜຶ່ງຂອງລາວໃຫ້ກັບອົງກອນການກຸສົນ. ປັດຈຸບັນມີຊັບສິນລວມທັງໝົດ 28 ພັນລ້ານໂດລາ.

Gina Rinehart: ອາຍຸ 69 ປີ, ປັດຈຸບັນ ດຳລົງຕຳແໜ່ງປະທານບໍລິສັດ Hancock Prospecting ເຊິ່ງເປັນຜູ້ກໍ່ຕັ້ງທຸລະກິດສຳຫຼວດ ແລະ ສະກັດແຮ່ທາດ ທີ່ກໍ່ຕ້ງໂດຍພໍ່ຂອງລາວເອງ. ນອກຈາກນີ້ຍັງເປັນຜູ້ຖືຄອງທີ່ດິນລາຍໃຫຍ່ທີ່ສຸດໃນອອສເຕຣເລຍອີກດ້ວຍ. ປັດຈຸບັນມີມູນຄ່າຊັບສິນລວມ 27.4 ພັນລ້ານໂດລາ.

Susanne Klatten: ອາຍຸ 60 ປີ, ເປັນຜູ້ຍິງທີ່ຮັ່ງມີທີ່ສຸດໃນເຢຍລະມັນ ເປັນທາຍາດມະຫາເສດຖີຊາວເຢຍລະມັນທີ່ມີຊື່ສຽງ ເນື່ອງຈາກການສືບທອດທຸລະກິດຂອງພໍ່ທັງບໍລິສັດຜະລິດຢາ ແລະ ເຄມີໃນແອັດແລນຕາລວມເຖິງຮຸ້ນຂອງ BMW ບໍລິສັດລົດທີ່ມີຊື່ສຽງລະດັບໂລກ. ປັດຈຸບັນມີຊັບສິນລວມມູນຄ່າ 24.5 ພັນລ້ານໂດລາ.

Iris Fontbona ແລະ ຄອບຄົວ: ອາຍຸ 81 ປີ, ຫຼັງຈາກສາມີເສຍຊີວິດກໍກາຍເປັນຜູ້ປະກອບການຫຼາຍພັນລ້ານດ້ວຍມໍລະດົກຂອງ Antofagasta PLC, ເປັນເຈົ້າຂອງທຸລະກິດເໝືອງແຮ່ Antofagasta, ນອກຈາກນີ້ຍັງດູແລກິດຈະການອື່ນໆອີກເຊັ່ນ: Banco de Chile, Madeco ຜະລິດສິນຄ້າທອງ, CCU ຜູ້ຜະລິດເບຍລາຍໃຫຍ່ ແລະ CSAV ບໍລິສັດຂົນສົ່ງ, ປັດຈຸບັນມີມູນຄ່າຊັບສິນລວມ 23.5 ພັນລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/