ມາຮູ້ຈັກກັບ Sleep Disorder ຄວາມຜິດປົກກະຕິຂອງການນອນ


ຫຼາຍໆຄົນທີ່ກຳລັງອ່ານຢູ່ນີ້ກໍຄົງຈະເຄີຍມີອາການນອນບໍ່ຫຼັບຈົນຂອບຕາເປັນໝີແພນດ້າ ຫຼື ຫາວນອນເອົາແທ້ເອົາວ່າໃນເວລາກາງເວັນ ເຊິ່ງສິ່ງເຫຼົ່ານັ້ນເອີ້ນວ່າ ຄວາມຜິດປົກກະຕິຂອງການນອນ ຫຼື ມີອີກຊື່ໜຶ່ງວ່າ Sleep Disorder ນັ້ນເອງ.

ຄວາມຜິດປົກກະຕິຂອງການນອນ ແມ່ນຕົວທີ່ເຮັດໃຫ້ຄຸນະພາບການນອນຂອງຄົນເຮົາຕໍ່າລົງ ພ້ອມຍັງເຮັດໃຫ້ຄົນເຮົາຮູ້ສຶກຢາກນອນ ອັນເກີດເປັນບັນຫາກະທົບກັບຫຼາຍໆຢ່າງໃນຊີວິດ ໂດຍສະເພາະການເຮັດວຽກໃນຕອນກາງເວັນ ແລະ ໃນບາງຄັ້ງກໍອາດຈະຮູ້ສຶກເມື່ອຍ ເຖິງແມ່ນວ່າຈະນອນຄົບ 7-8 ຊົ່ວໂມງກໍຕາມ.

ແລ້ວຮູ້ຫຼືບໍ່ວ່າ ຄວາມຜິດປົກກະຕິຂອງການນອນນັ້ນແບ່ງອອກເປັນຈັກປະເພດ ແລະ ແຕ່ລະປະເພດເປັນຄືແນວໃດ?

ໂດຍທົ່ວໄປແລ້ວ ຄວາມຜິດປົກກະຕິຂອງການນອນຈະແບ່ງອອກເປັນຫຼາຍປະເພດ ແຕ່ໃນນີ້ຈະຍົກໃຫ້ເຫັນພຽງແຕ່ 3 ປະເພດຫຼັກໆທີ່ມັກພົບເຫັນໄດ້ເລື້ອຍໆ ເຊັ່ນ:

  1. Insomnia ຫຼື ໂຣກນອນບໍ່ຫຼັບ

ໂດຍຄົນທີ່ເປັນໂຣກນີ້ຈະມີອາການນອນຫຼັບຍາກ, ຫຼັບໆຕື່ນໆຕອນເດິກເປັນປະຈຳ ແລະ ເປັນອາການນີ້ເລື້ອຍໆ ຈົນເຂົ້າຂັ້ນຊຳເຮື້ອ ອັນສົ່ງຜົນໃຫ້ເວລາຕື່ນນອນບໍ່ຄ່ອຍສົດຊື່ນພໍປານໃດ ພ້ອມຍັງເຮັດໃຫ້ຮູ້ສຶກອ່ອນເພຍ, ເຫງົານອນ ແລະ ອາດຈະສົ່ງຜົນຕໍ່ອາລົມ ແລະ ສະມາທິ ເຮັດໃຫ້ອາລົມເສຍໄດ້ງ່າຍ, ຂາດສະມາທິ ບໍ່ສາມາດຈົດຈໍ່ຢູ່ກັບສິ່ງໃດໜຶ່ງໄດ້.

ເພື່ອບໍ່ໃຫ້ມີອາການເຫຼົ່ານີ້ ກໍຈະຕ້ອງໄດ້ຄວບຄຸມພຶດຕິກຳຂອງຕົນເອງ ເຊັ່ນ: ຈາກທີ່ມັກດື່ມເຄື່ອງດື່ມທີ່ມີສານແອວກໍຮໍ ຫຼື ຄາເຟອີນກໍໃຫ້ງົດ, ຈາກທີ່ຮູ້ສຶກວິຕົກກັງວົນ ຫຼື ຄຽດກັບເລື່ອງຕ່າງໆກ່ອນນອນ ກໍໃຫ້ປ່ຽນໄປຫາສິ່ງທີ່ເຮັດໃຫ້ຜ່ອນຄາຍ ເຊັ່ນ: ການຟັງສຽງດົນຕີ ເປັນຕົ້ນ.

  1. Sleep Apnea ຫຼື ພາວະຢຸດຫາຍໃຈຂະນະນອນຫຼັບ

ໂດຍຈະມີອາການມັກຢຸດຫາຍໃຈຊົ່ວຄາວໃນເວລາທີ່ນອນຫຼັບຢູ່ ເນື່ອງຈາກການອຸດຕັນຂອງທາງເດີນຫາຍໃຈ ຫຼື ສະໝອງຄວບຄຸມການຫາຍໃຈໄດ້ບໍ່ຖືກຕ້ອງ ເພາະມັນໄດ້ໄປຂັດຂວາງໃນຕອນທີ່ນອນ ພາໃຫ້ການນອນຂາດຄວາມຕໍ່ເນື່ອງ ຈົນເຮັດໃຫ້ຮູ້ສຶກເມື່ອຍ, ອ່ອນເພຍ, ຢາກນອນກາງເວັນ ແລະ ມີຄວາມຄຽດສະສົມ, ອາລົມແປປວນຫງຸດຫງິດງ່າຍ ແລະ ສະໝອງເຮັດວຽກບໍ່ໄດ້ປະສິດທິພາບເທົ່າທີ່ຄວນ.

ພາວະຢຸດຫາຍໃຈຂະນະນອນຫຼັບ ນັບວ່າເປັນພາວະທີ່ຮຸນແຮງ ແລະ ສ້າງຜົນກະທົບຕໍ່ຊີວິດປະຈຳວັນໄດ້ ເພາະແນວນີ້ ການໄປເຂົ້າພົບແພດທີ່ຊ່ຽວຊານເພື່ອຮັບຄຳປຶກສາກ່ຽວກັບເລື່ອງການນອນກໍຖືເປັນທາງອອກທີ່ດີ ແລະ ເປັນສິ່ງທີ່ຄວນເຮັດເຊັ່ນດຽວກັນ.

  1. Narcolepsy ຫຼື ພາວະສະໝອງທີ່ບໍ່ສາມາດຄວບຄຸມການຫຼັບ ຫຼື ຕື່ນໄດ້

ເຊິ່ງຈະມີຕົວທີ່ຈະໄປກະຕຸ້ນໃຫ້ເກີດມີການຫຼັບກະທັນຫັນ ແມ່ນແຕ່ຕອນກາງເວັນ ແລະ ກຳລັງເຮັດກິດຈະກຳຫຍັງກໍຕາມ ຫຼື ເອີ້ນອີກຢ່າງໜື່ງແມ່ນ ພາວະຫຼັບໃນ ນັ້ນເອງ. ພາວະນີ້ຈະເປັນອັນຕະລາຍຕໍ່ຕົວບຸກຄົນທີ່ເປັນ ໂດຍສະເພາະຕອນທີ່ກຳລັງຂັບລົດ ຫຼື ເຮັດກິດຈະກຳຕ່າງໆທີ່ມີຄວາມສ່ຽງສູງ.

ສະນັ້ນ, ຄວນຫຼີກເວັ້ນການເຮັດກິດຈະກຳທີ່ມີຄວາມສ່ຽງສູງ ພ້ອມທັງພະຍາຍາມຈັດຫາເວລານອນຕົນເອງໃຫ້ເໝາະສົມ, ງົດການດື່ມແອວກໍຮໍ ແລະ ຄາເຟອີນທຸກຊະນິດ, ລົດຜ່ອນການນຳໃຊ້ອຸປະກອນອີເລັກໂທຣນິກ ເຊັ່ນ: ໂທລະສັບ, ຄອມພິວເຕີ ເປັນຕົ້ນ.

ສະຫຼຸບລວມແລ້ວຈະເຫັນໄດ້ວ່າ ການນອນຖືເປັນສິ່ງສຳຄັນທີ່ທຸກຄົນຄວນເອົາໃຈໃສ່ ແລະ ບໍ່ຄວນເບິ່ງຂ້າມ ເພາະມັນອາດຈະສົ່ງຜົນກະທົບຕໍ່ຊີວິດປະຈຳວັນຂອງຄົນເຮົາໄດ້. ສະນັ້ນ, ພວກເຮົາຄວນມີການນອນຫຼັບໃຫ້ພຽງພໍ ແລະ ຄວບຄຸມພຶດຕິກຳການບໍລິໂພກອາຫານໃນແຕ່ລະມື້ຂອງຕົນເອງໃຫ້ດີ. ພ້ອມນັ້ນ, ຖ້າຫາກພົບເຫັນ ຫຼື ເປັນອາການທີ່ຮຸນແຮງຂື້ນກໍຄວນເຂົ້າພົບແພດທີ່ຊ່ຽວຊານເພື່ອຮັບຄຳປຶກສາ ແລະ ນຳໄປປະຕິບັດ ເພື່ອຍົກລະດັບຄຸນະພາບການນອນຂອງຕົນເອງໃຫ້ດີຂື້ນ.

ທີ່ມາ: https://cutt.ly/U5P1KcH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/