Bitcoin ມູນຄ່າຫຼາຍກວ່າ 1.500 ລ້ານໂດລາ ໄຫຼເຂົ້າສູ່ Binance Crypto Exchange ໃນໄລຍະ 1 ເດືອນທີ່ຜ່ານມາ


ຂໍ້ມູນ on-chain ໃໝ່ຈາກເເພລັດຟອມ Coinglass ເປີດເຜີຍວ່າ: ປັດຈຸບັນ Binance ຖືຄອງ Bitcoin ຢູ່ 588.129 BTC, ກ່ອນທີ່ຈະມີ 51.386 BTC ທີ່ພວມເພີ່ມເຂົ້່າມາໃນເດືອນນີ້.

Coinglass ຍັງກວດພົບອີກວ່າ Bitcoin ກວ່າ 22.590 BTC ໄຫຼເຂົ້າມາໃນເວລາ 7 ມື້ຜ່ານມາ, ໃນຂະນະທີ່ Bitcoin ອີກ 5.000 BTC ໄຫຼເຂົ້າມາໃນ Binance crypto exchange ໃນ 24 ຊົ່ວໂມງທີ່ຜ່ານມານີ້.

Crypto exchange ອື່ນໆທີ່ມີຊື່ສຽງ ກໍເກີດມີການເຄື່ອນໄຫວທີ່ສຳຄັນຂອງ Bitcoin ໃນ ເດືອນທີ່ຜ່ານມາໄດ້ເເກ່ Gemini, OKX ເເລະ Coinbase Pro ເຊິ່ງມີ Bitcoin ໄຫຼອອກ 22.416 BTC, 3.520 BTC ເເລະ 1.207 BTC ຕາມລໍາດັບ.

ສ່ວນ crypto exchange ທີ່ມີການເພີ່ມຂຶ້ນຂອງຈໍານວນ BTC ໄດ້ເເກ່ Kraken ເເລະ Gate ພົບວ່າມີ Bitcoin ກວ່າ 952 BTC ເເລະ 935 BTC ໄຫຼເຂົ້າສູ່ exchange ຂອງພວກເຂົາ.

ອີງຕາມຂໍ້ມູນຂອງ Coinglass ເຫັນວ່າມີ Bitcoin ລວມກວ່າ 13.888 BTC ໄດ້ໄຫຼເຂົ້າ ໃນ exchange crypto ໃນເດືອນນີ້.

Glassnode ບໍລິສັດການວິເຄາະ crypto ຍັງສັງເກດເຫັນວ່າ ການຂຸດບລັອກ Bitcoin ນັ້ນຈະຍາກຂຶ້ນເລື້ອຍໆ, ໂດຍກ່າວວ່າຈໍານວນ hash ທີ່ຕ້ອງໃຊ້ໃນຂຸດນັ້ນເພິ່ມຂຶ້ນສູງສຸດເປັນປະຫວັດສາດ.

“ຫຼັງຈາກ ຄ່າຄວາມຍາກໃນການຂຸດ Bitcoin ໄດ້ມີການປັບຕົວຫຼ້າສຸດ. ຈຳນວນ hash ທີ່ຕ້ອງການເພື່ອຂຸດ ໄດ້ເພີ່ມຂຶ້ນເຖິງລະດັບສູງສຸດເຮັດ all-time high ທີ່ 209 zettahashes (10^21). ດັ່ງນັ້ນ ຄວາມຍາກໃນການຂຸດບລັອກຈຶ່ງເພິ່ມຂຶ້ນຢ່າງຕໍ່ເນື່ອງ ຈາກທີ່ມີການໃຊ້ກຳລັງ hahs ຫຼາຍຂຶ້ນໃນເຄືອຂ່າຍ”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/