ຫຼັງຈາກຈົບການແຂ່ງຂັນ ຊີງເຂົ້າຮອບ FA Cup ທີ່ຜ່ານມາປາກົດວ່າ Liverpool ເສຍປະຕູໃຫ້ແກ່ ແມນຢູ 2-3 ແລະ ທີມຍັງເສຍຫຼາຍນັດຕິດກັນມາ.
ຜູ້ຈັດການທີມ Liverpool ໄດ້ກ່າວກັບສື່ຂ່າວວ່າ: “ຍອມຮັບເຖິງການແຂ່ງຂັນທີ່ຜ່ານມາ ທາງທີມອາດຈະຍັງເຮັດໜ້າທີ່ບໍ່ດີພໍ, ພ້ອມມີຂໍ້ຜິດພາດຫຼາຍຢ່າງໃນເກມ. ປະຕູທໍາອິດທີ່ເສຍໄປນັ້ນ ຖ້າຫາກຕ້ອງການເຮັດປະຕູໃຫ້ໄດ້ ຕ້ອງຫຼິ້ນໃຫ້ສຸດໆ ແຕ່ວ່າທາງທີມບໍ່ໄດ້ເຮັດແບບນັ້ນ, ຕອນເລີ່ມຕົ້ນເກມ ທີມເຮົາຫຼິ້ນໄດ້ດີຫຼາຍ. ສຸດທ້າຍທີມເຮົາກາຍເປັນວ່າເສຍ ເລີຍຮູ້ສຶກເສຍໃຈ ແລະ ຜິດຫວັງກັບນັດນີ້, ເພາະເປັນເກມທີ່ສໍາຄັນຫຼາຍ ພ້ອມກັບເປັນເກມທີ່ຍາກຂຶ້ນໄປອີກ. ທາງທີມຕ້ອງການເຂົ້າຮອບຫຼາຍທີ່ສຸດ ແຕ່ກໍເຮັດໄດ້ບໍ່ດີພໍ”
“ແຕ່ເຖິງຈະເປັນເຊັ່ນນັ້ນກໍຕາມ ໃນການແຂ່ງຂັນທີ່ທີມເສຍ ຖືວ່າເປັນບົດຮຽນໃຫ້ແກ່ທີມ ແລະ ຈະພັດທະນາທີມໃຫ້ໄປໄກກວ່ານີ້ ພ້ອມກ້າວໄປເທື່ອລະກ້າວ”

ຂອບໃຈທີ່ມາ: